ພະສົງອົງນຶ່ງ ທີ່ຕໍ່ຕ້ານ ລັດຖະບານມຽນມາ ຖືກຈັບອີກ (ເບິ່ງສະໄລດ໌)

  • ສິງ ບູຣົມມະວົງ

ພະ Shin Gambira, ທີ່ຊ່ອຍນໍາພາໃນການປະທ້ວງຂອງມະຫາຊົນໃນປີ 2007 ແລະຫາກໍຖືກປ່ອຍໂຕ ຈາກຄຸກໃນຫວ່າງບໍ່ດົນມານີ້ ກໍາລັງປະເຊີນ ກັບຂໍ້ກ່າວຫາໃໝ່ອີກ, ວັນທີ 20 ກຸມພາ 2012.

ພະ​ຊັ້ນ​ນໍາ​ອົງ​ນຶ່ງ​ທີ່​ຕໍ່ຕ້ານ​ລັດຖະບານ​ ​ກໍາລັງ​ປະ​ເຊີນ​ໜ້າ​ກັບບັນຫາ​ດ້ານ​ກົດໝາຍ​ໃໝ່​ ໃນ
ເວລາ​ພຽງ​ບໍ່​ເທົ່າ​ໃດ​ສັບປະດາ​ຫລັງ​ຈາກ​ຜູ້ກ່ຽວ​ຖືກ​ປ່ອຍ​ໂຕ​ອອກ​ມາ​ຈາກ​ຄຸກ.

ສື່​ຂອງ​ລັດ​ມຽນມາ ໜັງສືພິມ New Light ກ່າວ​ວ່າ ພະ Shin Gambira ຖືກ​ກ່າວ​ຫາ
ຖານ​ເຂົ້າ​ນັ່ງ​ຄອບ​ຄອງ​ພື້ນ​ທີ່​ຢ່າງຜິ​ດກົດໝາຍ​ຢູ່ໃນ​ວັດແຫ່ງ​ນຶ່ງ​ໃນ​ນະຄອນ​ຢ້າງ​ກຸ້ງ​ ເມືອງ
ໃຫຍ່ສຸດ​ຂອງ​ມຽນມາ ທີ່​ທາງ​ການໄດ້ປິດລ້ອມ​ໄວ້ ​ແລະ​ຫລັງ​ຈາກ​ນັ້ນ​ ​ໄດ້​ເຂົ້າ​ໄປ​ໃນ​ບ່ອນ
ຫວງ​ຫ້າມ​ອີກ 2 ບ່ອນ.

ພະ Gambira ​ໄດ້​ມີ​ບົດບາດ​ສໍາຄັນ​ໃນ​ການ​ປະ​ທ້ວງຄັ້ງ​ໃຫຍ່ຂອງ​ມະຫາຊົນ​ໃນ​ປີ 2007
ທີ່​ເອີ້ນ​ກັນ​ວ່າ ການ​ປະຕິວັດ​ຜ້າ​ເຫລືອງ ຫລື Saffron Revolution ນັ້ນ. ກອງທັບ​ມຽນ
ມາ​ໄດ້​ທໍາ​ການ​ປາບ​ປາມຢ່າງ​ແຂງ​ແຮງ​ຕໍ່​ການ​ປະ​ທ້ວງ ທີ່​ເອີ້ນຊື່​ຕາມສີ​ຜ້າ​ສະບົງ​ຂອງພວກ
ພະສົງ​ທີ່​ເປັນ​ຜູ້​ນໍາພາ​ການ​ປະທ້ວງ​ຄັ້ງ​ນັ້ນ.

ພະ Gambira ຖືກ​ຕັດສິນ​ລົງ​ໂທດ​ຈໍາ​ຄຸກ 68 ປີ ຊຶ່ງ​ໄດ້​ຖືກ​ຜ່ອນ​ໂທດ​ລົງ​ ຕາມ​ການ
ຕັດສິນ​ໃຈຂອງ​ລັດຖະບານ​ມຽນມາໃນ​ການປ່ອຍ​ໂຕພວກ​ນັກ​ໂທດ​ການ​ເມືອງ​ຫລາຍ​ຮ້ອຍ
ຄົນເມື່ອ​ໄວໆ​ມາ​ນີ້.

ພະ Gambira ໄດ້​ຮັບອິດ​ສະລະ​ພາບ​ໃນ​ເດືອນ​ມັງກອນ​ຜ່ານມາ ​ແຕ່​ຕົກ​ມາເມື່ອ​ຕົ້ນ​ເດືອນ
ກຸມພາ​ນີ້ ພະ Gambira ​ໄດ້​ຖືກ​ຈັບ​ໄປ​ຄຸມ​ຂັງ​ໄວ້​ອີກ​ເປັນ​ເວລາ​ສັ້ນໆຕາມ​ຄໍາ​ສັ່ງ​ຂອງ​ອົງ
ການ​ສັງຄະ​ນາ​ຍົກແຫ່ງ​ລັດ. ການ​ຈັບ​ກຸມ​ຄຸມ​ຂັງ​ດັ່ງກ່າວ​ໄດ້​ຮັບ​ການ​ປະ​ທ້ວງ​ຢ່າງ​ແຂງ​ແຮງ
ຈາກ​ສະຫະລັດ.

ເບິ່ງພາບກ່ຽວກັບພວກນັກໂທດທີ່ຖືກປ່ອຍໂຕເມື່ອເດືອນມັງກອນ: