ມຽນມາປະກາດ ແຜນການຜ່ອນຄາຍ ການຄວບຄຸມສື່ມວນຊົນ ລົງ

  • ສິງ ບູຣົມມະວົງ

ປະທານາທິບໍດີ Thein Sein ແຫ່ງມຽນມາ ກ່າວປາໄສຕໍ່ລັດຖະສະພາມຽນມາ ທີ່ ນະຄອນ Naypyitaw, ມຽນມາ. ວັນທີ 25 ມີນາ 2012.

ມຽນມາໄດ້ປະກາດ​ແຜນການ​ ທີ່​ຈະ​ຜ່ອນຄາຍ​ການ​ຄວບຄຸມຂອງ​ລັດຖະບານ​ຕໍ່​ວົງ​ການ​ຂ່າວ
ຂະນະ​ທີ່​ປະ​ເທດດັ່ງກ່າວ​ທໍາ​ລັງ​ທໍາ​ຄວາມຄືບໜ້າ​ຢ່າງ​ລະມັດລະວັງ​ ໄປ​ສູ່​ລະບອບ​ປະຊາທິປະ​
ໄຕ. ທ່ານ Kyaw San ລັດຖະມົນຕີ​ຖະ​ແຫຼ​ງຂ່າວ ​ປະກາດຂ່າວ​ການ​ປະຕິ​ຮູບ​ສື່​ມວນ​ຊົນ
ໃຫ້​ຮູ້ທີ່​ກອງ​ປະຊຸມ​ພວກ​ນັກ​ຂຽນ ​ນັກ​ພິມ​ແລະນັກ​ຂ່າວ​ໃນ​ນະຄອນຢັ້ງ​ກຸ້ງ ​ໃນວັນ​ເສົາ​ວານ
ນີ້ ຊຶ່ງ​ທ່ານ​ກ່າວ​ວ່າ “ມັນ​ເຖິງ​ເວລາ​ແລ້ວ​ທີ່​ຈະທໍາ​ການ​ປະຕິ​ຮູບ​ສື່​ມວນ​ຊົນ ​ເພື່ອໃຫ້​ສອດຄ່ອງ
ກັບລະບົບ​ທີ່​ກໍາລັງ​ປ່ຽນ​ແປງ​ໄປ. ​ເປົ້າ​ໝາຍ​ຂອງ​ການ​ຮຽກກອງ​ປະຊຸມ​ນີ້​ຂຶ້ນ​ແບບສຸກ​ເສິນ
ນັ້ນ ​ແມ່ນ​ເພື່ອ​ດໍາ​ເນີນວຽກ​ງານກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສະມາພັນ​ສື່​ມວນ​ຊົນ​ໃໝ່ຂຶ້ນ​ມາ​ ເພື່ອ
ໃຫ້​ສອດຄ່ອງ​ກົມກຽວ​ກັນກັບ​ລະ​ບົບ​ໃໝ່.”

ລັດຖະມົນຕີ​ຖະ​ແຫຼ​ງຂ່າວ​ມຽນມາ​ກ່າວ​ຕື່ມ​ວ່າ ລັດຖະບານ​ໃໝ່ ຊຶ່ງ​ໄດ້ຂຶ້ນ​ຄອງ​ອໍານາດມາ​
ໄດ້​ເກືອບ 1 ປີ​ແລ້ວ​ນັ້ນ ​ໄດ້​ເຫັນ​ດີໃຫ້​ປະຕິຮູບ​ຫັນປ່ຽນ ອົງການ​ສື່ທີ່​ລັດ​ເປັນ​ຜູ້​ຄວບ​ຄຸມ
MWJA ​ນັ້ນ​ໃຫ້ເປັນອົງ​ກອນ ​ເອກະລາດເປັນອິດສະລາຈາກການແຊກແຊງດ້ານການ
ເມືອງ​ໃດໆ.

ພວກທີ່ເຂົ້າຮ່ວມໃນກອງປະຊຸມໄດ້ສະແດງຄວາມຍິນດີນໍາຂ່າວນີ້ ແລະ ໄດ້ສະແດງຄວາມ
ຫວັງວ່າ ການປະຕິຮູບດັ່ງກ່າວຈະນໍາໄປສູ່ການມີ ສະພາບແວດລ້ອມດ້ານສື່ມວນຊົນ ທີ່ມີຊີ
ວິດຊີວາຫຼາຍຂຶ້ນ. ນອກນັ້ນກອງປະຊຸມດັ່ງກ່າວຍັງໄດ້ສົນທະນາກັນກ່ຽວກັບວີທີການຮ່າງ
ກົດໝາຍວ່າດ້ວຍສື່ມວນຊົນສະບັບໃໝ່ນໍາ.