ມີຂ່າວວ່າ ອະດີດຜູ້ນໍາ ທະຫານມຽນມາ ລາອອກ ກິນເບ້ຍບໍານານແລ້ວ

  • ໄພສານ ວໍຣະຈັກ

ອະດີດຜູ້ນຳທະຫານມຽນມານາຍພົນ Than Shwe ໃນງານລ້ຽງອາຫານຄໍ່າເນື່ອງໃນວັນເອກກະລາດຄົບຮອບ 63 ປີຂອງມຽນມາ ທີ່ນະຄອນຫຼວງເນປີດໍ (4 ມັງກອນ 2011)

ອະດີດຜູ້ນຳທະຫານຂອງມຽນມານາຍພົນ Than Shwe ໄດ້ຖືກກ່າວເຖິງວ່າອອກກິນເບ້ຍ
ບຳນານແລ້ວ ໂດຍໜັງສືພິມຕ່າງໆໃນນະຄອນຢ່າງກຸ້ງ.

ລາຍງານຂ່າວກ່ຽວກັບການອອກກິນເບ້ຍບຳນານທີ່ວ່ານີ້ ມີຂຶ້ນໃນມື້ດຽວກັນ ກັບທີ່ສະມາຊິກ ຄົນນຶ່ງຂອງສະພາແຫ່ງຊາດມຽນມາ ປະກາດກ່ຽວກັບການຮັບຮອງເອົາຮ່າງກົດໝາຍທີ່ອະນຸ
ຍາດໃຫ້ປະຊາຊົນໂຮມຊຸມນຸມຢ່າງສັນຕິໄດ້ຖ້າພວກເຂົາເຈົ້າຫາກແຈ້ງໃຫ້ເຈົ້າໜ້າທີ່ຊາບລ່ວງ
ໜ້າ 5 ມື້.

ທ່ານ Aye Maung ສະມາຊິກຂອງພັກພັດທະນາຊົນຊາດ Rakhine ກ່າວວ່າເວລາໃດ
ຮ່າງກົດໝາຍສະບັບນີ້ໄດ້ມີການລົງນາມ ໃຫ້ມີຜົນບັງຄັບໃຊ້ ໂດຍປະທານາທິບໍດີ Thein
Sein ແລ້ວ ພວກປະທ້ວງຈະໄດ້ຮັບອະນຸຍາດໃຫ້ນຳສະແດງທຸງແລະສັນຍາລັກຂອງພັກ.

ທ່ານເອີ້ນຮ່າງກົດໝາຍໂຮມຊຸມນຸມແບບສັນຕິແລະແຫ່ຂະບວນນີ້ມີຄວາມສຳຄັນຍ້ອນວ່າສິດ
ທິຂອງພວກປະທ້ວງ ບໍ່ເຄີຍໄດ້ຮັບອະນຸຍາດໃຫ້ມີມາກ່ອນ ພາຍໃຕ້ການປົກຄອງຂອງພວກ
ທະຫານມຽນມາ.

ຮ່າງກົດໝາຍສະບັບນີ້ເປັນພາກສ່ວນນຶ່ງຂອງການປະຕິຮູບທີ່ໄດ້ມີຂຶ້ນເປັນລຳດັບເມື່ອໄວໆ
ມານີ້ ຮວມທັງກົດໝາຍອະນຸຍາດໃຫ້ພວກຄົນງານທຳການນັດຢຸດງານປະທ້ວງໄດ້.

ເມື່ອນຶ່ງປີກ່ອນ ຜູ້ນຳປະຊາທິປະໄຕໃນມຽນມາ ທ່ານນາງອອງຊານຊູຈີ ໄດ້ຖືກປ່ອຍຈາກ
ການກັກບໍລິເວນ ແລະຫຼັງຈາກນັ້ນມາກໍໄດ້ເປີດການເຈລະຈາກັບລັດຖະບານ.

ເພື່ອເປັນການສະໜອງຕອບ ຕໍ່ການປະຕິຮູບເຫຼົ່ານີ້ ປະທານາທິບໍດີສະຫະລັດ ທ່ານບາຣັກ
ໂອບາມາໄດ້ຕັດສິນໃຈທີ່ຈະສົ່ງລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ໄປຍັງມຽນມາໃນເດືອນໜ້ານີ້ຊຶ່ງເປັນການຢ້ຽມຢາມເທື່ອທຳອິດໃນຮອບ 5 ທົດສະວັດ.