ມຽນມາ ເຈລະຈາ ຮອບໃໝ່ ກັບກະບົດ ເຜົ່າກະຈິນ (ວີດິໂອ)

ພົນຕີ Guan Maw (ກາງ) ຮອງເສນາທິການ ກອງທັບເຜົ່າກະຈິນ ແລະຜູ້ຕາງໜ້າຂອງກອງທັບຄົນອື່ນໆ ໄດ້ໄປເຖິງ ສະຖານທີ່ເຈລະຈາຢຸດຍິງ ກັບລັດຖະບານມຽນມາ ທີ່ຈັດຂຶ້ນ ຢູ່ເມືອງ Myitkyina ຊຶ່ງເປັນເມືອງຫລວງ ຂອງລັດກະຈິນ ໃນວັນອັງຄານ ທີ 28 ພຶດສະພາ, 2013.

ມຽນມາ ໄດ້ເລີ້ມການເຈລະຈາສັນຕິພາບຮອບໃໝ່ກັບພວກ
ກະບົດເຜົ່າກະຈິນ ທີ່ແນໃສ່ ​ເພື່ອ​ໃຫ້ບັນລຸສັນຍາຢຸດຍິງຮອບ
ດ້ານຢູ່ໃນລັດກະຈິນ ທາງພາກເໜືອຂອງປະເທດ.

ທ່ານ Vijay Nambiar ທູດພິເສດຂອງສະຫະປະຊາຊາດ
ປະຈໍາມຽນມາ ແລະບັນດາ ນັກການທູດຈີນຫລາຍທ່ານ ໄດ້ເຂົ້າໄປສັງເກດການໃນກອງປະຊຸມ ທີ່ຈັດຂຶ້ນໃນວັນອັງ
ຄານວານນີ້ ທີ່ເມືອງ Myitkyina ທີ່ເປັນເມືອງຫລວງຂອງ
ລັດກະຈິນ. ໃນໄລຍະການເຈລະຈາທີ່ດໍາເນີນໄປສອງຊົ່ວ
ໂມງນັ້ນ ທັງສອງຝ່າຍໄດ້ຍື່ນຂໍ້ສະເໜີ ​ໃຫ້ສ້າງຕັ້ງຄະນະ
ກໍາມະການ​ນຶ່ງ​ຂຶ້ນ ເພື່ອຕິດຕາມກວດກາສັນຍາຢຸດຍິງ ແລະດໍາເນີນການສົນທະນາທາງການເມືອງ.

ທ່ານ U Aung Min ຫົວໜ້າເຈລະຈາຂອງຝ່າຍລັດຖະບານເວົ້າວ່າ ກອງປະຊຸມດັ່ງກ່າວ
ອາດຊ່ວຍແຜ້ວທາງໃຫ້ມີສັນຍາຢຸດຍິງຮອບດ້ານ ກັບກຸ່ມກະບົດທີ່ປະກອບອາວຸດທັງ
ໝົດຂອງປະເທດ ພາຍ​ໃນ​ທ້າຍປີນີ້ ກໍເປັນໄດ້.

ການເຈລະຈາດັ່ງກ່າວ ແມ່ນເປັນຄັ້ງທໍາອິດທີ່ໄດ້ຈັດຂຶ້ນຢູ່ໃນມຽນມາ ນັບແຕ່ການສູ້ລົບ
ກັນລະຫວ່າງກອງທະຫານຂອງລັດຖະບານ ກັບກອງທັບເອກະລາດເຜົ່າກະຈິນ​ໄດ້​ເລີ້ມ
ຂຶ້ນອີກ ​ເມື່ອເກືອບສອງປີກ່ອນ. ການເຈລະຈາຫລາຍຮອບທີ່ຈັດຂຶ້ນຢູ່ໃນຈີນ ແມ່ນບໍ່
ສາມາດນໍາໄປສູ່ການຕົກລົງກັນໄດ້.

ນາຍພົນ Guan Maw ຂອງກອງທັບເຜົ່າກະຈິນເວົ້າວ່າ ຈຸດປະສົງຕົ້ນຕໍຂອງກອງປະຊຸມ
ນີ້ແມ່ນເພື່ອສ້າງຕັ້ງມາດຕະຖານສໍາລັບການເຈລະຈາກັນ ລະຫວ່າງລັດຖະບານ ແລະປະ
ຊາຊົນເຜົ່າກາຈິນ. ທ່ານກ່າວວ່າ:

“ພວກເຮົາຈະຊອກຫາຊ່ອງ​ທາງແກ້ໄຂບັນຫາ ໂດຍອີງໃສ່ການປະສົມປະ
ສານກັນ ລະຫວ່າງສະພາບການ​ໃນປັດຈຸບັນ, ສະຖານະ​ການໃນປະຊາຄົມ
ສາກົນ, ຄວາມມຸ້ງມາດປາດຖະໜາ ​ແລະ​ຄວາມ​ໄຝ່ຝັນຂອງປະຊາຊົນ.”


ເບິ່ງວິດິໂອກ່ຽວກັບຂ່າວນີ້:

Your browser doesn’t support HTML5

ມຽນມາ ເຈລະຈາ ສັນຕິພາບ ກັບພວກກະບົດ ເຜົ່າກະຈິນ