ທ່ານ ເທນ ເຊນ ກໍາລັງສ້າງ ພາບພົດຂອງມຽນມາ ໃນທາງທີ່ຖືກຕ້ອງ (ວີດີໂອ)

ປະທານາທິບໍດີມຽນມາ ທ່ານ ເທນ ເຊນ ໂບກມືໃຫ້ ບັນດາ ຜູ້ສະໜັບສະໜຸນ ທີ່ມາຕ້ອນຮັບທ່ານ ກັບຕ່າວຄືນປະເທດ ຈາກການຢ້ຽມຢາມສະຫະລັດ ແລະອົງການສະຫະປະຊາຊາດ ເມື່ອເດືອນກັນຍາ ຜ່ານມາ.

ການ​ຢ້ຽມຢາມ​ສະຫະລັດ​ ​ແລະ​ອົງການ​ສະຫະ​ປະຊາ​ຊາດ​ ໃນ​ທ້າ​ຍເດືອນ​ແລ້ວ​ນີ້ ​ຂອງ ປະທານາ​ທິບໍດີ​ມຽນມາ ທ່ານ ທຽນ ​ເຊ​ນ ນັ້ນ ປາກົດ​ວ່າ ​ໄດ້ນໍາພາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ​ ໄປ​ສູ່ທິດ​ທາງ​ທີ່​ຖືກຕ້ອງ ຊຶ່ງບັດ​ນີ້ ຄໍາ​ຖາມ​ກໍ​ມີ​ຢູ່​ວ່າ ອີກ​ດົນ​ປາ​ນ​ໃດ​ ປະ​ເທດ​ມຽນມາ​ເອງ​ຈະເຄື່ອນ​ໄຫວ ​ໄປ​ໃນ​ທິດ​ທາງ​ດຽວ​ກັນ.

ທີ່​ສະໜາມ​ບິນ​ນະຄອນ​ຢ່າງ​ກຸ້ງທ້າຍ​ເດືອນ​ແລ້ວ​ນີ້ ພວກ​ສະ​ໜັບສະ​ໜຸນ ພາກັນ​ລໍຖ້າ​ຕ້ອນ​ຮັບປະທານາທິບໍດີ ​ເທ​ນ​ ເຊ​ນ ​ແລະປະກາດ​ວ່າ ການ​ຢ້ຽມຢາມ​ອົງການ​ສະຫະປະຊາ​ຊາດ​ຂອງ​ທ່ານ​ຄັ້ງ​ນີ້ ຖື​ວ່າ​ປະສົບ​ຜົນ​ສໍາ​ເລັດ.

ນາງ ຄິນ ຊູ​ຈີ ຊົນ​ເຜົ່າ​ສານ ອາຍຸ 22 ປີ ​ເປັນ​ຜູ້​ນຶ່ງ​ທີ່​ລໍຖ້າ ​ແລະ​ເວົ້າ​ວ່າ:

“ຂ້ອຍ​ມາ​ທີ່​ນີ້​ກໍ​ເພື່ອ​ຈະ​ຕ້ອນຮັບ​ປະທານາທິບໍດີ ​ເພາະວ່າ​ຂ້ອຍ​ມັກ​ຄໍາ​ປາ​ໄສຂອງ​​ເພິ່ນ ຢູ່ອົງການ​ສະຫະ​ປະຊາ​ຊາດ. ຂ້ອຍ​ຄິດ​ວ່າ​ຂ້ອຍ​ຄວນຈະມາ​ຕ້ອນຮັບ​ເພີ່ນ ​ເພາະວ່າ​ເພິ່ນ​ເປັນ​ປະທານາທິບໍດີ​ຂອງ​ພວກ​ເຮົາ ​ແລະເພີ່ນ​ອາດສາມາດ​ປ່ຽນແປງ​ປະ​ເທດ​ຂອງ​ເຮົາ​​ໄດ້ແທ້.”

​ແລະ​ຫຼັງຈາກ​ຕັ້ງໜ້າ​ລໍຄອຍຢ່າງ​ຈົດ​ຈໍ່ ​ໃນ​ທີ່​ສຸດ ກໍໄດ້​ເຫັນປະທານາທິບໍດີ ​ເທ​ນ ​ເຊ​ນ ແລະ​ການ​ຕ້ອນ​ຮັບ​ກັບ​ຕ່າວ​ຄືນ​ບ້ານ ​ດ້ວຍ​ຄວາມ​ອົບ​ອຸ່ນ.

​ຢ່າງ​ໃດ​ກໍ​ຕາມ ແມ່ນ​ແຕ່​ໃນຂະນະ​ທີ່​ທ່ານ ເທ​ນ ​ເຊ​ນ ນັ່ງ​ລົດ​ຈາກ​ໄປ ຄໍາ​ຖາມ​ກ່ຽວ​ກັບຜົນ​ສະທ້ອນທີ່​ຈະ​ຕິດຕາມ​ມາ ຈາກ​ຄໍາ​ປາ​ໄສ​ທີ່​ສະຫະ​ປະຊາ​ຊາດ​ຂອງ​ທ່ານ​ນັ້ນ​ ກໍ​ຍັງ​ຄ້າງ​ຄາ​ຢູ່. ​ເຊ່ນ ຄໍາ​ຖາມ​ນີ້: ອີກ​ດົນ​ປານ​ໃດ ​ທ່ານ​ຈຶ່ງ​ຈະ​ອະນຸຍາດ​ໃຫ້​ພວກ​ນັກ​ລົງທຶນ​ຕ່າງປະ​ເທດ
​ເລິ່ມທຸ່ມ​ເງິນ​ເຂົ້າ​ໃສ່​ໃນ​ເສດຖະກິດ​ຂອງ​ມຽນມາ?

​ໃນ​ການ​ໃຫ້​ສໍາພາດພິ​ເສດແກ່ວິທະຍຸ​ວີ​ໂອ​ເອພະ​ແນ​ກພາສາ​ມຽນມາ ກ່ອນ​ທ່ານ​ຈະ​ກັບ​ຕ່າວ​ຄືນ​ບ້ານ​ນັ້ນ ປະທານາທິບໍດີ ​ເທ​ນ ​ເຊ​ນ ​ເວົ້າ​ວ່າ ​ໄດ້​ມີ ການເລີ່​ມດໍາ​ເນີນ​ການໄປ​ແລ້ວ ກ່ຽວ​ກັບ​ເລື່ອງ​ນີ້.

ທ່ານ ​ເທ​ນ​ເຊ​ນ ​ເວົ້າ​ວ່າ: “ມັນ​ມີ​ອັນຕະລາຍ​ ທີ່​ວ່າພວກນັກທຸລະກິດອາດ ຈະເຂົ້າ​ໄປ​ຄວບ​ຄຸມ​ໃນ​ເລຶ່ອງ​ການ​ປົກຄອງ​ເປັນບາງ​ສ່ວນໃນ​ທີ່​ສຸດ. ​ເພາະສະ​ນັ້ນມັນ​ຈຶ່ງ​ສໍາຄັນ​ຫຼາຍ​ທີ່​ຈະ​ບໍ່​ມີ​ຜົນ​ກະທົບ​​ໃນທາງ​ລົບ​ຕໍ່ອະທິປະ​ໄຕ​ຂອງ​ເຮົາ. ນອກ​ນີ້​ແລ້ວ ມັນ​ສໍາຄັນ​​ເຊ່ນ​ກັນ ທີ່​ຈະ​ບໍ່​​ໃຫ້ການລົງທຶນ​ແຕະຕ້ອງ​ ຫຼື​ທໍາລາຍ​ສະພາບ​ແວດ​ລ້ອມ​ຂອງ​ພວກ​ເຮົາ​ນັ້ນ​ນໍາ. ພວກ​ເຮົາ​ບໍ່ຢາກ​ໃຫ້ ຊັບພະຍາກອນທໍາ​ມະ​ຊາດ​ຂອງ​ພວກ​ເຮົາ​ ຖືກ​ຂຸດ​ຄົ້ນ​ຂຶ້ນ​ມາ​ແລະຂົນ​ໜີ​ໄປ
ໂດຍ​ບໍ່​ໄດ້​ຈົ່ງ​ຫຍັງ​ໄວ້​ໃຫ້​ເລີ​ຍ.”


ນອກ​ນີ້​ແລ້ວ ປະທານາທິບໍດີ​ມຽນມາ ຍັງ​ພະ​ຍາ​ຍາມລຸດຜ່ອນຄວາມ​ເປັນຫ່ວງ​ ກ່ຽວ​ກັບ​ການ
​ສໍ້​ລາດ​ບັງ​ຫຼວງ​ໂດຍ​ທົ່ວ​ໄປນໍາ ​ໂດຍ​ອ້າງ​ເຖິງ​ຄວາມ​ສໍາພັນ​ຂອງ​ທ່ານ​ກັບ​ຜູ້​ນໍາ​ຝ່າຍ​ຄ້ານ ​ເຈົ້າ​ຂອງ​ລາງວັນ​ໂນແບ​ລ ທ່ານ​ນາງ ອອງຊານ ຊູ​ຈີ ທີ່​ທ່ານ​ນາງ​ເອງ ກໍ​ໄດ້​ມາ​ຢ້ຽມຢາມ​ສະຫະລັດ​ ​ໃນ​ຊ່ວງ​ເວລາ​ດຽວ​ກັນ​ນັ້ນ​.

ທ່ານ ​ເທ​ນ ​ເຊ​ນ ​ເວົ້າ​ວ່າ:ກ່ຽວ​ກັບເລື່ອງ​ການ​ປົກຄອງ​ດ້ວຍຕົວ​ບົດ​ກົດໝາຍ​ນັ້ນ ທາງ​ສະ​ພາແຫ່ງ​ຊາດ​​ເອງ ກໍມອງ​ເຫັນ​ວ່າ​ເປັນ​ສິ່ງ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ຍົກ​ເອົາ​ເລຶ່ອງນີ້​ ຂຶ້ນມາ​ປຶກສາ​ຫາລື​ກັນ. ທ່ານ​ນາງ ອອງຊານ ຊູ​ຈີ ​ເອງ​ກໍ​​ໄດ້​ເວົ້າ​​ເຖິງ ເລຶ່ອງຄວາມສໍາຄັນ​ຂອງ​ຕົວ​ບົດ​ກົດໝາຍ ຢູ່​ເລື້ອຍໆ. ​​ເນື່ອງຈາກ​ວ່າ ​ເລື່ອງ​ການ​ປົກຄອງ​ດ້ວຍຕົວ​ບົດ​ກົດໝາຍ ​ແລະ​ການ​ປາບ ປາມ​ການ​ສໍ້​ລາດ​ບັງ​ຫຼວງ​ ກໍ​ເປັນ​ບຸລິມະ​ສິດ​ຂອງ​ຂ້າພະ​ເຈົ້າ​ຄື​ກັນ ລັດຖະບານ​ຂອງ​ເຮົາ​ຈຶ່ງກໍາລັງ​ດໍາ​ເນີນ​ການ​ໃນ​ເລຶ່ອງນີ້​ຢູ່. ​ແລະສະພາ​ແຫ່ງ​ຊາດ​ກໍ​ກໍາ​ລັງດໍາ​ເນີນ​ການ​ນໍາ​ເຊັ່ນ​ກັນ​. ສະ​ນັ້ນ ການ​ພະຍາຍາມ​ເຮັດ​ວຽກ​ເພື່ອເປົ້າໝາຍ​ອັນ​ດຽວ​ກັນ​ ​ກໍ​ຍ່ອມຈະນໍາພາ
​ປະ​ເທດ​ຊາດ​
ໄປ​ສູ່​ອະນາຄົດ​ທີ່​ດີ​ໄດ້.”

ການ​ປະຊຸມກັນ​ໃນລະດັບ​ສູງ​ຫຼາຍ​ໆບັ້ນ​ລະຫວ່າງ​ມຽນມາ​ແລະ​ສະຫະລັດນັ້ນ ກໍ​ເບິ່ງ​ຄື​ວ່າ ​ໄດ້​ຊ່ວຍ​ຜ່ອນ​ເບົາ​ຄວາມ​ເປັນ​ຫ່ວງ​ຢູ່​ໃນ​ວໍ​ຊິງ​ຕັນລົງ​ແດ່ ແຕ່​ກໍ​ບໍ່ ​ແມ່ນ​ທັງໝົດ​ ອິງ​ຕາມ​ ທ່ານ Kurt Campbell ລັດຖະມົນຕີ​ຊ່ວຍ​ວ່າການ ຕ່າງປະ​ເທດ​ສະຫະລັດ​.

ທ່ານ Campbell ​ເວົ້າ​ວ່າ: “ນອກ​ນີ້​ແລ້ວ ພວກ​ເຮົາ​ຍັງ​ມີ​ການປຶກສາ​ຫາ​ລື​ກັນ​ ຢ່າງໃກ້ຊິດ
​ທີ່​ສຸດ​
ກັບ​ພວກ​ທີ່ຢູ່​ພາຍ​ໃນ​ປະ​ເທດ ພາຍ​ໃນ​ພະມ້າ ຫລື ມຽນມາ ພວກ​ທີ່​ມີ​ຄວາມ​ສົນ​ໃຈ​ຢ່າງ​ແຮງ​ກ້າ ຢາກ​ຈະ​ເຫັນວ່າ ຂັ້ນ​ຕອນເຂົ້າ​ໄປ​ພົວພັນ​ຂອງ​ສະຫະລັດ ການ​ລົງທຶນ​ທີ່​ມີ​ຄວາມໂປ່​ງ​ໃສ ​ແລະມີ​ຄວາມ​ຮັບຜິດຊອບນັ້ນ ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນມາ​​ແນວ​ໃດ.”

ຕໍ່​ຄໍາ​ຖາມ​ທີ່​ວ່າ ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ເປັນ​ໄປ​ຕາມ​ແຜນການ​ທີ່​ວາ​ງ​ເອົາໄວ້​ຫຼື​ບໍ່ ນັ້ນ ກໍ​ເບິ່ງ​ຄື​ວ່າ ​ຊາວ​ມຽນມາ​ສ່ວນ​ໃຫຍ່​ແມ່ນ​ຈະ​ຕ້ອງ​ໄດ້​ລໍຖ້າ​ເບິ່ງ​ໄປ​ກ່ອນ.

ເບິ່ງວີດີໂອລາຍງານນີ້ ເປັນພາສາອັງກິດ:

Your browser doesn’t support HTML5

Burma Working to Change Image