ຝຣັ່ງມອບຫລຽນກຽດຕິຍົດ ໃຫ້ທ່ານນາງ ອອງຊານ ຊູຈີ

ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານ Alain Juppe ກັບຜູ້ນໍາປະຊາທິປະໄຕມຽນມາ ທ່ານນາງ Aung San Suu Kyi ໃຫ້ສໍາພາດຂ່າວຮ່ວມກັນ ລຸນຫລັງການພົບປະສົນທະນາກັນ ຢູ່ເຮືອນຂອງທ່ານນາງ ທີ່ນະຄອນຢ່າງກຸ້ງ, ວັນທີ 15 ມັງກອນ 2012.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝຣັ່ງ​ ທ່ານ Alain Juppe ​ໄດ້​ມອບ​ຫລຽນ​ກາຄໍາ​ຊອບ
ກຽດ​ຕິ​ຍົດອັນ​ດັບສູງ​ສຸດ​ອັນ​ນຶ່ງຂອງປະ​ເທດຝຣັ່ງ ​ໃຫ້ແກ່​ທ່ານ​ນາງ Aung San Suu
Kyi ນັກ​ເຄື່ອນ​ໄຫວ​ຕໍ່ສູ້​ເພື່ອ​ປະຊາທິປະ​ໄຕໃນ​ມຽນມາ.

ໃນ​ພິທີ​ທີ່ຈັດ​ຂຶ້ນ​ຢູ່​ນະຄອນ​ຢາງ​ກຸ້ງ ​ໃນ​ວັນ​ອາທິດວານ​ນີ້ ທ່ານ Juppe ​ໄດ້​ມອບ​ຫລຽນ​
ກຽດຕິຍົດ the Legion of Honor ໃຫ້​ທ່ານ​ນາງ Aung San Suu Kyi ​ເພື່ອ​ເປັນ​
ການ​ຮັບ​ຮູ້​ໃນ​ການ​ຕໍ່ສູ້ເພື່ອ​ປະຊາທິປະ​ໄຕ ມາ​ເປັນ​ເວລາດົນ​ນານ​ຂອງ​ທ່ານ​ນາງ.

ທ່ານ Juppe ທີ່​ຢືນ​ຢູ່​ຄຽງ​ຂ້າງ​ທ່ານ​ນາງ​ຊູ​ຈີ ກ່າວວ່າ ຝຣັ່ງແລະສະຫະພາບຢູໂຣບ
ຈະໃຫ້ການຕອບສະໜອງ “ໃນ​ທາງ​ບວກ​ແລະ​ເປັນ​ຮູບ​ປະ​ທໍາ” ຕໍ່ການດໍາເນີນການ
ປະຕິຮູບຢ່າງ​ໄວ ຕໍ່​ເນື່ອງ​ກັນຫລາຍໆຢ່າງ ໂດຍລັດຖະບານມຽນມາ​ນັ້ນ ແລະ​ເອີ້ນ​
ການ​ປະຕິ​ຮູບ​ເຫລົ່າ​ນັ້ນວ່າ “​ເປັນ​ປະວັດ​ການ.” ທ່ານໄດ້ບອກ​ພວກ​ສື່ມວນຊົນວ່າ
ທ່ານໄດ້ພົບກັບນັກໂທດ ຈໍານວນ​ນຶ່ງ​ໃນຫລາຍກວ່າ 650 ຄົນທີ່ຖືກປ່ອຍຕົວໃນວັນ
ສຸກຜ່ານ​ມາ​ນັ້ນ ແລະຂໍ​ສະ​ແດງ​ຄວາມຄໍານັບຕໍ່​ຄວາມ ອົງອາດກ້າຫານ ແລະສັກ​ສີ
ຂອງເຂົາເຈົ້າ.

ສ່ວນທ່ານນາງ Aung San Suu Kyi ກ່າວວ່າ ທ່ານນາງຫວັງວ່າ ການປ່ອຍພວກ
ນັກໂທດ ຊື່ງຮວມທັງນັກໂທດການເມືອງຫລາຍໆຄົນນັ້ນ ຈະ​ເຮັດ​ໃຫ້ຂັ້ນຕອນ​ໃນ
​ການ​ກ້າວ​ໄປ​ສູ່ ປະຊາທິປະໄຕ ແລະ ການສ້າງຄວາມປອງດອງຊາດ ​ໃນ​ມຽນມາ​ນັ້ນ
ມີ​ຄວາມ​ໝັ້ນ​ຄົງໜັກ​ແໜ້ນ​ຍິ່ງ​ຂຶ້ນ.

ທ່ານ Juppe ຊຶ່ງເປັນລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງ ຄົນທໍາອິດທີ່ໄປ
ຢ້ຽມຢາມມຽນມາ ມີ​ກໍານົດຈະໄດ້ພົບປະກັບປະທານາທິບໍດີ Thein Sein ທີ່ນະ
ຄອນຫລວງ Naypyitaw ​ໃນ​ວັນ​ຈັນ​ມື້​ນີ້.

ການເດີນທາງໄປຢ້ຽມຢາມ​ມຽນມາຂອງທ່ານ​ໃນ​ຄັ້ງ​ນີ້ ​ແມ່ນ​ຕິດຕາມ​ມາ​ລຸນ​ຫລັງ
ການ​ຢ້ຽມຢາມ​ໃນ​ທໍານອງ​ດຽວ​ກັນຂອງ ທ່ານນາງ Hillary Clinton ໃນເດືອນ
ທັນວາຜ່ານ​ມາ ຊຶ່ງທ່ານ​ນາງ​ ໄດ້ເປັນລັດຖະມົນຕີການຕ່າງປະເທດສະຫະລັດ
ຄົນທໍາອິດ ທີ່ໄປຢ້ຽມຢາມມຽນມາ​ ໃນ​ຮອບດົນກວ່າ 50 ປີ. ໃນມື້ວັນສຸກຜ່ານ​ມາ
ວໍຊິງຕັນ ໄດ້ຈັດ​ຕັ້ງຄວາມສໍາພັນທາງການທູດ​ໂດຍເຕັມ ກັບມຽນມາ​ຄືນ​ໃໝ່ ຫລັງ
​ຈາກ​ທີ່​ມຽນມາ​ໄດ້ປ່ອຍນັກໂທດ.