ໄຟທີ່ລຸກໄໝ້ທໍ່ນໍ້າມັນທີ່ເມືອງປາກົກກູ ໃນເຂດແມັກເວ ຂອງມຽນມາ ທີ່ເຮັດໃຫ້ 14 ຄົນເສຍຊີວິດ
ມີ 14 ຄົນເສຍຊີວິດ ແລະ ມີອີກປະມານ 100 ຄົນ ໄດ້ຮັບບາດເຈັບ ຍ້ອນເກີດໄຟໄໝ້ທໍ່ສົ່ງນໍ້າມັນດິບ ຢູ່ພາກກາງຂອງມຽນມາ.
ເຈົ້າໜ້າທີ່ລັດຖະບານມຽນມາຜູ້ນຶ່ງ ກ່າວໃນວັນຈັນມື້ນີ້ວ່າ ໄຟໄດ້ລຸກໄໝ້ຂຶ້ນໃນວັນອາທິດ
ວານນີ້ ຢູ່ໃກ້ເມືອງ ປາກົກກູ (Pakokku) ໃນເຂດແມັກເວ (Magway).
ເຈົ້າໜ້າທີ່ຄົນນີ້ ທີ່ບໍ່ປະສົງທີ່ຈະບອກຊື່ ເວົ້າວ່າອາດຈະມີກໍລະນີ ຄົນບາດເຈັບຫລາຍລາຍ
ກວ່ານັ້ນອີກ ກໍເປັນໄດ້.
ພວກທີ່ໄດ້ຮັບບາດເຈັບ ຊຶ່ງມີລວມທັງຫລາຍຄົນທີ່ໄປຊ່ວຍດັບໄຟ ໄດ້ຖືກນຳໄປປິ່ນປົວ
ບາດແຜຢູ່ໂຮງໝໍ ໃກ້ໆເຂດນັ້ນ.