ໃນຖານະເປັນແຫຼ່ງທ່ອງທ່ຽວທີ່ກໍາລັງໂດ່ງດັງໃໝ່ສຸດຂອງຂົງເຂດ
ເອເຊຍນັ້ນມຽນມາກໍາລັງປະເຊີນກັບຈໍານວນຊາວຕ່າງປະເທດທີ່
ເພີ່ມຂຶ້ນໄປນັບມື້ ຄືພວກທີ່ຢາກໄປຢ້ຽມຊົມສະຖານທີ່ຕ່າງໆທີ່ປິດ ຕາຍມາໄດ້ຫຼາຍສິບປີ ນັ້ນ. ແຕ່ຈໍານວນນັກທ່ອງທ່ຽວທີ່ເພີ່ມຫຼາຍ
ຂຶ້ນພ້ອມກັບການເຕີບໂຕຂອງອຸດສາຫະກໍາລາຍໃໝ່ໆ ແມ່ນກໍາ ລັງສ້າງຄວາມເສຍຫາຍໃຫ້ແກ່ສະພາບແວດລ້ອມ. ຜູ້ສື່ຂ່າວວີໂອ
ເອ Steve Sanford ລາຍງານຈາກທະເລສາບ INLE ທີ່ມີທິວ
ທັດສວຍງາມຂອງມຽນມາ ບ່ອນທີ່ການພັດທະນາ ທີ່ຂະຫຍາຍ ຕົວອອກໄປຢ່າງວ່ອງໄວນັ້ນ ກໍາລັງສ້າງຄວາມເສຍຫາຍເພີ່ມຕື່ມ
ໃຫ້ແກ່ລະບົບນິເວດວິທະຍາທີ່ເສຍຫາຍໄປຫຼາຍແລ້ວນັ້ນ ທອງ
ປານ ມີລາຍລະອຽດ ມາສະເໜີທ່ານ.
ເບິ່ງວີດິໂອ ພາສາລາວ:
ທະເລສາບ Inle ຖືວ່າເປັນອັນຍະມະນີອັນນຶ່ງຂອງມຽນມາບ່ອນທີ່ມີນົກຫຼາຍຊະນິດຍົກ ຍ້າຍໄປຢູ່ຕາມລະດູການ ສັດສາວາສິ່ງຊະນິດທີ່ຫາຍາກ ແລະບັນດາຊົນເຜົ່າມຽນມາ ຈໍານວນຫຼວງຫຼາຍ ທີ່ອາໄສຢູ່ຮ່ວມກັນ ອ້ອມ ແອ້ມໜອງນໍ້າຈືດ ທີ່ກ້ວາງໃຫຍ່ ມີພື້ນທີ່
110 ກິໂລແມັດມົນທົນນັ້ນ.
ມາບັດນີ້ ພວກນັກທ່ອງທ່ຽວຕ່າງປະເທດພາກັນຫຼັ່ງໄຫຼເຂົ້າໄປຢ່າງບໍ່ລົດລະ ແລະເຖິງ
ແມ່ນວ່າ ມັນໝາຍເຖິງເປັນທຸລະກິດໃຫຍ່ດີມີກໍາໄລສໍາລັບບາງຄົນ ຫຼືບາງບໍລິສັດກໍຈິງຢູ່
ແຕ່ພວກຄົນທ້ອງຖິ່ນເວົ້າວ່າ ພວກເຂົາເຈົ້າເປັນຝ່າຍທີ່ກໍາລັງສູນເສຍ.
ສວນໝາກເລັ່ນທີ່ລອຍຢູ່ບົນໜ້ານໍ້າ ເປັນຜົນລະປູກຫຼັກທີ່ນໍາລາຍໄດ້ເປັນເງິນສົດມາສູ່
ເຂດນີ້ ໂດຍປະກອບເປັນຫຼາຍກວ່າ 60 ເປີເຊັນຂອງຜົນຜະລິດການກະເສດທັງໝົດ ຂອງທ້ອງຖິ່ນ.
ຊາວສວນ Mee Intara ເວົ້າວ່າ ລາວຍິນດີຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ແຕ່
ລາວບໍ່ມັກການຈະລາຈອນທີ່ອັ່ງອໍເພີ່ມຂຶ້ນ.
ທ້າວ ມີ ອິນທະຣາ ເວົ້າວ່າ: “ຟອງນໍ້າທີ່ເກີດຈາກເຮືອຈັກນໍາທ່ຽວຢ່າງບໍ່ຂາດນັ້ນ
ແມ່ນກໍາລັງທໍາລາຍຜົນລະປູກຂອງຂ້ອຍຢູ່ທະເລສາບນີ້.”
ເສີມໃສ່ບັນຫາທີ່ມີຢູ່ແລ້ວ ກໍແມ່ນ ນໍ້າມັນກະຊ້ວນທີ່ມາຈາກເຮືອ ຜະສົມກັບຢາຂ້າແມງ
ທີ່ພວກຊາວສວນພາກັນໃຊ້ ຢ່າງຫລວງຫລາຍເກີນໄປຢູ່ແລ້ວນັ້ນ ແມ່ນກໍາລັງເປັນໄພ
ຂົ່ມຂູ່ຕໍ່ສະບຽງນໍ້າດື່ມ.
Khin Moe Khao ເວົ້າວ່າ ຄອບຄົວຂອງລາວ ແລະຄອບຄົວອື່ນໆ ທີ່ອາໄສຢູ່ເທິງດອນ
ຕ່າງໆຂອງທະເລສາບນີ້ ເວົ້າວ່າ ບັດນີ້ພວກເຂົາເຈົ້າຕ້ອງໄດ້ໄປເອົານໍ້າສະອາດ ມາດື່ມ
ມາໃຊ້ຈາກບ່ອນອື່ນທີ່ຢູ່ຫ່າງໄກ.
ຕູ້ໂມຂາວ ເວົ້າວ່າ: “ຜູ້ໃດມີເຮືອຈັກ ກໍສາມາດໄປເອົານໍ້າໄດ້ຢ່າງງ່າຍໆ ແຕ່ຊາວ
ບ້ານບາງຄົນມີແຕ່ເຮືອພາຍ ແລະກໍບໍ່ສາມາດໄປເອົານໍ້າຢູ່ໄກໄດ້ ກໍເລີຍພາກັນ
ເຈັບປ່ວຍ ຍ້ອນກິນນໍ້າທີ່ເປື້ອນເປີບໍ່ສະອາດນັ້ນ.”
ນອກນັ້ນ ໃນຂະນະທີ່ການພັດທະນາແລະການປະກອບທຸລະກິດທີ່ບໍ່ມີກົດມີເກນ ດໍາເນີນ
ໄປໜ້າຢ່າງບໍ່ລົດລະຢູ່ນີ້ ບັນດານັກອະນຸລັກສິ່ງແວດລ້ອມທ້ອງຖິ່ນກໍພາກັນເປັນຫ່ວງນໍາ
ຄວາມເປັນໄປໄດ້ສູງ ນໍາອັນທີ່ມີຄວາມສາມາດບົ່ມຊ້ອນ ທີ່ຈະສ້າງໄພພິບັດຕໍ່ສິ່ງແວດລ້ອມ
ໃນລະດັບທີ່ໃຫຍ່ກວ່າ ນັ້ນກໍຄືສານພິດທີ່ຈະຮົ່ວໄຫຼມາຈາກບໍ່ຖ່ານຫິນແຫ່ງນຶ່ງ.
Khun Chankhe ນັກອະນຸລັກສິ່ງແວດລ້ອມຜູ້ນຶ່ງປະຈໍາອົງການເຍົາວະ ຊົນ Pa-Oh
ເວົ້າວ່າ ສິ່ງເສດເຫຼືອທີ່ຮົ່ວໄຫຼມາຈາກເໝືອງຖ່ານຫິນທີ່ເປີດກ້ວາງ ຢູ່ຫ່າງຈາກນີ້ໄປ 13
ຫຼັກນັ້ນ ແມ່ນໄຫຼລົງສູ່ບໍລິເວນສັນປັນນໍ້າຂອງທະເລສາບ Inle ນີ້ ຊຶ່ງເຮັດໃຫ້ບັນຫານີ້
ຊໍ້າຮ້າຍລົງໄປອີກ.
ທ້າວ ຊັງເຄ ເວົ້າວ່າ: “ປະຊາຊົນສ່ວນໃຫຍ່ໃນໝູ່ບ້ານເຫລົ່ານີ້ອາໄສຕອນເທິງ
ຂອງນໍ້າຫ້ວຍ Tigyit ເພື່ອໃຊ້ເປັນແຫຼ່ງນໍ້າອາບນໍ້າດື່ມ ແລະເດີນທາງ ສະນັ້ນ
ມັນເປັນອັນຕະລາຍທີ່ສຸດຕໍ່ພວກເຂົາເຈົ້າ ຍ້ອນວ່ານໍ້າເປັນມົນລະພິດ ຈາກບໍ່
ຖ່ານຫິນດັ່ງກ່າວ ແລະມັນກໍກະທົບທະເລສາບ Inle ນໍາ.”
ຕາບໃດທີ່ທຸລະກິດການທ່ອງທ່ຽວ ແລະການພັດທະນາ ຍັງສືບຕໍ່ຂະຫຍາຍໂຕອອກໄປເລື້ອຍໆ ທະເລສາບນໍ້າຈືດທີ່ໃຫຍ່ອັນດັບສອງຂອງມຽນມາ ແລະປະຊາຊົນທີ່ເພິ່ງພາ
ອາໄສທະເລສາບແຫ່ງນີ້ ກໍແມ່ນຈະປະສົບກັບການສູນເສຍ ທັ້ງຊີວິດການເປັນຢູ່ແລະ
ສິ່ງແວດລ້ອມ ໜັກໜ້າໄປເລື້ອຍໆ.
ເບິ່ງວີດິໂອ ພາສາອັງກິດ:

Your browser doesn’t support HTML5