ລມຕ ຕ່າງປະເທດອິນເດຍ ຢ້ຽມຢາມມຽນມາ

  • ສິງ ບູຣົມມະວົງ

ທ່ານ S.M. Krishna ລັດຖະມົນຕີຕ່າງປະເທດອິນເດຍ ຖະແຫລງ ຕໍ່ກອງປະຊຸມນັກຂ່າວ ກ່ອນເດີນທາງໄປຍັງມຽນມາ, ວັນທີ 20 ມິຖຸນາ 2011



















ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນ​ເດຍບິນ​ໄປ​ຍັງ​ມຽນມາ​ໃນ​ວັນ​ຈັນມື້​ນີ້​ ​ເພື່ອທໍາ​ການ​ຢ້ຽມຢາມ​ທີ່​ຄາດ​ກັນ​ວ່າ ຈະ​ສົ່ງ​ເສີມ​ສາຍ​ພົວພັນລະຫວ່າງເພື່ອນ​ບ້ານ​ໃນ​ເອ​ເຊຍສອງ​ປະ​ເທດ​ນີ້ ໃຫ້​ອົບ​ອຸ່ນ​ຂຶ້ນ.

ທ່ານ S.M. Krishna ລັດຖະມົນຕີ​ຕ່າງປະ​ເທດ​ອິນ​ເດຍກ່າວ​ກ່ອນເດີນທາງ​ອອກ​ຈາກ​ກຸງ​ນິວ​ເດ​ລີ​ວ່າ ການ​ໂອ້​ລົມ​ສົນທະນາ​ກັນຈະ​ເພ່ງ​ເລັງ​ໃສ່​ການ​ຮ່ວມ​ມື​ໃນ​ດ້ານ​ຄວາມ​ປອດ​ໄພ ​ຕະຫລອດ​ທັງ​ດ້ານ​ພະລັງງານ ​ໂຄ່ງ​ລ່າງ​ພື້ນຖານ​ແລະ​ເລື້ອງ​ອື່ນໆ. ທ່ານ Krishna ​ເປັນເຈົ້າ​ໜ້າ​ທີ່​ລະດັບ​ສູງ​ສຸດ​ຂອງ​ລັດຖະບານ​ອິນ​ເດຍທີ່​ທໍາ​ການ​ຢ້ຽມຢາມ​ມຽນມາ​ນັບ​ແຕ່​ລັດຖະບານ​ໃໝ່​ຂອງ​ມຽນມາ​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງ​ ໃນ​ທ້າຍເດືອນ​ມີນາ​ແລ້ວ​ນີ້​ເປັນ​ຕົ້ນ​ມາ.

ໃນ​ເວລາ​ດຽວ​ກັນ​ນີ້ ມຽນມາ​ກໍ​ກໍາລັງ​ເປັນ​ເຈົ້າພາບ​ຕ້ອນຮັບ​ຜູ້ຕາງໜ້າ​ຄະນະ​ນຶ່ງ​ຈາກ​ສະຫະ ພາບ​ຢູ​ໂຣບ ຊຶ່ງ​ກ່າວ​ວ່າ ພວກ​ຕົນ​ຢາກ​ໄປ​ເບິ່ງ​ ວ່າ ຄະນະ​ນໍາພາ​ໃໝ່​ໃນ​ມຽນມາມີ​ຄວາມ​ຈິງ​ຈັງ​ແທ້ໆ​ບໍ​ ກ່ຽວ​ກັບ​ການ​ປະຕິ​ຮູບ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ນັ້ນ. ​ໃນ​ເດືອນ​ເມສາ​ຜ່ານ​ມາ ສະຫະພາບ​ຢູ​ໂຣບ​ໄດ້​ຕໍ່​ອາຍຸການ​ລົງ​ໂທດ​ທາງ​ດ້ານ​ເສດຖະກິດ​ຂອງ​ຕົນຕໍ່​ມຽນມາແລະພວກ​ຜູ້​ນໍາ​ສ່ວນ​ຫລາຍຂອງ​ມຽນມາ​ອອກ​ໄປ​ອີກ ​ແຕ່​ໄດ້​ຍົກ​ເລີກ​ການ​ຈໍາກັດ​ຮັດ​ແຄບ​ໃນ​ດ້ານ​ການ
ເດີນທາງສໍາລັບ​ພວກສະມາຊິກ​ພົນລະ​ເຮືອນ​ບາງ​ຄົນ​ໃນ​ຄະນະ​ລັດຖະບານ​ໃໝ່​ຂອງ​ມຽນມາ​ນັ້ນ.

ຄະນະ​ຜູ້ຕາງໜ້າ​ສະຫະພາບ​ຢູໂຣບ​ ​ຍັງ​ຄາດ​ຫວັງເຊ່ນ​ກັນ​ວ່າ​ ຈະ​ໄດ້​ພົບ​ກັບ​ທ່ານ​ນາງ​ອອງຊານ​ຊູ​ຈີ ​ແຕ່​ທ່ານ Krishna ລັດຖະມົນຕີ​ຕ່າງປະ​ເທດ​ອິນ​ເດຍ ກ່າວ​ວ່າ ທ່ານ​ບໍ່​ຮູ້ວ່າ ທ່ານ​ຈະ​ມີ​ໂອກາດ​ໄດ້​ພົບ​ປະກັບ​ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ​ນັ້ນ​ຫລື​ບໍ.