ມຽນມາ ປະກາດ ພາວະສຸກເສີນ ໃນເຂດ ພາກກາງ ຂອງ ປະເທດ

ຄົນຂີ່ລົດຈັກແລະລົດຖີບ ກາຍໜ້າວັດແຫ່ງນຶ່ງຂອງສາສະໜາອິສລາມ ທີ່ຖືກໄຟໄໝ້ ລະຫວ່າງການຈະລາຈົນ ທີ່ເມືອງ Meikhtila (22 ມີນາ 2013)

ລັດຖະບານມຽນມາປະກາດພາວະສຸກເສີນຢູ່ໃນເຂດພາກກາງ ຂອງປະເທດ ບ່ອນທີ່ການປະທະກັນເປັນເວລາ 3 ມື້ ລະຫວ່າງ
ຊາວພຸດ ແລະຊາວມຸສລິມເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 20
ຄົນແລ້ວ.

ພວກທີ່ເຫັນເຫດການລາຍງານວ່າ ມີສົບຄົນຕາຍທີ່ຖືກໄຟໄໝ້ ນອນຢາຍກັນຢູ່ຕາມຖະໜົນຫົນທາງ ແລະຕຶກອາຄານຫຼາຍໆ
ຫຼັງ ຍັງສືບຕໍ່ລຸກໄໝ້ ເປັນແປວໄຟ ຮວມທັງວັດຂອງສາສະໜາ
ອິສລາມ ທີ່ເມືອງ Meikhtila.

ເຈົ້າໜ້າທີ່ມີຄວາມຢ້ານກົວວ່າຈຳນວນຜູ້ເສຍຊີວິດອາດຈະເພີ້ມ
ຂຶ້ນຕື່ມຈາກຄວາມຮຸນແຮງ ຊຶ່ງເລີ້ມຂຶ້ນໃນມື້ວັນພຸດຜ່ານມາລຸນ
ຫລັງທີ່ໄດ້ມີການຜິດຖຽງກັນ ລະຫວ່າງລູກຄ້າຄົນນຶ່ງ ແລະເຈົ້າ ຂອງຮ້ານຂາຍຄຳທີ່ເປັນຊາວມຸສລິມ.

ເຈົ້າໜ້າທີ່ ໄດ້ປະກາດຫ້າມອອກນອກເຮືອນ ໃນຍາມກາງຄືນ
ແລະພວກຊາວເມືອງຫຼາຍໆຄົນເວົ້າວ່າ ເຂົາເຈົ້າມີຄວາມຢ້ານ
ກົວທີ່ຈະອອກຈາກເຮືອນໄປຊຶ່ງເຮັດໃຫ້ສ່ວນໃຫຍ່ເມືອງດັ່ງກ່າວຕົກຢູ່ໃນສະພາບຄືກັນ ກັບເມືອງຮ້າງ ນອກຈາກຝຸງຊົນທີ່ມີຄວາມໂກດແຄ້ນ ໂຮມຊຸມນຸມກັນຢູ່ຕາມຖະໜົນຫົນ ທາງ.

ລາຍລະອຽດກ່ຽວກັບການປະທະກັນແມ່ນຍັງບໍ່ທັນຮູ້ເທື່ອໃນເມື່ອພວກນັກຂ່າວຫລາຍໆ ຄົນເວົ້າວ່າເຂົາເຈົ້າໄດ້ຖືກຂັດຂວາງ ບໍ່ໃຫ້ເຂົ້າໄປເກັບກຳຂ່າວກ່ຽວກັບບັນຫາຂັດແຍ້ງນີ້ ແລະຖືກຂົ່ມຂູ່ໂດຍພວກພະສົງສາສະໜາພຸດ ທີ່ເປັນຫົວໜ້ານຳພາການປະທ້ວງ.

ສະຫະລັດ ແລະອົງການສະຫະປະຊາຊາດ ຕ່າງກໍໄດ້ຮຽກຮ້ອງ ໃຫ້ຍຸຕິຄວາມຮຸນແຮງດັ່ງ
ກ່າວຊຶ່ງເປັນຄວາມວຸ້ນວາຍທາງສາສະໜາທີ່ຮ້າຍແຮງສຸດນັບຕັ້ງແຕ່ໄດ້ມີການປະທະກັນ ໃນປີກາຍນີ້ ລະຫວ່າງຊາວພຸດແລະຊາວມຸສລິມໂຣຮິງຢາ ທີ່ລັດຣາໄຄນ໌ ໃນພາກຕາເວັນ ຕົກຂອງມຽນມາ.

ອົງການນິລະໂທດກຳສາກົນ ເອີ້ນຄວາມຮຸນແຮງຄັ້ງຫລ້າສຸດນີ້ວ່າ ເປັນເລື່ອງໜ້າກັງວົນ ໃຈຫຼາຍໂດຍເວົ້າວ່າມັນໄດ້ສະແດງໃຫ້ເຫັນວ່າຄວາມເຄັ່ງຕຶງລະຫວ່າງປະຊາຄົມທັງສອງ ໄດ້ແຜ່ລາມອອກໄປຍັງເຂດອື່ນໆຂອງປະເທດແລ້ວ.

ການປະທະກັນຫຼາຍໆຄັ້ງໃນປີກາຍທີ່ລັດຣາໄຄນ໌ເຮັດໃຫ້ມີຜູ້ເສຍຊີວິດປະມານ 200 ຄົນ ແລະຫລາຍກວ່າ 100,000 ຄົນບໍ່ມີບ່ອນພັກພາອາໄສ ສ່ວນໃຫຍ່ແລ້ວແມ່ນພວກມຸສລິມ ໂຣຮິງຢາ.