ການຈັບກຸມຜູ້ກໍ່ຕັ້ງ ໜັງສືພິມໃນມຽນມາ ພາໃຫ້ເປັນ ຫ່ວງ ກ່ຽວກັບການຄວບຄຸມ ດ້ານການຂ່າວ ໜັກຂຶ້ນ

  • ທອງປານ ເທບວົງສາ

ທ່ານ ຣອສ ດັງລີ ຊາວອອສເຕຣເລຍ ເຈົ້າຂອງຜູ້ນຶ່ງຂອງບໍລິສັດ ສື່ມວນຊົນ Myanmar Consolidated Media ທີ່ຖືກລັດຖະບານ ທະຫານມຽນມາຈັບກຸມ

ເຫດການ​ຈັບ​ກຸມ​ຜູ້ຮ່ວມຮຸ້ນຊາວອອສເຕຣເລຍຂອງໜັງສືພິມ Myanmar Times ຢູ່​ໃນ​ມຽນມາ​ນັ້ນ ​ແມ່ນ​ໄດ້​ສ້າງ​ຄວາມ​ຢ້ານ​ກົວ​​ ກ່ຽວກັບການ​ຄວບ​ຄຸມ​ສື່​ມວນ​ຊົນ​ຂອງ​ມຽນມາ ໂດຍລັດຖະບານທະຫານໃຫ້​ເຄັ່ງ​ຄັດ​ ຂື້ນ​ໄປ​ກວ່າ​ເກົ່າ. ນາຍ Ross Dunkley ​​ເປັນ​ຜູ້ບຸກ​ເບີກ​ ສື່​ມວນ​ຊົນ​ດ້ານ​ການ​ຂ່າວຜູ້ ນຶ່ງໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ທີ່ອອກ​ໜັງສື ພິມ​ ຢູ່ໃນມຽນມາ ກໍາປູ​ເຈຍ​ແລະຫວຽດນາມ. ນາຍ Ron Corben ມີລາຍງານເລື່ອງນີ້ ຈາກບາງກອກ ດັ່ງທອງ​ປານຈະນຳມາສະ​ເໜີທ່ານ​​ໃນ​ອັນ​ດັບ​ຕໍ່​ໄປ

ນາຍ ຣອສ ດັງ​ຄ​ລີ ຊຶ່ງ​ເປັນ​ຊາວ​ອອສ​ເຕຣ​ເລ​ຍທີ່ກໍ່​ຕັ້ງໜັງ
ສືພິມ Myanmar Times ຂື້ນ​ໃນ​ປີ 2000 ​ໄດ້​ຖືກ​ຈັບ​
ຢູ່ນະຄອນ​ຢ່າງ​ກຸ້ງ ​ເມືອງ​ຫລວງ​ເກົ່າ​ຂອງ​ມຽນມາ ບໍ່​ດົນ
ຫລັງ​ຈາກ​ຜູ້ກ່ຽວ​ກັບ​ຄືນ​ມາ​ຈາກ​ຕ່າງປະ​ ​ເທດ​ເມື່ອ​ອາທິດ
ຜ່ານ​ມາ​ນີ້ ຊຶ່ງ​ມີ​ລາຍ​ງານວ່າໄດ້ເກີດການຂັດ​ແຍ້​ງກ່ຽວ​ກັບ ​ການ​ຄວບຄຸມ​ໜັງສືພິມດັ່ງກ່າວ.

ປັດຈຸບັນ​ນີ້ ນາຍ​ດັງ​ຄ​ລີ ​ເປັນ​ຜູ້ຖື​ຮຸ້ນ 49 ​ເປີ​ເຊັນຂອງ​ບໍລິສັດ Myanmar Consolidated Media ຊຶ່ງ​ເປັນ​ບໍລິສັດ​ກໍາກັບ​ດູ​ແລ​ໜັງສືພິມ ສ່ວນຮຸ້ນ​ທີ່​ເຫລືອ​ນັ້ນ ​ຖື​ໂດຍ ທ່ານ Tin Htun Oo.

ຖະ​ແຫລ​ງການ​ສະບັບ​ນຶ່ງ​ທີ່​ອອກເຜີຍແຜ່​ໃນມື້ວັນ​ຈັນ​ຜ່ານ​ມາ​ນີ້​ໂດຍ ບໍລິສັດ Post Media ທີ່​ມີ​ສຳນັກ​ງານຢູ່​ປະ​ເທດ​ໄທ ​ແລະ​ເປັນ​ບໍລິສັດ​ທີ່ຢູ່​ໃນ​ເຄືອ​ຂອງ Myanmar Consolidated ​ໄດ້​ຮຽກຮ້ອງ​ໃຫ້​ປ່ອຍ​ຕົວ​ທ່ານ​ດັງຄ​ລີ​ໂດຍ​ທັນທີ ຫລັງ​ຈາກ​ພວກ​ເຈົ້າໜ້າ​ທີ່​ບໍ່​ສາມາດ​ຕັ້ງ​ຂໍ້​ຫາ​ໄດ້. ມີລາຍ​ງານວ່າ​ທ່ານ​ດັງ​ຄລີ​ຖືກ​ຈັບໃນ​ຂໍ້​ຫາ​ຝ່າ​ຝືນ​ກົດ​ລະບຽບດ້ານວິຊາ​ແລະ​ມີ​ຢາ​ເສບຕິດ​ຢູ່​ໃນ​ຄອບ​ຄອງ.

ທ່ານ ອອງ ຊໍ ບັນນາທິການ​ວາລະ​ສານ Irrawady ຊຶ່ງ​ເປັນ​ວາລະສານທີ່ ກ່ຽວ​ກັບ​ມຽນມາ​ທີ່​ພິມ​ເຜີຍ​ແຜ່​ຢູ່​ໃນ​ປະ​ເທດ​ໄທນັ້ນກ່າວ​ວ່າ ການ​ຈັບກຸມ​ນາຍ ​ດັງຄ​ລີ​ຄັ້ງ​ນີ້ ສໍ່​ສະ​ແດງໃຫ້​ເຫັນ​ວ່າ​ອາດພົວພັນກັບ​ການ​ຄວບ​ຄຸມ​ໜັງສືພິມ​ຫລາຍກວ່າ​ຂໍ້​ຫາອາ​ຊະ​ຍາກໍາ. ຊຶ່ງ​ທ່ານ ອອງ ຊໍ ກ່າວ​ຊີ້​ແຈງ​ຕໍ່​ໄປ​ວ່າ:

"ສິ່ງທີ່ຈະແຈ້ງກໍຄືວ່າໄດ້ເກີດການຂັດແຍ້ງກັນຂຶ້ນລະຫວ່າງ ດຣ Tin Htun Oo ແລະທ່ານ Ross Dunkley ແລະເວລານີ້ ກໍ​ປາກົດວ່າ ພວກເຈົ້າໜ້າທີ່ມຽນມາ ຢາກເຂົ້າຄວບຄຸມໜັງສືພິມ Myanmar Times ທັງໝົດ… ນັ້ນກໍຄືເລື່ອງລາວທີ່ ໄດ້ເກີດຂຶ້ນ. ດ້ວຍເຫດນີ້ ຂ້ອຍຈຶ່ງຄິດວ່າພວກເຈົ້າໜ້າທີ່ມຽນມາ ຄົງຈະຫາເລື່ອງ ໃສ່ລາວ ຊຶ່ງບໍ່​ແມ່ນ​ເລື້ອງທີ່ເຮັດຜູ້ຄົນປະຫຼາດໃຈແຕ່ຢ່າງໃດ."

ຮຸ້ນ​ສ່ວນ​ຄົນ​ທໍາ​ອິດ​ຂອງ​ທ່ານ​ດັງ​ຄລີ ​ຂອງໜັງ​ສື​ພິມທີ່​ນິຍົມ​ຝ່າຍ​ທະຫານນັ້ນ​ ກໍ​ຄື ນາຍ Sonny Swe ລູກ​ຊາຍ​ຂອງ​ອະດີດນາຍ​ພົນ​ຈັດຕະວາ Thien Swe.

ແຕ່​ເນຶ່ອງຈາກວ່ານາຍ​ພົນ Thien Swe ຕົກ​ອັນ​ດັບ​ຈາກ​ການ​ເປັນ​ຜູ້​ນິຍົມຊົມຊອບຂອງ
ນໍາສູງ​ສຸດ ນາຍ Sonny Swe ຈຶ່ງຖືກພົບເຫັນວ່າ​ ກະທໍາ​ຜິດ​ໃນ​ຂໍ້​ຫາ​ສໍ້ລາດ​ບັງ​ຫລວງ
ແລະຖືກ​ຕັດສິນ​ໂທດຈໍາ​ຄຸກ​ໃນ​ປີ 2005 ຫລັງ​ຈາກ​ນັ້ນ​ ຮຸ້ນ​ທັງ​ໝົດຂອງ​ນາຍ Sonny
Swe ກໍ​ໄດ້​ໂອ​ນ​ໄປ​ໃຫ້ ທ່ານ Tin Htun Oo.

ປະ​ເທດ​ພະມ້າ ຫລືທີ່ຮູ້​ກັນ​ວ່າ ມຽນມາ​ນັ້ນ ​ແມ່ນ​ໄດ້​ຖືກ​ປົກຄອງ​ໂດຍ​ພວກທະຫານ​ມາ​ເປັນ
ເວລາ​ດົນ​ນານ ຊຶ່ງ​ໄດ້ຄວບ​ຄຸມວົງ​ການ​ສື່​ມວນ​ຊົນ​ຢ່າງເຄັ່ງ​ຄັດ​ ແລະເກືອບໃນທຸກໆດ້ານ
ຂອງການ​ເສດຖະກິດ ​ແລະ​ການເມືອງ.

ລັດ​ຖະ​ສະພາ​ຊຸດ​ທໍາ​ອິດ​ຂອງ​ປະ​ເທດ​ໃນ​ຮອບ 22 ປີໄດ້​ຖືກ​ເລືອກ​ຕັ້ງຂື້ນ​ມາ​ໃນ​ເດືອນພະຈິກ
ປີກາຍ ​ແຕ່ 80 ​ກວ່າເປີ​ເຊັນ​ຂອງ​ບ່ອນ​ນັ່ງ​ທັງ​ໝົດ​ໃນ​ສະພານັ້ນ​ ແມ່ນ​ມາ​ຈາກຝ່າຍ​ທະຫານ
ຫລື​ພາກສ່ວນ​ທີ່​ພົວພັນ​ພວກທະຫານ ແລະລັດ​ຖະສະ​ພາ​ໄດ້​ເລືອກ​ເອົາ​ອະດີດ​ນາຍົກລັດຖະ
ມົນຕີ Thien Sein ​ໃຫ້​ເປັນ​ປະທານາທິບໍດີ​ມຽນມາຄົນ​ໃໝ່.

ທ່ານ​ອອງ ຊໍ ​ກ່າວ​ວ່າ ​ໃນຂັ້ນຕົ້ນທ່ານ ດັງຄລີ ​ເປັນ​ຜູ້​ທີ່ໃຫ້​ຄວາມ​ຫວັງທີ່​ວ່າການ​ຄວບ​ຄຸມ​
ດ້ານ​ສື່​ມວນ​ຊົນ​ທີ່​ເຄັ່ງ​ຄັດຂອງມຽນມາ​ນັ້ນ​ ຈະ​ຜ່ອນ​ເບົາ​ລົງ​ໄປ ​ແຕ່ທ່ານ​ອອງ ຊໍ​ ກ່າວ​ວ່າ
ການ​ຄວບ​ຄຸມ​ເຫລົ່າ​ນັ້ນ ​ແລະ​ການ​ເມືອງ​ຂອງ​ປະ​ເທດ​ແມ່ນ​ໝາຍ​ເຖິງ​ການ​ເຮັດ​ໜັງສືພິມມັກ​
ຈະ​ເປັນ​ການ​ລົງ​ທຶນ​ທີ່​ສ່ຽງອັນ​ນຶ່ງສະເໝີ ຊຶ່ງ​ທ່ານ ອອງ ຊໍ ກ່າວ​ຕໍ່​ໄປ​ວ່າ:

"ທ່ານ Ross ຄວນຮູ້ຈັກວ່າ ມຽນມາຄືປ່າຊ້າການເມືອງສຳລັບທຸກໆຄົນ. ແມ່ນ
ແຕ່ລາວເອງ ກໍຄວນຮູ້ວ່າ ມີພວກນັກໜັງສືພິມແລະນັກຂ່າວຫຼາຍປານໃດ ທີ່ໄດ້ ຖືກຈັບແລະຖືກຂັງຄຸກ."

ສະມາຄົມ​ໃຫ້ການ​ຊ່ວຍ​ເຫລືອນັກ​ໂທດ​ການ​ເມືອງ​ມຽນມາ ກ່າວ​ວ່າ ພວກນັກ​ຂ່າວແລະ​
ພວກ​ນັກ​ເຄຶ່ອນ​ໄຫວ​ດ້ານ​ສື່​ມວນ​ຊົນ​ ປະມານ 30 ຄົນ ແມ່ນ ຮວມຢູ່ໃນຈຳນວນ​ພວກ
ນັກ​ໂທດ​ການ​ເມືອງ​ ຫຼາຍ​ກວ່າ 2,000 ຄົນ​ຂອງ ມຽນມາ.

ນອກ​ນີ້​ແລ້ວ ທ່ານ​ດັງ​ຄລີ ຍັງ​ເປັນຜູ້​ພິມ​ ໜັງສືພິມ Phnom Penh Post ​ໃນປະເທດ
ກຳປູເຈຍ. ພວກ​ນັກ​ຂ່າວ​ບາງ​ຄົນ​ທີ່ຮູ້ເລື່ອງດີກ່ຽວກັບ​ການ​ປະຕິບັດ​ການ​ນັ້ນ​ກ່າວ​ວ່າ ມີ​
ຄວາມ​ຢ້ານ​ກົວ​ວ່າ ການ​ສູນ​ເສຍ​ໜັງສືພິມໃນ​ມຽນມາ​ນັ້ນ ​ອາດສ້າງ​ຄວາມ​ເສຍ​ຫາຍ​ດ້ານ
ການ​ເງິນ​ໃຫ້​ແກ່ Phnom Penh Post. ​ແຕ່ໜັງສື​ພິມ Phnom Penh Post ກ່າວ​ໃນ
ມື້ວັນຈັນຜ່ານມານີ້ວ່າ ຄະນະບໍລິຫານຂອງ​ຕົນ​ແມ່ນ​ມີ​ຄວາມເປັນ​ຫ່ວງ​ດ້ານສະ​ວັດ​ດີ​ພາບ​
ຂອງນາຍດັງ ລີ. ສ່ວນໜັງສື​ພິມ​ໄດ້ດຳເນີນງານຢ່າງ​ເປັນປົກກະຕິ.

ມີການມອງກັນວ່າ ທ່ານ ດັງຄ​ລີ ເປັນນັກສື່ມວນຊົນອິດສະຫຼະແລະ ​ຜູ້​ກ້າ​ສ່ຽງ ຫລັງ​ຈາກ​
ໄດ້​ລົງທຶນໃນ​ວົງ​ການ​ອຸດສາຫະກໍາການ​ຂ່າວ​ ທີ່​ບໍ່​ມີ​ປະສົບ​ການຫຼືເລີ້ມຕົ້ນໃໝ່ຂອງຫວຽດ ນາມ ​ໃນ​ຕົ້ນ​ຊຸມປີ 1990.

ອົງການ​ນັກຂ່າວ​ບໍ່​ມີ​ພົນ​ແດນ ຫລື Reporters Without Borders ​ໃນ​ປີ 2010 ​ໄດ້​ຈັດ
ມຽນມາ​ ໃຫ້​ຢູ່​ໃນ​ອັນດັບ 174 ຂອງຈໍານວນທັງໝົດ 178​ ປະ​ເທດ ​ໃນ​ດັດຊະນີ​ເສລີພາບ
ດ້ານການ​ຂ່າວ​ປະ​ຈໍາປີ​ຂອງ​ຕົນ. ພວກ​ນັກວິ​ເຄາະສື່​ມວນ​ຊົນໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ
ສຽງ​ໃຕ້ຈຳນວນນຶ່ງກ່າວ​ວ່າ ການ​ທີ່​ທ່ານ​ດັງ​ລີຖືກ​ຈັບ​ກຸມ​ນັ້ນ ຊີ້​ໃຫ້​ເປັນ​ເຖິງ​ການ​ຄວບ​ຄຸມ​ວົງ
ການ​ສື່​ມວນ​ຊົນ​ທີ່​ເຄັ່ງ​ຄັດ​ເພີ່ມ​ຂື້ນ ໂດຍລັດຖະບານ​ທະຫານ​ມຽນມາ.