ຜູ້ນໍາຂອງໂລກຮູ້ສຶກຍິນດີ ນໍາທ່ານນາງ ຊູຈີ ທີ່ໄດ້ອິດສະລະໃໝ່

  • ບົວສະຫວັນ

ທ່ານນາງ ອອງ ຊານ ຊີຈີ ຜູ້ນໍາທີ່ສະໜັບສະໜູນປະຊາທິປະໄຕຂອງມຽນມາ ໄດ້ກ່າວຄໍາປາໃສ ຕໍ່ພວກ ສະໜັບສະໜູນທ່ານນາງ ຢູ່ສໍານັກງານໃຫຍ່ ຂອງພັກສັນນິບາດເພື່ອປະຊາທິປະໄຕແຫ່ງຊາດ ຫລື National League for Democracy Party ຂອງທ່ານນາງ ຢູ່ທີ່ນະຄອນຢາງກຸ້ງຂອງມຽນມາ ໃນວັນທີ 14 ພະຈິກ 2010 ມື

ພວກ​ຜູ້​ນໍາ​ຂອງ​ໂລກພາກັນ​ສະ​ແດງ​ຄວາມ​ຊົມ​ເຊີນຍິນ​ດີ​ນໍາ
ອິດ​ສະລະຄັ້ງໃໝ່ຂອງທ່ານ​ນາງ ອອງຊານ ຊີ​ຈີ ​ທີ່​ສະໜັບ
ສະໜູນປະຊາທິປະ​ໄຕຂອງ​ມຽນມາ​ ທີ່​ຖືກປ່ອຍ​ຕົວໃນ
ວັນ​ເສົາ​ມື້ວານ​ນີ້ ຈາກ​ການຖືກ​ກັກ​ບໍລິ​ເວນ​ ​ໃຫ້ຢູ່ໃນ​ບ້ານ
ຂອງ​ທ່ານ​ນາງ ທີ່​ນະຄອນຢາງ​ກຸ້ງນັ້ນ.

ປະທານາທິບໍດີສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ເອີ້ນ
ທ່າ​ນນາງ​ວ່າ​ເປັນ “ວິລະ​ຊົນ​ຂອງ​ທ່ານ" ​ແລະກ່າວວ່າ ຜູ້
ໄດ້​ຮັບ​ລາງວັນໂນ​ແບ​ລສາຂາສັນຕິພາບ ​ທີ່​ມີ​ອາຍຸ 65 ປີ​
ທ່ານນີ້ ແມ່ນ​ເປັນພະລັງດົນຈິດດົນໃຈ ​ແກ່ພວກ​ນັກເຄື່ອນ​
ໄຫວ​ເພື່ອ​ສິດທິ​ມະນຸດໃນ​ມຽນມາ ກໍ​ຄືຢູ່​ທົ່ວ​ໂລກ.​ ທ່ານຍັງ​ກ່າວອີກ​ວ່າ ການ​ປ່ອຍ​ຕົວ​ທ່ານ​
ນາງ ອອງຊານ ຊູ​ຈີ ທີ່​ໄດ້​ຖືກ​ກັກ​ບໍລິ​ເວນໂດຍອໍານາດ​ປົກຄອງທະຫານ​ຂອງ​ມຽນມາ ມາ
ເປັນ​ເວລາ 15 ປີ ​ໃນ​ຊ່ວງ​ໄລຍະ 21 ​ປີ​ນັ້ນ​ ແມ່ນ​ໄດ້ກາຍ​ກຳນົດ​ມາຕັ້ງດົນນານ​ແລ້ວ ​ແລະ
ທ່ານຮຽກຮ້ອງ​ໃຫ້ລັດຖະບານ​ມຽນມາ ປ່ອຍ​ຕົວພວກ​ນັກ​ໂທດ​ການ​ເມືອງ​ທັງໝົດ​ໃນ​ມຽນ
ມາ​ນັ້ນ.

ກຸ່ມ the Elders ຫລື​ກຸ່ມຜູ້​ສູງ​ອາ​ຍຸ ຊຶ່ງ​ເປັນ​ກຸ່ມ​ຈັດ​ຕັ້ງ​ຂອງພວກ​ຜູ້​ນໍາໂລ​ກ ​ທີ່​ກິນ​ເບ້ຍ​ບໍາ
ນານແລ້ວ ​ກໍໄດ້ສະ​ແດງ​ຄວາມ​ຍິນ​ດີ​ນໍ​າອິດ​ສະລະ​ພາບ​ຂອງ​ທ່ານ​ນາງ​ເຊ່ນ​ກັນ. ທ່ານ
Archbishop Desmond Tutu ຂອງອາ​ຟຣິກາ ຊຶ່ງ​ເປັນ​ຜູ້​ນໍາ​ຂອງ​ກຸ່ມ ​ເວົ້າວ່າ ທ່ານ​ນາງ
ອອງຊານ ຊີ​ຈີ ​ເປັນ “ສັນຍາ​ລັກ​ແຫ່ງ​ຄວາມ​ກ້າຫານທາງ​ດ້ານສິນ​ລະທໍາຂອງ​ໂລກ”.

ນາຍົກລັດຖະມຸນຕີຂອງ​ອັງກິດ ທ່ານ​ ເດ​ວິດ ຄາ​ເມຣົນ ເອີ້ນທ່ານນາງ ອອງຊານ ຊີ​ຈີ ວ່າ
“​ເປັນ​ພະລັງດົນ​ຈິດດົນ​ໃຈແກ່​ພວກ​ເຮົາທຸກ​ຄົນ​ ທີ່​ມີ​ຄວາມ​ເຊື່ອໝັ້ນ​ໃນ​ອິດ​ສະລະ​ພາບ​ໃນ​ການ
ປາກ​ເວົ້າ ປະຊາທິປະ​ໄຕ ​ແລະສິດທິ​ມະນຸດ”.