ຜູ້ນໍາມຽນມາ ຢ້ຽມຢາມ ອິນໂດເນເຊຍ

  • ໄພສານ ວໍຣະຈັກ

ປະທານາທິບໍດີມຽນມາທ່ານ Thein Sein (ຊ້າຍ) ຈັບມືກັບປະທາ ນາທິບໍດີອິນໂດເນເຊຍ ທ່ານ Susilo Bambang Yudhoyono (5 ພຶດສະພາ 2011)

ທ່ານ Thein Sein ປະທານາທິບໍດີຄົນໃໝ່ຂອງມຽນມາກຳລັງຢູ່ທີ່ອິນໂດເນເຊຍເພື່ອຢ້ຽມ
ຢາມປະເທດດັ່ງກ່າວ ຢ່າງເປັນທາງການ ຊຶ່ງສ່ວນນຶ່ງນັ້ນແມ່ນແນໃສ່ຊອກຫາຫາງສຽງສະ
ໜັບສະໜຸນຕໍ່ການທີ່ມຽນມາພະຍາຍາມຈະເຂົ້າກຳຕຳແໜ່ງປະທານວຽນຂອງສະມາຄົມອາ
ຊ່ຽນໃນປີ 2014.

ລັດຖະມົນຕີການຕ່າງປະເທດອິນໂດເນເຊຍທ່ານ Marty Natalegawa ກ່າວລຸນຫຼັງການ
ເຈລະຈາຫາລືກັນວ່າປະທານາທິບໍດີອິນໂດເນເຊຍທ່ານ Susilo Bambang Yudhoyono
ຈະສົນທະນາເລື່ອງນີ້ກັບພວກຜູ້ນຳຄົນອື່ນໆຂອງສະມາຄົມອາຊ່ຽນ ໃນລະຫວ່າງກອງປະ
ຊຸມສຸດຍອດທີ່ກຸງຈາກາຕ້າໃນວັນເສົາມື້ອື່ນນີ້.

ມຽນມາມີກຳນົດເຂົ້າກຳຕຳແໜ່ງປະທານວຽນ ຂອງສະມາຄົມວຽນໃນປີ 2005 ແຕ່ສະມາ
ຊິກອື່ນໆໄດ້ຄັດຄ້ານຕໍ່ການເຄື່ອນໄຫວດັ່ງກ່າວ ເວລາສະຫະລັດແລະສະຫະພາບຢູໂຣບຂູ່
ວ່າຈະບ໋ອຍຄອດຫຼືບໍ່ເຂົ້າຮ່ວມກອງປະຊຸມອາຊ່ຽນຕື່ມອີກໃນອະນາຄົດ.

ບັນດາປະເທດຕາເວັນຕົກ ໄດ້ຕຳໜິຕິຕຽນປະວັດໃນການເຄົາລົບນັບຖືສິດທິມະນຸດທີ່ບໍ່ດີ
ຂອງມຽນມາແລະບໍ່ມີການປະຕິຮູບໄປສູ່ປະຊາທິປະໄຕ.

ໃນວັນພະຫັດວານນີ້ ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ ການ
ປ່ອຍໃຫ້ມຽນມາເຂົ້າກຳຕຳແໜ່ງປະທານຂອງສະມາຄົມອາຊ່ຽນນັ້ນຈະເຮັດໃຫ້ກຸ່ມດັ່ງກ່າວ
ກາຍເປັນໂຕຕະລົກຂອງກອງປະຊຸມອະພິປາຍນາໆຊາດ ແລະເວົ້າຕື່ມວ່າມຽນມາບໍ່ໄດ້ທຳ ການແກ້ໄຂຄວາມຕິຕົກກັງວົນຕ່າງໆທີ່ພວກຜູ້ນຳອາຊ່ຽນໄດ້ຍົກຂຶ້ນມາໃນກອງປະຊຸມສຸດ
ຍອດເທື່ອແລ້ວ.

ກຸ່ມປົກປ້ອງສິດທິມະນຸດກຸ່ມນີ້ ເອີ້ນການເລືອກຕັ້ງສະພາແຫ່ງຊາດຂອງມຽນມາ ໃນເດືອນ
ພະຈິກປີກາຍນີ້ວ່າ ຫຼອກລວງ ເຖິງແມ່ນລັດຖະບານຊຸດປັດຈຸບັນຖືວ່າຕົນເປັນລັດຖະບານ
ພົນລະເຮືອນ ຫຼັງຈາກການປົກຄອງຂອງພວກທະຫານເປັນເວລາເກືອບ 25 ປີ. ກຸ່ມ Hu-
man Rights Watch ກ່າວວ່າ ພັກຝ່າຍຄ້ານສ່ວນໃຫຍ່ແລ້ວແມ່ນໄດ້ຖືກກີດກັນ ບໍ່ໃຫ້
ເຂົ້າຮ່ວມການເລືອກຕັ້ງ.