ສະຫະລັດ ຈະແລກປ່ຽນ ເອກອັກຄະລັດຖະທູດ ກັບມຽນມາ (ເບິ່ງວີດີໂອ)

  • ກິ່ງສະຫວັນ ປະຖຳມະວົງ

Krasnaya Polana, or ‘beautiful meadow’, is the gateway to the Caucasus Mountain ski and snowboard venues for the 2014 Sochi Winter Olympics. (V. Undritz for VOA)

ປະທານາທິບໍດີສະຫະ​ລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ເອີ້ນການ​ຕັດ​ສິນ​ໃຈ​ຂອງມຽນມາທີ່ໄດ້
ປ່ອຍ​ບັນ​ດາ​ນັກ​ໂທດ​ການ​ເມືອງ​ຫລາຍ​ໆຮ້ອຍ​ຄົນ​ນັ້ນວ່າ ແມ່ນ​ບາດ​ກ້າວອັນ​ສໍາ​ຄັນ​ໄປ​ສູ່​
ການ​ປະຕິ​ຮູ​ບ​ໃຫ້​ມີປະຊາທິປະ​ໄຕ.

ທ່ານພັນ​ກີ​ມູນ ​ເລຂາທິການ​ໃຫຍ່ຂອງ​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ເຖິງການ​ປ່ອຍ​ພວກ
ນັກ​ໂທດ ໃນ​ວັນ​ສຸກວານ​ນີ້​ວ່າ ​ແມ່ນ​ບາດກ້າວ​ອັນສໍາຄັນ​ທີ​ສຸດມາ​ເຖິງ​ປັດ​ຈຸ​ບັນ​ນີ້ ​ເພາະວ່າ
ມີ​ຮວມທັງພວກນັກ​ໂທດ​ການ​ເມືອງ​ຄົນສໍາຄັນຈຳນວນ​ນຶ່ງທີ່​ຈະສາ ມາດປະກອບສ່ວນ​ເຂົ້າ​
ໃນ​ການ​ສ້າງ​ຄວາມ​ປອງ​ດອງຊາດ.

ລັດຖະບານມຽນມາ ​ແລະພວກ​ນັກ​ເຄື່ອນ​ໄຫ​ວປະ​ຊາ​ທິປະ​ໄຕກ່າວວ່າ ​ໃນ​ວັນ​ສຸກວານ​ນີ້
ບັນດານັກ​ໂທດ​ການ​ເມືອງຈໍາ​ນວນ 651 ຄົນ​ໄດ້​ຖືກ​ປ່ອຍ​ໃຫ້​ເປັນ​ອິດສະຫຼະ​ຊຶ່ງເປັນພາກ
ສ່ວນ​ນຶ່ງ​ ຂອງ​ການ​ໃຫ້​ອະ​ໄພ​ໂທດຂະໜາດ​ໃຫຍ່ ທີ​ທ່ານ​ນາງຮິນ​ລາ​ລີຄລິນ​ຕັນ ລັດຖະ
ມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ຮຽກຮ້ອງ​ໄວ້ຢ່າ​ງຈະ​ແຈ້ງໃນເວລາທີ່ທ່ານໄດ້ໄປຢ້ຽມ
ຢາມມຽນມາ ຫວ່າງ​ເດືອນ​ແລ້ວ​ນີ້.

ເພື່ອ​ເປັນ​ການ​ສະໜອງ​ຕອບຕໍ່​ການ​ເຄື່ອນ​ໄຫວ​ດັ່ງກ່າວ ທ່ານ​ນາງຄລີ​ນຕັນ ​ໄດ້​ປະກາດ​ວ່າ
ສະຫະຣັດຈະ​ເລີ້ມ​ດໍາ​ເນີນຂັ້ນຕອນ​ໃນ​ການແລກ​ປ່ຽນເອກ​ອັກຄະ​ລັດຖະທູດ​ກັບ​ມຽນມາ.

ການ​ປ່ອຍ​ພວກນັກ​ໂທດ​ທີ່​ວ່າ​ນີ້ແມ່ນ​ເປັນ​ການ​ປະຕິບັດ​ຕາມ​ເງື່ອນ​ໄຂ​ຂອງ​ສະຫະຣັດສຳລັບ
ປົວແປງ​ຄວາມ​ສຳພັນ​ທາງ​ດ້ານ​ການ​ທູດ​ກັບ​ມຽນມາ.

http://www.voanews.com/templates/widgetDisplay.html?id=136741063&player=article

ແຕ່​ວ່າ ທ່ານ​ໂອ​ບາ​ມາ ​ແລະທ່ານ​ນາງຄລີ​ນຕັນ ​ຕ່າງ​ກໍ​ໄດ້​ກ່າວ​ວ່າ ຍັງ​ມີ​ອີກ​ຫຼາຍສິ່ງ​ຫຼາຍ
ຢ່າງ​ທີ່ຈຳ​ເປັນຈະ​ຕ້ອງ​ໄດ້​ດຳ​ເນີນ​ການ​ເພີ່ມ​ຕື່ມຢູ່​ໃນ​ມຽນມາ. ລັດຖະບານທ່ານໂອ​ບາມາ ​
ໄດ້ຮຽກຮ້ອງ​ໃຫ້​ລັດ​ຖະບານ​ມຽນມາ ​ແຜ້ວ​ທາງ​ໄປ​ສູ່ການ​ເລືອກ​ຕັ້ງ​ທີ່​ເສຣີ ​ແລະຍຸຕິ​ທຳ​ໃນ​
ປີ​ນີ້ ​ພ້ອ​ມທັງປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ​ທີ​ຍັງເຫຼືອ​ຢູ່​ ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ໄດໆທັງ​ໝົດ.

ລັດຖະບານ​ຊຸດ​ໃໝ່​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງຈາກ​ພວກ​ທະຫານຂອງ​ມຽນມາ​ ໄດ້​ຍື່ນມື​ໄປ​ຫາ​
ປະ​ເທດຕາວັນ​ຕົກ ​ແລະ​ເມື່ອ​ໝໍ່ໆ​ມາ​ນີ້ ​ໄດ້​ເປັນ​ເຈົ້າພາບ​ຕ້ອນຮັບ ​ທ່ານ​ນາງຄລີ​ນຕັນ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງປະ​ເທດສະຫະລັດ ​ແລະທ່ານວິນ​ລ່ຽ​ມ ​ເຮັກ ​ລັດ​ຖະ​ມົນ​ຕີ
ກະ​ຊວງ​ການ​ຕ່າງປະ​ເທດອັງກິດ.

ທ່ານ ​ເຮັ​ກ ​ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ທ່ານ​ມີ​ຄວາ​ມຍິນ​ດີ ​ໃນ​ການ​ປ່ອຍ​ບັນດາ​ນັກ​ໂທດ
ແລະໄດ້​ຮຽກ​ຮ້ອງໃຫ້​ ລັດຖະ​ບານມຽນມາຈົ່ງສະ​ແດງ​ບົດບາດເພີ້​ມ ກ່ຽວ​ກັບ​ຄວາມ​ໝາຍ​
ໝັ້ນຕັ້ງ​ໃຈດຳ​ເນີນ​ການ​ປະຕິ​ຮູບ​ຂອງ​ລັດຖະບານ​ນັ້ນ.

ສື່​ມວນ​ຊົນຂອງ​ທາງ​ການ​ມຽນມາກ່າວ​ວ່າ ບັນດາ​ນັກ​ໂທດ​ທີ​ຖືກ​ປ່ອຍ​ຕົວ​ນັ້ນ ແມ່ນມີ​ຂຶ້ນ
ພາຍ​ໃຕ້​ຄຳ​ສັ່ງ​ຈາກປະທານາທິບໍດີ ​ເທນ​ເຊນ ​ເພື່ອຊຸກຍູ້​ໃຫ້​ມີ​ການສ້າງ​ຄວາມ​ປອງ​ດອງ​
ຊາດ.