ນັກເຄື່ອນໄຫວໜຸ່ມມຽນມາ ໃຊ້ດົນຕີເປັນເຄື່ອງຊຸກຍູ້ປະຊາທິປະໄຕ ໃນມຽນມາ

  • ສິງ ບູຣົມມະວົງ

ທ່ານນາງອອງຊານຊູຈີ ຜູ້ນໍາປະຊາທິປະໄຕໃນມຽນມ້າ ຈັບມືກັນກັບ ທ່ານ Joseph Y. Yun ລັດຖະມົນຊ່ອນວ່າການກະຊວງ ການປະເທດສະຫະລັດ ຢູ່ບ້ານພັກຂອງທ່ານນາງ ທີ່ນະຄອນຢັ້ງກຸ້ງ ວັນທີ10 ທັນວາ

ນັບເປັນ​ເວລາ​ຫລາຍ​ສິບ​ປີ​ມາ​ແລ້ວ ທີ່ລັດຖະບານ​ທີ່ກົດ​ຂີ່​ຂົ່ມ​ເຫັງ​ປະຊາຊົນ​ຂອງ​ມຽນມາ ​ໄດ້​ກະ​ຕຸ້ນ​ໃຫ້​ພວກ​ນັກ​ເຄື່ອນ​ໄຫວ​ໃນ​ທົ່ວ​​ໂລກ​ ​ທໍາ​ການ​ປະ​ທ້ວງ​ຕໍ່​ພວກ​ນັກ​ການ​ເມືອງ ​ແລະ​ຢູ່​ຕໍ່ໜ້າ​ສະຖານທູດ​ມຽນມາ​ແຫ່ງ​ຕ່າງໆ. ການ​ປະ​ທ້ວງ​ຢູ່ພາຍ​​ໃນ​ປະ​ເທດ​ເອງ​ນັ້ນ​ແມ່ນ​ບໍ່​ສູ້​ມີ​ຂຶ້ນ​ ​ເນື່ອງ​ຈາກ​ການ​ຖືກ​ໂທດ​ຢ່າງໜັກ. ​ເຖິງ​ຢ່າງໃດ​ກໍ​ດີ ພວກ​​ເຄື່ອນ​ໄຫວກຸ່ມນ້ອຍ​ໆກຸ່ມ​ນຶ່ງ​ພາກັນ​ສ່ຽງ​ໄພ​ເພື່ອ​ຊຸກຍູ້​ໃຫ້​ຄົນ​ ລຸ່ນ​ເຂົາເຈົ້າ​ ທໍາ​ການ​ກົດ​ດັນ​​ໃຫ້​ມີ​ລະບອບ​ປະຊາທິປະ​ໄຕ​ໃນ​ປະ​ເທດ. ນາຍ Daniel Schearf ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ມາ​ຈາກ​ຊາຍ​ແດນ​ໄທ​ຕິດ​ກັບ​ມຽນມາ ດັ່ງ​ສິງ​ຈະ​ນໍາ​ລາຍ​ລະອຽດມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ…

ຢູ່​ໃນ​ເຮືອນ​ຫລັງ​ນຶ່ງ​ໃນ​ໄທ ບໍ່​ໄກ​ຈາກ​ຊາຍ​ແດນ​ມຽນມາ ພວກ​ນັກ​ສິນລະປິນ​ໜຸ່ມ

ຈຸ​ນຶ່ງ​ພາກັນ​ຮ້ອງ​ເພງ​ຕໍ່​ຕ້ານ​ການ​ເລືອກ​ຕັ້ງ​ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນ​ໃນ​ມຽນມາ​ແລະ​ລັດຖະບານ​ທະຫານ​ ຢູ່​ທີ່ນັ້ນ.

ເຂົາ​ເຈົ້າພາກັນ​ຮ້ອງ​ເພງ​ວ່າ ລັດຖະບານ​ບໍ່​ນັບຖື​ກົດໝາຍ ສາສະໜາ ຫລື​ພວກ​ຍຸວະຊົນ​ຂອງ​ປະ​ເທດ. ​ເຂົາ​ເຈົ້າ​ເອີ້ນ​ເຂົາ​ເຈົ້າ​ເອງ​ວ່າ “ຄື້ນຟອງ​ແຫ່ງ​ຍຸກ​ສະ​ໄໝ” ​ແລະ​ເຂົາ​ເຈົ້າ​ບໍ່​ຢາກ​ໃຫ້​ເປີດ​ເຜີຍ​ຊື່​ຂອງ​ເຂົາ​ເຈົ້າ ເພາະວ່າ​ເຂົາ​ເຈົ້າ​ພາກັນ​ກັບ​ຄືນ ​ເມືອ​ມຽນມາ​ຢູ່​ເລື້ອຍໆ ​ເພື່ອ​ກະຈາຍ​ສານ​ຂອງ​ເຂົາ​ເຈົ້າ​ອອກ​ໄປ ທີ່​ວ່າລັດຖະ ບານ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ​ມຽນມາ​ຕ້ອງການ​ປະຊາທິປະ​ໄຕ.

ພວກ​ເຄື່ອນ​ໄຫວ​ຊາວ​ໜຸ່ມ​ເຫລົ່າ​ນີ້ ​ແມ່ນ​ພາກັນ​ເຮັດ​ວຽກ​ໃນ​ຍາມ​ກາງຄືນ ​ຊຶ່ງ​ເປັນ​ເວລາທີ່​ພວກ​ເຂົາ​ເຈົ້າສາມາດ​ຫລີກ​ລ່ຽງເຈົ້າ​ໜ້າ​ທີ່ ໄດ້​ດີກ​ວ່າ.

ທ້າວ ​ໂບ​ໂບ ຊຶ່ງ​ເປັນ​ຜູ້ນຶ່ງ​ໃນ​ບັນດາ​ຜູ້​ຈັດຕັ້ງ​ກຸ່ມ​ດັ່ງກ່າວ​ນີ້​ຂຶ້ນ​ມາ ກ່າວ​ວ່າ ​ໃນ​ມຽນມາ ພວກ​ສະມາຊິກ​ຂອງ​ເຂົ​າ​ເຈົ້າ​ພາກັນ​ໃຊ້ ​ແຜ່ນ CD ​ໃບ​ປີວ​ໂຄສະນາ​ແລະ ຂຽນ​ຄໍາ​ເວົ້າ​ໃສ່​ຕາມ​ຝາ​ ຕາມເດິ່ນ ຫລື​ບ່ອນ​ຕ່າງໆ ເພື່ອ​ກະຈາຍ​ຄໍາ​ຕໍາ​ໜິຕິຕຽນ​ຂອງ​ເຂົາ​ເຈົ້າ​ອອກ​ໄປ​ ຊຶ່ງທ້າ​ໂບ​ໂບ ກ່າວ​ວ່າ:

///Bo Bo act in English…///

(ທ້າວ​ໂບ​ໂບ​ເວົ້າ​ວ່າ) ພວກ​ເຮົາ​ບໍ່​ມີ​ເສລີພາບ​ໃນ​ການສະ​ແດງ​ອອກ​ຄວາມ​ຄິດ​ຄວາມ​ເຫັນ​ຫຍັງ​ເລີຍ. ຖ້າເຈົ້າ​ເວົ້າ​ຫຍັງ​ອອກ​ມາ ຖ້າ​ມີ​ຄົນ​ເຫັນ ຖ້າ​ເຈົ້າ​ໂອ້​ລົມ​ກັນ​ກ່ຽວ​ກັບການ​ເມືອງ​ ​ເລື້ອງ​ຫຍັງ​ກໍ​ຕາມ​ທີ່​ກ່ຽວ​ກັບ​ການ​ເມືອງ ​ເຈົ້າ​ກໍ​ສາມາດ​ຖືກ​ຈັບ​ກຸມ​ໄດ້​ຢ່າງງ່າຍໆ.///

ຢູ່​ຕາມ​ຝາຍ​ເບື້ອງ​ນຶ່ງ​ຂອງ​ເຮືອນ​ຫລັງ​ນັ້ນ ​ມີ​ປ້າຍ​ຫລື poster ທີ່​ມີຮູບ​ພາບຂອງ ​ພວກ​ສະມາຊິກ​ຂອງ​ເຂົາ​ເຈົ້າ​ ຊຶ່ງ​ເວລາ​ນີ້​ກໍາລັງ​ຖືກ​ຂັງ​ຢູ​ໃນ​ຄຸກ​ມຽນມາ ນັ້ນ.

ທ່ານ​ໂບ​ໂບ ກ່າວ​ວ່າ ພວກ​ສະມາຊິກ​ຂອງ​ເຂົາ​ເຈົ້າ 21 ຄົນ​ຖືກ​ຂັງ​ຄຸກ ຍ້ອນ

ທໍາ​ການ​ຕໍາ​ໜິຕິຕຽນ​ລັດຖະບານ. ຄໍາ​ອະທິບາຍ​ຢູ່​ກ້ອງຮູບ​ ບອກ​ໃຫ້​ຮູ້​ວ່າແຕ່ລະ ຄົນ ຖືກໂທດ​ຂັງ​ຄຸກ​ດົນ​ປານ​ໃດ ຊຶ່ງບາງ​ຄົນ ເປັນ​ເວລາ​ຫລາຍ​ສິບ​ປີ​ກໍ​ມີ.

ສະມາຊິກ​ຄົນ​ນຶ່ງຂອງ​ກຸ່ມ Generation Wave ​ທີ່ເອີ້ນ​ລາວ​ເອງ​ວ່າ “Menu”ນັ້ນ​ ກ່າວ​ວ່າ ພວກ​ທີ່ຢູ່​ໃນ​ຄຸກ​ນັ້ນ​ ຫລາຍ​ຄົນ​ແມ່ນ​ໝູ່​ເພື່ອນ​ຂອງ​ລາວ.

ທ້າ​ວ​ Menu ​ເຄີຍຖື​ກຈັບ​ກຸ​ມມາ​ແລ້ວ 2 ​ເທື່ອ​ແລະ​ເທື່ອ​ຫລ້າ​ສຸດ​ລາວ​ຖືກຈໍາ​ຄຸກ

ເປັນ​ເວລາ ປີ​ປາຍ ​ຍ້ອນ​ໄດ້ທໍາ​ການ​ຕິດ​ຕໍ່​ກັບ​ພວກ​ນັກ​ເຄື່ອນ​ໄຫວອື່ນໆເທົ່າ​ນັ້ນ.


///Menu act in Burmese….

ທ້າວ Menu ​ເວົ້າ​ວ່າ ລາວ​ຢ້ານ​ວ່າ​ລາວ​ຈະ​ຖືກ​ຂັງ​ຄຸກ​ອີກ. ​ເພາະວ່າ​ລາວ​ເຄີຍ

ຖືກ​ຈັບມາ​ກ່ອນ​ແລ້ວ ​ລາວຈຶ່ງ​ຢ້ານ​ຕື່ມຂຶ້ນ​ອີກ. ​ແຕ່​ລາວ​ຕັ້ງ​ຂໍ້​ຖາມ​ຂຶ້ນ​ມາ​ວ່າ ຖ້າ​ພວກ​ເຮົາ​ຢ້ານ​ຖືກ​ຈັບ​ ​ແລະ​ກໍ​ພາກັນ​ໜີ​ອອກ​ມາ​ໝົດ ແລ້ວແມ່ນ​ໃຜ​ຈະ​ທໍາ​ການ

ຕໍ່ສູ້​ຕໍ່​ໄປ​ ຊຶ່ງ​ລາວ​ກ່າວ​ວ່າ ບໍ່​ມີ​ໃຜ​ດອກ ທີ່​ຈະ​ຕໍ່ສູ້​ເພື່ອ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

///SFX Sounds of chalk on cement///

ສະມາຊິກ​ຂອງ​ກຸ່ມ Generation Wave ອີກ 2 ຄົນ​ໃຊ້​ສໍ​ຂາວ​ຂຽນ​ໃສ່ທາງ ​ຈອດ​ລົດ​ໃຫ້​ເບິ່ງ ​ເພື່ອ​ສະ​ແດງໂຕ​ຢ່າງ​ຂອງ​ຄໍາເວົ້າ​ປະ​ທ້ວງ​ ​ທີ່ພວກ​ເຂົາ​ເຈົ້າ

ລັກ​ຂຽນ ​ໃນ​ທີ່​ຕ່າງໆ ຢູ່ໃນ​ມຽນມາ​ນັ້ນ.

ເຂົາ​ເຈົ້າ​ຂຽນ ​ປີ 2010 ໂດຍແຕ້ມ​ຮູບກະ​ໂຫລ​ກຫົວ​ຄົນ​ ອ້ອມໂຕ​ເລກ ​ແລະ​ໃຊ້​ຄໍາ​ວ່າ “ຄັດ​ເລືອກ” ​ແທນ​ຄໍາວ່າ ​ເລືອກຕັ້ງ ຊຶ່ງ​ບໍ່​ເປັນ​ຄໍາ​ຕໍາ​ໜິຕິຕຽນ​ທີ່​ອ້ອມ​ຄ້ອມ​ປານ​ໃດ ຕໍ່ການ​ເລືອກ​ຕັ້ງ​ຄັ້ງ​ທໍາ​ອິດ​ຂອງ​ມຽນມາ​ໃນ​ຮອບ​ສອງ​ທົດ​ສະ​ວັດ​ຜ່ານ​ມາ.

ລັດຖະບານ​ກ່າວ​ວ່າ ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ວັນ​ທີ 7ພະຈິກ​ເດືອນ​ແລ້ວ​ນີ້

ແມ່ນ​ພາກສ່ວນ​ນຶ່ງ​ຂອງ​ແຜນການ​ເພື່ອ​ຫັນປ່ຽນ​ປະ​ເທດ​ກັບ​ຄືນສູ່​ການ​ປົກຄອງ

ຂອງ​ພວກ​ພົນລະ​ເຮືອນ​ ຫລັງ​ຈາກ​ພວກ​ລັດຖະບານ​ທະຫານປົກຄອງ​ປະ​ເທດ​ ມາ​ໄດ້ເກືອບ 50 ປີ.

ແຕ່​ພວກ​ຕໍາ​ໜິຕິຕຽນ​ເອີ້ນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ວ່າ​ເປັນ​ການ​ເລືອກ​ຕັ້ງ​ຈອມ​ປອມ ທີ່ເຮັດໃຫ້​ອໍານາດ​ຂອງພວກ​ທະຫານ​ ໝັ້ນຄົງ​ຍິ່ງ​ຂຶ້ນ​ໄປ​ອີກ.

ນອກ​ຈາກ​ຮູບ​ຂອງ​ພວກ​ນັກ​ເຄື່ອນ​ໄຫວ​ທີ່​ຖືກ​ຄຸກ​ນັ້ນ​ແລ້ວ ຢູ່​ຕາມ​ຝາເຮືອນ​ຫລັງ​ນັ້ນ ​ແລະ​ຢູ່​ທາງ​ຂ້າງຂອງ guitars ຂອງ​ເຂົາ​ເຈົ້າ​ ກໍ​ມີຮູບຖ່າຍ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມາ ຕິດ​ຢູ່​ນໍາ.

ລັດຖະບານ​ໄດ້​ຫ້າມ​ທ່ານ​ນາງ​ອອງຊານ​ຊູ​ຈີ​ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ ​ແລະ​ຍຸບ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ທ່ານ​ນາງ ທີ່​ໄດ້ຄັດຄ້ານ​ບໍ່​ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ.

ທ່ານ​ນາງໄດ້ຖືກ​ປ່ອຍ​ອອກ​ຈາກ​ການ​ຖືກກັກ​ໂຕ​ໃຫ້​ຢູ່ແຕ່ໃນ​ບໍລິ​ເວນ​ບ້ານ​ເຮືອນ​ມາ 7 ປີ ຫລັງ​ຈາກ​ການ​ເລືອກ​ຕັ້ງ ຜ່ານ​ພົ້ນ​ໄປ​ໄດ້ ພຽງ​ 1 ສັບປະດາ.

ທ້າວ Menu ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ດົນ​ຈິດດົນ​ໃຈ​ ຈາກ​ທ່ານ​ນາງ​ອອງ

ຊານ​ຊູ​ຈີ ຜູ້​ທີ່​ໄດ້​ຮັບ​ລາງວັນ​ໂນ​ແບລ​ຂະ​ແໜງ​ສັນຕິພາບ ຍ້ອນ​ທ່ານ​ນາງ​ໄດ້​ກ່າວ ວ່າ ມຽນມາບໍ່​ສາມາດ​ເປັນ​ປະ​ເທດ​ເສລີ​ຢ່າງ​ແທ້​ຈິງ​ໄດ້ ຕາບ​ໃດ​ປະຊາຊົນ​ຍັງ​ມີ​ຄວາມ​ຢ້ານ​ກົວ​ຢູ.

// sounds of typing //

ທ້າວ​ໂບ​ໂບ ກ່າວ​ວ່າ ​ເຂົາ​ເຈົ້າ​ໃຊ້ web site ຂອງ​ເຂົາ​ເຈົ້າ ​ແລະ​ການສະ​ແດງ​ອອກ​ໃນ​ທາງສິນລະ​ປະ ເພື່ອ​ຮຽກຮ້ອງ​ໄປ​ຍັງ​ພວກ​ຊາວ​ໜຸ່​ມຂອງ​ມຽນມາ​ ໃຫ້​ເຂົາ​ເຈົ້າ​ຊອກ​ຮຽນ​ຮູ້​ກ່ຽວ​ກັບ​ສະພາບ​ການ​ໂຕ​ຈິງ​ຂອງ​ປະ​ເທດ ​ແລະ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ກົວ​ຂອງ​ເຂົາ​ເຈົ້າ ​ແລະ​ກົດ​ດັນ​ໃຫ້​ມີປະຊາທິປະ​ໄຕ.

/// Bo Bo act in English///

ທ້າວ​ໂບ​ໂບ ​ເວົ້າ​ວ່າ ພວກ​ເຮົາ​ບໍ່​ສາມາດ​ຈະ​ເວົ້າ​ໄດ້​ວ່າ ດົນຕີ​ຈະ​ສາມາດປ່ຽນ ​ແປງ​ປະ​ເທດ​ຂອງ​ພວກ​ເຮົາ​ໄດ້ ຫລື​ວ່າ​ມີ​ແຕ່​ດົນຕີ​ເທົ່າ​ນັ້ນ​ທີ່​ຈະ​ໃຫ້​ມີ​ການ​ປ່ຽນ​ແປງໄດ້. ບໍ່ ພວກ​ເຮົາ​ເວົ້າ​ບໍ່​ໄດ້ ​ແຕ່ມັນ​ກໍ​ເປັນສິ່ງ​ນຶ່ງ​ທີ່​ພວກ​ເຮົາ​ຈໍາ​ເປັນຕ້ອງ

ໄດ້ເຮັດ ຕ້ອງ​ໄດ້ທໍາ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງຫລາຍ​ອັນ ຈາກ​ຫລາຍ​ແງ່​ຫລາຍ​ມຸມ ຫລາຍທັດສະນະ​ ແລະ​ຖ້າສິ່ງ​ເຫລົ່າ​ນັ້ນ​ທັງ​ໝົດເຂົ້າ​ມາ​ຮວມກັນ ພວກ​ເຮົາ​ກໍ​ຈະ​ສາມາດຊຸກຍູ້​ມັນ​ໄດ້ ຂ້ອຍ​ເຊື່ອ​ໃນ​ເລື່ອງ​ນີ້.

/// SFX: Audio of guitar….

ເນື້ອ​ໃນ​ຂອງ​ເພງ​ນີ້ ​ແມ່ນປະນາມ​ພວກ​ທະ​ທານ​ທີ່ເຂັ່ນຂ້າ​ປະຊາຊົນ​ແລະ​ລະ​ເມີດ​ສິດທິ​ຂອງ​ເຂົາ​ເຈົ້າ​.

ເຖິງ​ແມ່ນພວກ​ທະຫານ​ຈະກໍາ​ອໍານາດ​ຢ່າງ​ເຄ່ງ​ຄັດ ຢູ່​ໃນປະ​ເທດ​ຢູ່​ກໍ​ຕາມ ​ແຕ່​ພວກ​ສະມາຊິກ​ຂອງ​ກຸ່ມ Generation Wave ກໍພາກັນ​ຕັ້ງ​ຄວາມ​ຫວັງ​ໄວ້​ວ່າ ຕາບ​ໃດ​ພວກເຂົາ​ເຈົ້າທໍາການ​ຕໍ່ສູ້​ຕໍ່​ໄປ ມຽນມາ ​ໃນ​ມື້​ນຶ່ງ ​ກໍ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລະບອບ​ປະຊາທິປະ​ໄຕ​ຢ່າງ​ແທ້​ຈິງ.