ທ່ານນາງຮີລລາຣີ ຄລິນຕັນ ຈະໄປຢ້ຽມຢາມ ມຽນມາ ໃນເດືອນໜ້າ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ປະທານາທິບໍດີສະຫະລັດປະກາດໃຫ້ຮູ້ວ່າ ທ່ານຈະສົ່ງທ່ານນາງຮີ້ນລາຣີ ຄລິນຕັນ ໄປຢ້ຽມຢາມມຽນມາ ໃນເດືອນໜ້າ. ວັນທີ 18 ພະຈິກ 2011.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ໂອ​ບາ​ມາ ຈະ​ສົ່ງ​ທ່ານ​ນາງ​ຮີລ​ລາຣີ ຄລິ​ນຕັນ
ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ໄປ​ຍັງ​ມຽນມາ​ໃນ​ເດືອນ​ໜ້າ ​ໃນ​ການ​ລິເລີ້ມ
​ທາງ​ການ​ທູດ​ຄັ້ງ​ປະວັດ​ສາດ​ທີ່​ມີ​ວັດ​ຖຸປະສົງ​ເພື່ອ​ເລັ່ງລັດ​ໃຫ້​ມີ​ການ​ປະຕິ​ຮູບ​ຫລາຍ​ຂຶ້ນ
​ໃນ​ມຽນມາ​ນັ້ນ.

ການ​ຢ້ຽມຢາມ​ມຽນມາຂອງ​ທ່ານ​ນາງ​ຮີລ​ລາຣີ ຄລິນ​ຕັນ​ ຈະ​ເປັນ​ການ​ຢ້ຽມຢາມ​ຄັ້ງ​ທໍາ
​ອິດ​ໃນ​ປະ​ເທດ​ທີ່​ຢູ່​ໂດດດ່ຽວແຫ່ງນັ້ນ ​ໂດຍ​ລັດຖະມົນຕີ​ການຕ່າງປະ​ເທດ​ສະຫະລັດ​ໃນ​
ຮອບ​ຫລາຍ​ກວ່າ 50 ປີຜ່ານມາ. ທ່ານ​ໂອ​ບາ​ມາ​ໄດ້​ປະກາດ​ເລື້ອງ​ນີ້​ໃຫ້​ຮູ້​ທີ່​ເກາະ​ບາ​ຫລີ
ອິນ​ໂດ​ເນ​ເຊຍ​ໃນ​ວັນ​ສຸກ​ວານ​ນີ້ ​ໂດຍ​ກ່າວ​ວ່າ ສະຫະລັດ​ຕອບ​ສະໜອງ​ຕໍ່​ຄວາມ​ຄືບໜ້າ
​ທີ່ເກີດຂຶ້ນ​ມາ​ໃໝ່ໆ​ຈາກ​ລັດຖະບານ​ມຽນມາ ຊຶ່ງ​ໄດ້ຍຸດຕິການ​ປົກຄອງ​ໂດຍ​ພວກ​ທະຫານ
​ມາ​ເປັນ​ເວລາ 5 ທົດ​ສະ​ວັດ​ໃນ​ເດືອນ​ມີນາ​ຜ່ານ​ມາ ​ເວລາມຽນມາ​ຈັດ​ຕັ້ງ​ລັດຖະສະພາ​ພົນ
ລະ​ເຮືອນ​ຂຶ້ນ​ມາ​ນັ້ນ.

ປະທານາທິບໍດີ ໂອບາມາ ກ່າວຕ​ວ່າ ​ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດຄລິນ​ຕັນ ຈະ​ສຶກ
ສາ​ສໍາ​ຫລວດ​ເບິ່ງ​ວ່າ​ ມີ​ສິ່ງ​ໃດ​ແດ່​ທີ່ສະຫະລັດ​ສາມາດ​ເຮັດ​ໄດ້ ​ເພື່ອ​ສະໜັບສະໜຸນຄວາມ​
ກ້າວໜ້າທາງ​ດ້ານການ​ປະຕິ​ຮູບທາງ​ການ​ເມືອງ, ດ້ານ​ສິດທິ​ມະນຸດ ​ແລະສ້າງຄວາມ​ປອງ
​ດອງ​ຊາດ​ນັ້ນ. ທ່ານນາງຄລິນຕັນ ຈະເດີນທາງໄປມຽນມາ ໃນວັນທີ 1-2 ທັນວາ ໂດຍຈະ
ແວ່ຢ້ຽມຢາມ ທີ່ຢ່າງກຸ້ງ ແລະນະຄອນຫລວງເນປີອີຕໍ.

ເບິ່ງລາຍງານຂ່າວພາສາອັງກິດ ກ່ຽວກັບທ່ານໂອບາມາປະກາດ ຈະສົ່ງທ່ານນາງ
ຮິລແລຣີ ຄລິນຕັນ ໄປຍັງມຽນມາ ໃນວັນທີ 1 ເດືອນທັນວານີ້: