ກອງທັບຂອງເບີກີນາ ຟາໂຊ ທີ່ໄດ້ຢຶດອຳນາດໃນວັນສຸກ
ຜ່ານມານັ້ນ ກ່າວວ່າ ຕົນຈະຈັດຕັ້ງ ລັດຖະບານສາມັກຄີ ເພື່ອ
ເບິ່ງແຍງການເມືອງ ລະຍະຂ້າມຜ່ານ ທີ່ໄດ້ເກີດຂຶ້ນມາ ຍ້ອນ
ການໂຄ່ນລົ້ມການປົກຄອງອັນຢາວນານຂອງປະທານາທິບໍດີ
Blaise Campaore.
ໃນຄຳຖະແຫລງອັນສັ້ນໆໃນຕອນແລງຂອງວັນ ອາທິດວານນີ້
ກອງທັບເວົ້າວ່າ ອົງປະກອບທັງໝົດ ຂອງລັດຖະບານລະຍະ
ຂ້າມຜ່ານ “ຈະຖືກຮັບຮອງເອົາ ດ້ວຍຄວາມເປັນເອກະສັນ
ທີ່ກວ້າງຂວາງ.” ຄຳຖະແຫລງບໍ່ໄດ້ໃຫ້ລາຍລະອຽດໃດໆ
ຕື່ມອີກ.
ພັນໂທ Yacouba Isaac Zida (ຊ້າຍ) ຂອງເບີກີນາ ຟາໂຊ ຮັບຟັງ ການອ່ານຄຳຖະແຫລງ ຫຼັງຈາກສິ້ນສຸດກອງປະຊຸມ ກັບຜູ້ບັນຊາການ ທະຫານແຫ່ງຊາດ ເມື່ອວັນທີ 1 ພະຈິກ 2014 ທີ່ສຳນັກງານທະຫານ ໃນນະຄອນຫລວງ ອົວກາດູກູ .
ການປະກາດໃນວັນອາທິດວານນີ້ ໃນນະຄອນຫລວງ
Ouagadougou ມີມາ ຫຼັງຈາກ ມີຄວາມສັບສົນເກີດຂຶ້ນ
ທີ່ແຜ່ຂະຫຍາຍອອກ ເປັນເວລາຫຼາຍຊົ່ວໂມງ ກ່ຽວກັບວ່າ
ຜູ້ໃດຈະປົກຄອງ ປະເທດດ້ອຍພັດທະນາ ທີ່ມີພົນລະເມືອງ
17 ລ້ານຄົນ ໃນອາຟຣິກາຕາເວັນຕົກ ແຫ່ງນັ້ນ.
ຫຼັງຈາກ ທ່ານ Campaore ໄດ້ຖືກກົດດັນໃຫ້ລາອອກຈາກ
ຕຳແໜ່ງໄດ້ ບໍ່ດົນ ນາຍທະຫານ 2 ທ່ານ ຕ່າງກໍອ້າງວ່າ ຕົນ
ເປັນຜູ້ກຳອຳນາດ. ທາງກອງທັບໄດ້ແຕ່ງຕັ້ງນາຍທະຫານ
ຄົນໜຶ່ງ ໃນຈຳນວນສອງທ່ານນັ້ນ ເປັນຜູ້ກຳອຳນາດ ເມື່ອ
ວັນເສົາຜ່ານມາ ຄື ພັນໂທ Yacouba Isaac Zida ໃຫ້
ເປັນຫົວໜ້ານຳພາລະຍະຂ້າມຜ່ານນີ້.
ໃນຕອນເຊົ້າຂອງວັນອາທິດວານນີ້ ທະຫານຈຳນວນໜຶ່ງ
ຈາກໜ່ວຍອາລັກຂາປະທານາທິບໍດີ ໄດ້ຍິງປືນຂຶ້ນ ເພື່ອໃຫ້
ພວກປະທ້ວງ ທີ່ໄດ້ເຕົ້າໂຮມກັນ ຢູ່ໜ້າສຳນັກງານສະຖານີ
ໂທລະພາບແຫ່ງຊາດ ສະຫລາຍໂຕ ຫຼັງຈາກພັກຝ່າຍຄ້ານ
ທີ່ນຳໂດຍ Sara Sereme ໄດ້ໄປເຖິງສະຖານທີ່ນັ້ນ ພ້ອມ
ດ້ວຍກຸ່ມພວກສະໜັບສະໜຸນ.
Your browser doesn’t support HTML5
BURKINA FASO VOSOT