ບັນດາຜູ້ເຈລະຈາ ໄດ້ປະກາດ ແຜນການສັນຕິພາບໃນ ເບີກິນາ ຟາໂຊ

ປະທານາທິບໍດີ ເບນິນ ທ່ານ Thomas Boni Yayi ຖະແຫລງຕໍ່ສື່ມວນຊົນ ຫຼັງຈາກທ່ານໄດ້ ເຈລະຈາກັບນາຍພົນ Gilbert Diendere ຜູ້ຖືກແຕ່ງຕັ້ງໃຫ້ເປັນຜູ້ນຳ ຂອງເບີກີນາ ຟາໂຊ ໃນນະຄອນຫຼວງອົວກາດູກູ, ວັນທີ 19 ກັນຍາ 2015.

ບັນດາ​ຜູ້​ເຈລະຈາ ຈາກ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ໄດ້​ປະກາດ​ແຜນ ການ​ສະບັບນຶ່ງ ​ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ຢຸດຕິວິ​ກິດ​ການ​ໃນ ​
ເບີ​ກີ​ນາຟາ​ໂຊ ບ່ອນ​ທີ່​ທະຫານ​ໄດ້​ກໍ່​ລັດຖະປະ ຫານ ​ໂຄ່ນ​ລົ້ມ ລັດຖະບານ​ພົນລະ​ເຮືອນ ໄລຍະຂ້າມຜ່ານ​ເມື່ອ​ອາທິດ​ແລ້ວ​ນີ້.

ຂໍ້​ສະ​ເໜີ ຈະ​ຈັດຕັ້ງຄືນ​ອຳນາດ​ການ​ປົກຄອງໂດຍ​ພົນລະ​ເຮືອ ​ແຕ່​ສະ​ເໜີ​ໃຫ້ການ​ນິລະ​ໂທດກຳ ​ແກ່ບັນດາຜູ້ນຳ ການ​ກໍ່​ລັດຖະປະຫານ.

ການ​ເລືອກ​ຕັ້ງປະທານາທິບໍດີ ​ແລະ ສະມາຊິກ​ສະພາ ທີ່​ກຳນົດ​ໃສ່​ວັນ​ທີ 1 ຕຸລາ ນັ້ນຈະ​ໄດ້​ຖືກ​ຈັດ​ຂຶ້ນ ​ໃນ​ເວ​ລາ​ໃດໜຶ່ງກ່ອນ ວັນ​ທີ 22 ພະຈິກ. ບັນດາ​ຜູ້​ລົງ​ສະໝັກ​ເລືອກ​ຕັ້ງ ທີ່​ພັກດີ​ຕໍ່ອະດີດ ປະທານາທິບໍດີ ທ່ານ Baise Campoare ຜູ້​ທີ່​ໄດ້​ຖືກຍົກ​ເວັ້ນຈາກ​ການ​ລົງ​ແຂ່ງ ຂັນ ​ນ​ເດືອນ​ຕຸລາ ບັດ​ນີ້ ​ໄດ້​ຮັບ​ອະນຸຍາດ​ໃຫ້ລົ​ງ​ແຂ່ງຂັນ​ໄດ້.

​ແຜນການ​ດັ່ງກ່າວ ຈະ​ນຳ​ໄປ​ມອບ​ໃຫ້​ແກ່ ກອງ​ປະຊຸມ​ສຸດ​ຢອດ ສະຫະພາບ​ອາ​ຟຣິກາ ​ເພື່ອ​ໃຫ້​ຮັບຮອງ​ເອົາໃນວັນອັງຄານມື້ອື່ນນີ້.

ນາຍພົນ​ Gilbert Diendere ຂອງ​ໜ່ວຍ​ອາລັກຂາ​ປະທານາທິບໍດີ ໄດ້ນຳພາ​ການ​ກໍ່ລັດຖະ ປະຫານ​ເມື່ອອາທິດ​ແລ້ວ​ນີ້. ທ່ານ ພໍ​ໃຈ​ກັບ ການ​ທີ່​ພວກ​ສະໜັບສະໜູນ​ທ່ານ Campoare ຈະ​ຖືກ​ກີດ​ກັນ​ບໍ່​ໃຫ້​ເຂົ້າຮ່ວມ​ໃນ​ການ​ເລືອກ​ຕັ້ງຄັ້ງໃໝ່.

ສະມາຊິກ​ຂອງ​ໜ່ວຍ​ອາລັກຂາ ​ໄດ້​ຈັບ​ກຸມ ​ຜູ້​ວ່າການ​ປະທານາທິບໍດີ ຊົ່ວຄາວ ທ່ານ Michel Kafando ພ້ອມ​ດ້ວຍ​ນາຍົກລັດຖະມົນຕີຂອງທ່ານ ​ແລະ ບັນດາລັດຖະມົນຕີຄົນ​ອື່ນໆອີກ ໄວ້ເປັນ​ໂຕ​ປະກັນ ​ໄລຍະ​ສັ້ນໆ.

ການ​ປະ​ທ້ວງ ຕໍ່ຕ້ານ​ການ​ກໍ່​ລັດຖະປະຫານ ໄດ້ກາຍເປັນຄວາມ​ຮຸນ​ແຮງ​ຂຶ້ນ ​ເຮັດ​ໃຫ້​ມີ​ຢ່າງ​ນ້ອຍ 10 ຄົນ​ເສຍ​ຊີວິດ ​ແລະ ອີກຫຼາຍກວ່າ 100 ຄົນ ​ໄດ້​ຮັບ​ບາດ​ເຈັບ.

ທ່ານ Campoare ​ປົກຄອງ​ເບີ​ກີ​ນາ ຟາ​ໂຊ ມາ​ໄດ້ 27 ປີ ກ່ອນ​ທີ່​ຈະ​ຖືກ​ໂຄ່ນ​ລົ້ມ ​ໂດຍ​ການ​ລຸຸກຮື​ຂຶ້ນຂອງ​ປະຊາ​ຊົນ ​ເມື່ອ​ປີ​ແລ້ວ​ນີ້ ​ໃນ​ເວ​ລາ​ທີ່​ທ່ານ​ພະຍາຍາມ ປ່ຽນ​ແປງ​ລັດຖະທຳ​ມະນູນ ​ເພື່ອ​ເລືອນ​ການ​ດຳລົງ​ຕຳ​ແໜ່​ງ​ປະທາ​ນາ​ທິບໍດີ​ຂອງ​ທ່ານ​ອອກ​ໄປ.

Your browser doesn’t support HTML5

Burkina Faso Coup