​ຝ່າຍ​ຄ້ານ Burkina Faso ຍົກເລີກ ການປະທ້ວງ ຂະນະທີ່ ມີການເຈລະຈາ

Your browser doesn’t support HTML5

ພວກ​ຜູ້ນຳ​ຂອງ​ຝ່າຍ​ຄ້ານໃນ Burkina Faso ໄດ້ຮຽກຮ້ອງ
ໃຫ້ຢຸດເຊົາການປະທ້ວງ ໃນຂະນະທີ່ພວກເຂົາເຈົ້າສືບຕໍ່ການ
ເຈລະຈາກັນ ກັບພວກຜູ້ນຳທະຫານຂອງປະເທດ ກ່ຽວກັບ
ການສ້າງ ຕັ້ງລັດຖະບານ “ເອກກະພາບແຫ່ງຊາດ.”

ຜູ້ນຳຝ່າຍຄ້ານ​ ທ່ານ Zephirin Diabre ກ່າວວ່າ ກອງທັບ
ໄດ້ສັນຍາທີ່ຈະນຳສະເໜີຮ່າງກົດລະບຽບກ່ຽວກັບຂັ້ນຕອນ
ຂອງການດຳເນີນງານໃນໄລຍະຂ້າມຜ່ານໃນໄວໆນີ້.
ທ່ານກ່າວວ່າ ຝ່າຍຄ້ານຈະທົບທວນເບິ່ງຮ່າງແຜນການ
ດັ່ງກ່າວ ແລະການເຈລະຈາຫາລືກັນ ຈະດຳ ເນີນຕໍ່ໄປ.

ກອງທັບ ໄດ້ເຂົ້າຄວບຄຸມປະເທດ ໃນວັນສຸກ​ແລ້ວນີ້ ຫຼັງຈາກປະທານາທິບໍດີ Blaise Compaore ທີ່ປົກຄອງມາເປັນເວລາດົນນານແລ້ວນັ້ນ ໄດ້ລາອອກ ທ່າມກາງການ
ປະທ້ວງ ຕໍ່ການດຳເນີນຄວາມພະຍາຍາມ ທີ່ຈະປ່ຽນລັດຖະທຳມະນູນ ຊຶ່ງຈະອະນຸຍາດ
ໃຫ້ທ່ານ​ສາມາດລົງເລືອກຕັ້ງໄດ້ອີກຕື່ມນຶ່ງສະໄໝ. ພວກທະຫານໄດ້ເລືອກຕັ້ງໃຫ້ທ່ານ
ພັນໂທ Isaac Zida ເປັນປະທານາທິບໍດີຊົ່ວຄາວຂອງປະເທດ.

ຝ່າຍຄ້ານກ່າວວ່າ ທ່ານພັນໂທ Zida ໄດ້ບອກກັບພວກເຂົາເຈົ້າວ່າ ທ່ານຈະຍົກງົດການ ໃຊ້ລັດຖະທຳມະນູນ ຂອງ Burkina Faso ເປັນການຊົ່ວຄາວ ຊຶ່ງພາໃຫ້ສະພາລັດຖະທຳ ມະນູນ ຂໍຮ້ອງໃຫ້ທຸກພັກຝ່າຍ ສະເໜີຜູ້ນຳຊົ່ວຄາວຂອງປະເທດ.

ສະຫະພາບອາຟຣິກາ ໄດ້ເຂົ້າຮ່ວມສົມທົບກັບຝ່າຍຄ້ານ ໂດຍກ່າວວ່າ ຜູ້ນຳຊົ່ວຄາວ ນີ້ຈະຕ້ອງເປັນພົນລະເຮືອນ.

ສະພາຄວາມໝັ້ນຄົງແລະສັນຕິພາບຂອງສະຫະພາບອາຟຣິກາ ໄດ້ກ່າວໃນວັນຈັນວານ ນີ້ວ່າ ທາງທະຫານມີເວລາ 2 ອາທິດ ທີ່ຈະມອບອຳນາດຄືນໃຫ້ລັດຖະບານໄລຍະຂ້າມ ຜ່ານຂອງພົນລະເຮືອນ ຫຼືບໍ່ດັ່ງນັ້ນກໍຈະປະເຊີນກັບຜົນທີ່ຕິດຕາມມາ.

Your browser doesn’t support HTML5

BURKINA FASO VOSOT