ບຸນກາເຣຍ ເປີດເຜີຍ ວີດີໂອ ຜູ້ຕ້ອງສົງໄສ ໃນການໂຈມຕີ ສະຫຼະຊີບ

  • ໄພສານ ວໍຣະຈັກ

ຮູບຖ່າຍຈາກໂທລະພາບວົງຈອນປິດ ທີ່ສະແດງໃຫ້ເຫັນວ່າ ຜູ້ຕ້ອງສົງໄສ ໃນການໂຈມຕີສະຫຼະຊີບ (ກາງ) ທີ່ສະໜາມ ບິນເມືອງ Burgas (18 ກໍລະກົດ 2012)

ເຈົ້າໜ້າ​ທີ່​ບຸນ​ກາ​ເຣຍ​ໄດ້​ນຳ​ອອກ​ເຜີຍ​ແຜ່​ວີ​ດີ​ໂອ​ກ່ຽວ​ກັບ​ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ສົງ​ໄສ​ວ່າ ​ເປັນ​ຜູ້
​ໂຈມ​ຕີ​ສະຫຼະຊີບ​ໃສ່ລົດ​ເມ​ທີ່​ບັນທຸກ​ພວກ​ນັກ​ທ່ອງ​ທ່ຽວ​ອິສຣາແອ​ລ ໃນມື້ວັນ​ພຸດແລ້ວ.

ທ່ານ Tsvetan Tsvetanov ລັດຖະມົນຕີ​ກະຊວງ​ພາຍ​ໃນ​ ບຸນ​ກາ​ເຣຍ ກ່າວ​ໃນວັນ​ພະຫັດ​
ວານ​ນີ້ວ່າ ຜູ້ທີ່​ສົງ​ໄສ​ວ່າ​ເປັນ​ຄົນ​ວາງ​ລະ​ເບີດ ແມ່ນ​ນຸ່ງ​ສົ້ງຂາ​ສັ້ນ​ແລະພາຍ​ຖົ້ງ​ເປ້​ແບັກ​ແພັກ
​ຄື​ກັນ​ກັບນັກ​ທ່ອງ​ທ່ຽວ​ຄົນ​ອື່ນໆ. ​ໃນ​ຂະນະ​ທີ່​ຍັງ​ບໍ່​ທັນມີ​ການລະບຸ​ໂຕເທື່ອ​ວ່າ ​ຜູ້​ຕ້ອງ​ສົງ​
ໄສ​ຄົນ​ນີ້​ແມ່ນ​ໃຜແຕ່ທ່ານ Tsvetanov ​ເວົ້າວ່າຜູ້ກ່ຽວ​ໄດ້​ຖື​ໃບ​ຂັບ​ຂີ່​ປອມຈາກ​ລັດ​ມິ​ຊີ​ແກນ
​ໃນ​ພາກ​ເໜືອຂອງ​ສະຫະລັດ.

ການ​ໂຈມ​ຕີ​ທີ່​ເມືອງ Burgas ຊຶ່ງ​ເປັນ​ຫົວ​ເມືອງທີ່​ຕັ້ງຢູ່​ແຄມ​ທະ​ເລ​ດຳ​ຂອງ​ບຸນ​ກາເຣຍເຮັດ
​ໃຫ້​ມີ​ຜູ້​ເສຍ​ຊີວິດ 7 ຄົນ ​ໃນ​ນັ້ນ ​ເປັນ​ຊາວ​ອິສຣາ​ແອ​ລ 5 ຄົນ ຄົນຂັບ​ລົດ​ຊາວ​ບຸນ​ກາ​ເຣຍ ​
ແລະ​ຜູ້ ​ຕ້ອງ​ສົງ​ໄສເປັນ​ຄົນ​ວາງ​ລະ​ເບີດ. ​ເຫດ​ລະ​ເບີດໃນ​ຄັ້ງ​ນີ້ຍັງເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ອີກ
30 ກວ່າ​ຄົນ.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ ​ແຕ່​ເຈົ້າໜ້າ​ທີ່​ອິສຣາ​ແອ​ລ ​ໄດ້ຖິ້ມ​ໂທດ​
ໃສ່​ກຸ່ມຫົວ​ຮຸນແຮງ Hezbollah ຂອງພວກ​ມຸສລິ​ມ ນິກາຍ​ຊີ​ໄອ​ທ໌ ໃນ​ເລບາ​ນອນ. ​ເຕຫະ
ຣ່ານ​ໄດ້​ປະຕິ​ເສດ​ກ່ຽວ​ກັບ​ການ​ກ່າວ​ຫາ​ດັ່ງກ່າວ. ໃນ​ວັນ​ພະຫັດ​ວານ​ນີ້ສະພາ​ຄວາມ​ໝັ້ນ
ຄົງ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະແຫຼງການ​ສະບັບນຶ່ງປະນາມ​ການ​ໂຈມ​ຕີ​ໃນ​ຄັ້ງນີ້ໂດຍ​ໃຊ້​
ຄຳ​ເວົ້າທີ່ແຮງ​ທີ່​ສຸດ.