ຊາວບູລກາເຣຍ ປ່ອນບັດເອົາ ປະທານາທິບໍດີຄົນໃໝ່

  • ທອງປານ ເທບວົງສາ

ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ທ່ານ Ivaylo Kalfin ພັກສັງຄົມ ນີຍົມ (ຊ້າຍ) ແລະ ທ່ານ Rosen Plevneliev ພັກ GERB

ປະຊາຊົນພວກມີສິດເລືອກຕັ້ງໃນປະເທດ Bulgaria ພາກັນ​ໄປປ່ອນບັດເອົາປະທານາທິ
ບໍດີຄົນໃໝ່ ໃນການເລືອກຕັ້ງຮອບ​ຕັດສິນຊີ້ຂາດໃນວັນອາທິດມື້ນີ້.

ສອງ​ຜູ້​ສະໝັກທີ່​ແຂ່ງຂັນ​ກັນ ​ແມ່ນທ່ານ Rosen Plevneliev ຈາກພັກ GERB ທີ່ໄດ້
ຄະແນນສຽງ 40 ເປີເຊັນ​ໃນການປ່ອນບັດເມື່ອວັນອາທິດແລ້ວ​ນີ້ ແລະທ່ານ Ivaylo
Kalfin ຈາກພັກສັງຄົມນິຍົມ ທີ່ໄດ້ຄະແນນສຽງອັນດັບສອງ ຄື ປະມານ 29 ເປີເຊັນ.

ພວກນັກວິເຄາະການເມືອງຄາດວ່າ ທ່ານ Kalfin ຊຶ່ງ​ເປັນ​ຜູ້​ແທນສະພາຢູໂຣບ ຈະຊະນະ
ການແຂ່ງຂັນເລືອກຕັ້ງ ເພື່ອສືບຕໍາແໜ່ງແທນປະທານາທິບໍດີ Georgy Parvanov ທີ່ບໍ່
ມີສິດສະໝັກອີກ ຫລັງຈາກດໍາລົງຕໍາແໜ່ງມາໄດ້ສອງສະໄໝ ສະໄໝລະຫ້າປີນັ້ນ.

ປະຊາຊົນຊາວ Bulgaria ເກືອບ 7 ລ້ານຄົນ ມີສິດປ່ອນບັດເລືອກຕັ້ງໃນຄັ້ງນີ້.

ຕໍາແໜ່ງປະທານາທິບໍດີຂອງ Bulgaria ນັ້ນ ​ໂດຍ​ສ່ວນ​ໃຫຍ່​ແລ້ວ​ແມ່ນ ເປັນຕໍາແໜ່ງ
ທາງພິທີການ ​ແຕ່ປະທານາທິບໍດີມີ​ອໍານາດ​ຕັດສິນໃຈ​ໃນ​ບາງ​ເລື້ອງ​ທີ່​ກ່ຽວ​ກັບຝ່າຍ
ທະຫານ ແລະຝ່າຍນິຕິບັດຢັດ.

ນອກນີ້ແລ້ວ ພວກ​ເລືອກຕັ້ງໃນ Bulgaria ຍັງພາກັນ​ປ່ອນ​ບັດເອົາເຈົ້າເມືອງ ໃນການ
ເລືອກຕັ້ງຂັ້ນຊີ້ຂາດນໍາ.