ມຽນມາຕ້ອງປ່ອຍ ພວກນັກໂທດການເມືອງ ຖ້າຈະເປັນປະຊາທິປະໄຕແທ້

  • ໄພສານ ວໍຣະຈັກ

ຜູ້ນຳປະຊາທິປະໄຕມຽນມາ ທ່ານນາງ Aung San Suu Kyi, (ຊ້າຍ) ແລະທູດພິເສດຂອງສະຫະລັດ ທ່ານ Derek Mitchell (ຂວາ) ຖ່າຍຮູບຮ່ວມກັນ ລຸນຫຼັງການພົບປະທີ່ເຮືອນຂອງທ່ານນາງ ໃນນະຄອນຢ່າງກຸ້ງ (12 ກັນຍາ 2011)

ທ່ານນາງອອງຊານຊູຈີ ກ່າວວ່າ ການໂອນອຳນາດໄປໃຫ້ລັດຖະບານ ທີ່ໄດ້ຖືກຮັບເລືອກ ໃໝ່ ແມ່ນຍັງເປັນການບໍ່ພຽງພໍ ແລະພວກນັກໂທດການເມືອງທັງໝົດ ຕ້ອງໄດ້ຖືກປ່ອຍ ໃຫ້ເປັນອິດສະຫຼະ. ທ່ານນາງອອງຊານຊູຈີຜູ້ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ ໄດ້ໃຫ້ທັດສະນະດັ່ງກ່າວ ຕໍ່ຜູ້ສື່ຂ່າວຂອງວີໂອເອພະແນກພາສາມຽນມານາງ Khin Soe Win ຊຶ່ງໄດ້ຮັບວີຊ່ານັກຂ່າວໃຫ້ເຂົ້າໄປເອົາຂ່າວໃນປະເທດດັ່ງກ່າວ ທີ່ບໍ່ຄ່ອຍໄດ້ເຫັນກັນ ເປັນເທື່ອທຳອິດໃນຮອບ 16 ປີ. ນອກນັ້ນ ທ່ານນາງອອງຊານຊູຈີຍັງໄດ້ໂອ້ລົມສູ່ຟັງກ່ຽວ ກັບການເຈລະຈາກັບລັດຖະບານ ການກັບຄືນປະເທດຂອງພວກລີ້ໄພການເມືອງ ຕະຫຼອດ ທັງການລົງໂທດແລະການໃຫ້ຄວາມຊ່ອຍເຫຼືອຂອງປະເທດຕາເວັນຕົກ. Daniel Schearf ຜູ້ສື່ຂ່າວວີໂອເອມີລາຍງານກ່ຽວກັບເລື່ອງນີ້ຈາກບາງກອກ

ທ່ານນາງອອງຊານຊູຈີກ່າວວ່າ ເຖິງແມ່ນໄດ້ມີການເລືອກຕັ້ງໃນປີ 2010 ກໍຈິງ ແຕ່ມຽນມາ ຍັງບໍ່ເປັນປະຊາທິປະໄຕເທື່ອ ແລະທ່ານນາງ ຕ້ອງການຢາກໃຫ້ຄວາມຊ່ອຍເຫຼືອແກ່ມຽນມາ ສ້າງຕັ້ງສະຖາບັນປະຊາທິປະໄຕທີ່ເຂັ້ມແຂງຂຶ້ນມາ.

ລັດຖະບານ ທີ່ຢູ່ພາຍໃຕ້ການນຳພາຂອງພົນລະເຮືອນພຽງແຕ່ຊື່ ໄດ້ເຂົ້າຮັບໜ້າທີ່ແທນລັດ
ຖະບານທະຫານທີ່ເປີດເຜີຍຂອງມຽນມາ ໃນຖານະທີ່ເປັນພາກສ່ວນນຶ່ງໃນອັນທີ່ພວກຜູ້ນຳ ທະຫານເອີ້ນວ່າເປັນແຜນທີ່ຫຼື Road Map ໄປສູ່ປະຊາທິປະໄຕ. ແຕ່ການເລືອກຕັ້ງຂອງ
ມຽນມາໄດ້ຖືກປະນາມຢ່າງກວ້າງຂວາງວ່າ ເປັນແຜນການຫຼອກລວງ ທີ່ແນໃສ່ເພື່ອຢຶດໝັ້ນ
ການປົກຄອງຂອງ ພວກທະຫານໃຫ້ເຂັ້ມແຂງຍິ່ງຂຶ້ນນັ້ນ ແລະອະດີດພວກນາຍທະຫານຍັງ
ສືບຕໍ່ເປັນຜູ້ຄອບງຳລັດຢູ່.

ໃນການໃຫ້ສຳພາດທາງໂທລະພາບທີ່ນະຄອນຢ່າງກຸ້ງໃນມື້ວັນອັງຄານຜ່ານມານີ້ທ່ານນາງ
ອອງຊານຊູຈີກ່າວຕໍ່ວີໂອເອພະແນກພາສາມຽນມາວ່າ ການປ່ອຍພວກນັກໂທດການເມືອງ
ທັງໝົດແມ່ນມີຄວາມຈຳເປັນສຳຫຼັບມຽນມາທີ່ຈະເປັນປະເທດປະຊາທິປະໄຕໄດ້.

“ຂ້ອຍບໍ່ຄິດວ່າ ພວກເຮົາຈະສາມາດແຍກອົງປະກອບຕ່າງໆ ຂອງຂັ້ນຕອນ​ໃນ​ການກ້າວໄປສູ່ປະຊາທິປະໄຕນັ້ນອອກ​ຈາ​ກກັນ​ໄດ້. ຖ້າ​ຈະ​ເວົ້າ​ແລ້ວການປ່ອຍ
ພວກນັກໂທດການເມືອງກໍແມ່ນນຶ່ງໃນບັນດາເປົ້າໝາຍຕ່າງໆຂອງ​ການພະຍາ ຍາມຈະເຮັດໃຫ້ປະເທດຂອງພວກເຮົາເປັນປະຊາທິປະໄຕ ໝາຍ​ຄວາມ​ວ່າ ບໍ່​ໃຫ້ມີພວກນັກໂທດການເມືອງຈັກ​ຄົນ. ດັ່ງນັ້ນຂ້ອຍຈຶ່ງຄິດວ່າ ພວກເຮົາບໍ່ຄວນ
ແຍກ​ເລື່ອງ​ນີ້​ອອກ​ຕ່າງຫາກ ແລະຂ້ອຍກໍບໍ່ຄິດວ່າ ຄວນເອົາຂຶ້ນມາເປັນເງື່ອນ
ໄຂສຳລັບການເຈລະຈາ. ໂດຍການໂອ້ລົມສົນທະນາກັນ ແລະໃຈ້ແຍກຄວາມ
ຄິດຄວາມເຫັນ ທີ່ແຕກຕ່າງກັນນັ້ນ ມັນອາດສາມາດຊ່ອຍພວກເຮົາ ໃນການ
ເລັ່ງລັດ​ໃຫ້​ມີ​ກາ​ນປ່ອຍພວກນັກໂທດການເມືອງກໍເປັນໄດ້.”

ບັນດາກຸ່ມປົກປ້ອງສິດທິມະນຸດກ່າວວ່າມີພວກນັກໂທດການເມືອງຫຼາຍກວ່າ 2,000 ຄົນ
ໃນມຽນມາ ແລະກໍບໍ່ມີການປ່ຽນແປງຫຍັງຫຼາຍເກີດຂຶ້ນ ນັບແຕ່ໄດ້ມີການເລືອກຕັ້ງ ໃນ
ເດືອນພະຈິກປີກາຍ ຊຶ່ງເປັນການເລືອກຕັ້ງເທື່ອທຳອິດ ໃນຮອບ 20 ປີຢູ່ປະເທດມຽນມາ
ນັ້ນ.

ເຖິງແມ່ນວ່າ ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງອອງຊານຊູຈີເປັນ ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງເທື່ອແລ້ວເມື່ອປີ 1990 ກໍຈິງ ແຕ່ພວກທະຫານກໍໄດ້ ປະຕິເສດບໍ່ຍອມມອບອຳນາດໃຫ້.

ແຕ່ແນວໃດກໍຕາມໄດ້ມີຮ່ອງຮອຍໃນທາງບວກນ້ອຍໆຈຳນວນນຶ່ງເກີດຂຶ້ນຢູ່ໃນມຽນມາ ເຊັ່ນທ່ານນາງອອງຊານຊູຈີໄດ້ຖືກປ່ອຍຈາກການກັກບໍລິເວນ ບໍ່ເທົ່າໃດມື້ລຸນຫຼັງທີ່ໄດ້ມີ
ການເລືອກຕັ້ງ. ເມື່ອໄວໆມານີ້ ລັດຖະບານກໍໄດ້ໂຍະຍານຜ່ອນຜັນໃນການຄວບຄຸມສື່
ມວນຊົນ ແລະເດີນທາງເຂົ້າໄປໃນມຽນມາ.

ໃນເດືອນສິງຫາຜ່ານມານີ້ປະທານາທິບໍດີ Thein Sein ຊຶ່ງທ່ານເອງກໍເປັນອະດີດນາຍ ພົນນັ້ນໄດ້ພົບປະກັບທ່ານນາງອອງຊານຊູຈີແລະບຸກຄົນທັງສອງຕ່າງກໍເວົ້າວ່າ ການໂອ້
ລົມສົນທະນາ ໄດ້ດຳເນີນໄປແບບເປັນກັນເອງ. ນອກນັ້ນແລ້ວ ທ່ານຍັງໄດ້ເຊື້ອເຊີນໃຫ້
ພວກທີ່ໄປລີ້ໄພການເມືອງຢູ່ໃນຕ່າງປະເທດກັບຄືນໄປມຽນມາເພື່ອຊ່ອຍໃນການສ້າງສາ ປະເທດຊາດບ້ານເມືອງເຖິງແມ່ນໄດ້ມີນັກຂ່າວທີ່ນັກຄັດຄ້ານລັດຖະບານຢ່າງນ້ອຍຄົນນຶ່ງ
ທີ່ຮັບເອົາການເຊື້ອເຊີນຂອງລັດຖະບານນັ້ນໄດ້ຖືກຄຸມຂັງແລະສອບປາກຄຳເວລາຜູ້ກ່ຽວ
ເດີນທາງກັບ ຄືນປະເທດ.

ທ່ານນາງອອງຊານຊູຈີກ່າວຕໍ່ວີໂອເອພະແນກພາສາມຽນມາວ່າ ມັນເປັນການຕັດສິນໃຈ
ຂອງສ່ວນບຸກຄົນຖ້າພວກລີ້ໄພຫາກຢາກເດີນທາງກັບຄືນປະເທດ ແຕ່ທ່ານນາງໃຫ້ຂໍ້ສັງ
ເກດວ່າ ອິດສະຫຼະພາບທາງດ້ານການເມືອງຂອງພວກເຂົາເຈົ້າຈະບໍ່ຄືເກົ່າ.

“ພວກເຂົາເຈົ້າ ຕ້ອງໄດ້ຕັດສິນໃຈວ່າ ເຂົາເຈົ້າຢາກເດີນທາງກັບຄືນປະເທດ ພາຍໃຕ້ເງື່ອນໄຂເຫຼົ່ານີ້ຫຼືບໍ່ແລະສຳຫຼັບພວກທີ່ມີຄວາມສົນໃຈຢາກຈະປະກອບ
ສ່ວນເຂົ້າ​ ໃນຂັ້ນຕອນທາງດ້ານການເມືອງ ຂອງປະເທດນັ້ນ ພວກເຂົາເຈົ້າກໍ
ຕ້ອງໄດ້ຕັດສິນໃຈກ່ຽວກັບວ່າ ເຂົາເຈົ້າຕ້ອງການຢາກເຂົ້າຮ່ວມຂັ້ນຕອນທາງ
ດ້ານການເມືອງ ໃນວິທີທາງທີ່ມັນເປັນໄປໄດ້ ຢູ່ໃນມຽນມານີ້ ຫຼືໃນວິທີທາງທີ່
ພວກເຂົາເຈົ້າໄດ້​ເຄື່ອນ​ໄຫວ​ມາຕະຫລອດ​ເວລາຫລາຍໆປີ ທີ່ ພວກ​ເຂົ​າ​ເຈົ້າ
ຢູ່ໃນຕ່າງປະເທດນັ້ນ. ແນ່ນອນວ່າເງື່ອນໄຂຕ່າງໆຢູ່ໃນມຽນມາ ຈະບໍ່ຄືກັນກັບ
ຢູ່ໃນຕ່າງປະເທດ.”

ໃນສັບປະດາແລ້ວນີ້ ທ່ານນາງອອງຊານຊູຈີໄດ້ພົບປະກັບທູດພິເສດຮັບຜິດຊອບກ່ຽວກັບ ເລື່ອງມຽນມາຂອງສະຫະລັດ ທ່ານ Derek Mitchell ແລະ ທ່ານ Mitchell ຍັງໄດ້ພົບ ປະກັບເຈົ້າໜ້າທີ່ຄົນອື່ນໆຂອງລັດຖະບານມຽນມາແລະກໍໄດ້ສົນທະນາຫາລືກ່ຽວກັບເງື່ອນ
ໄຂທີ່ຈຳເປັນຕ່າງໆ ເພື່ອຈະຍົກເລີກການລົງໂທດທາງດ້ານເສດຖະກິດນັ້ນ.

ສະຫະລັດແລະບັນດາປະເທດຕາເວັນຕົກອື່ນໆໄດ້ຄ້າຂາຍແບບຈຳກັດກັບມຽນມາຍ້ອນ
ປະເທດດັ່ງກ່າວມີປະວັດທີ່ບໍ່ດີໃນການເຄົາລົບນັບຖືສິດທິມະນຸດນັ້ນ.

ທ່ານນາງອອງຊານຊູຈີ ກ່າວມ້ວນທ້າຍຕໍ່ວີໂອເອພະແນກພາສາມຽນມາວ່າ ການລົງໂທດ
ຄວນຈະຖືກຍົກເລີກ ກໍຕໍ່ເມື່ອສະຖານະການໄດ້ມີການປ່ຽນແປງທໍ່ນັ້ນ. ທ່ານນາງຍັງຮຽກ ຮ້ອງໃຫ້ບັນດາປະເທດຕາເວັນຕົກ ທີ່ໃຫ້ການຊ່ອຍເຫຼືອນັ້ນ ເພັ່ງເລັງໃສ່ດ້ານສາທາລະນະ
ສຸກແລະການສຶກສາ ທີ່ທ່ານນາງເວົ້າ ວ່າຍັງສືບຕໍ່ມີຄວາມລ້າຫຼັງຫຼາຍຢູ່ໃນມຽນມານັ້ນ.