ນັກດົນຕີ Springsteen ຍົກເລີກ ການສະແດງຄອນເສີດ ຢູ່ລັດ North Carolina

Bruce Springsteen, ສະແດງດົນຕີຢູ່ລັດ New York ວັນທີ່ 10 ພະຈິກ ປີ 2015.

ນັກ​ດົນຕີຣັອກ Bruce Springsteen ​ໄດ້​ຍົກເລີກ​ການສ​ະ​ແດງ​ຄອນ​ເສີດ ທີ່​ມີ​ກຳນົດ​ໃນ​ວັນ​ອາທິດ​ມື້​ອຶ່ນນີ້ ຢູ່​ໃນລັດ North Carolina ​ສະຫະລັດ ​ໂດຍ​ໃຫ້​ຂໍ້​ສັງ​ເກດທີ່ເປັນ​ເຫດ​ຜົນວ່າ ກົດໝາຍ​ໃໝ່​ຂອງ​ລັດ​ກີດ​ກັ້ນ​ຕ້ານລຳອຽງ​ມາດ​ຕະການ​ແກ່ ບັນດາຄົນປ່ຽນ​ເພດ.

Springsteen ນັກສະ​ແດງ​ເປັນ​ທີ່​ຮັກຫອມ​ຂອງ​ສະຫະລັດ​ ຊຶ່ງ​ຄອນ​ເສີດ​ຂອງ​ລາວ​ທຳ​ມະ​ດາ​ແລ້ວ​ຂາຍ​ຂາດ​ຢູ່ເດີ່ນກິລາອັນ​ກວ້າ​ງ​ໃຫຍ່ ​ໄດ້​ເຜີ​ຍ​ແຜ່​ຖະ​ແຫລ​ງການ​ໃນ​ວັນ​ສຸ​ວານ​ນີ້ຢູ່ສື່​ສັງ​ຄົມ​ວ່າ "ມີ​ບາງ​ສິ່ງ​ບາງ​ຢ່າງ​ມີ​ຄວາມ​ສຳຄັນ​ກວ່າ​ການສະ​ແດງ​ຣັອກ​ ​ແລະ​ນີ້​ເປັນ​ການ​ຕໍ່ສູ້ຕ້ານ​ການ​ລຳອຽງ ​ແລະ​ດື້​ດ້ານ ທີ່​ກຳລັງ​ເກີດ​ຂຶ້ນໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ຂຽນ​ຢູ່​ນີ້ ທີ່​ເປັນ​ນຶ່ງຢູ່​ໃນ​ຈຳນວນທັງຫຼາຍ. ມັນ​ເປັນ ຄວາມ​ໝາຍ​ອັນ​ແຮງ​ສຸດ ທີ່​ຂ້າພະ​ເຈົ້າ​ຕ້ອງ​ອອກສຽງ​ໃນ​ການ​ບໍ່​ເຫັນ​ພ້ອມ​ຕໍ່​ພວກ​ທີ່​ດຳ​ເນີນຊຸກຍູ້​ພວກ​ເຮົາ​ໃຫ້​ກັບ​ຄືນ​ຫລັງ ​ແທນ​ທີ່​ຈະ​ໄປ​ໜ້າ.”

ຄຳ​ຖະ​ແຫລງຢ່າງ​ເປີດ​ເຜີ​ຍຂອງ​ທ່ານ Springsteen ຮ່ວມຢູ່​ໃນ​ການ​ຂໍ​ຂະ​ມາ​ໂທດ​ຈາກ​ບັນດາ​ແຟນໆ​ຂອງ​ທ່ານ.

Your browser doesn’t support HTML5

Springsteen NC Transgender Law