ຢ່າງນ້ອຍ 22 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ງານສະແດງດົນຕີ ທີ່ເມືອງ Manchester

ເຫດລະເບີດ ທີ່ງານສະແດງຄອນເຊີດ ໃນເມືອງ Manchester ສັງຫານ 22 ຄົນ.

ຕຳຫຼວດ​ອັງກິດ ກ່າວ​ວ່າ ມີ​ຢ່າງ​ນ້ອຍ 22 ຄົນ ​ໄດ້​ເສຍ​ຊີວິດແລະ​ອີກ 59 ຄົນ ບາດ​ເຈັບ ​
ໃນ​ການ ວາງ​ລະ​ເບີດ ​ເມື່ອວັນ​ຈັນ​ວານ​ນີ້ ທີ່​ງານ​ສະ​ແດງ​ຄອນ​ເຊີດ ຕອນ​ກາງຄືນ ທີ່​ເມືອງ Manchester ປະ​ເທດ​ອັງກິດ.

“ພວກ​ເຮົາ ຖື​ເຫດການ​ນີ້​ວ່າ ແມ່ນ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ ​ແລະ​ພວກ​ເຮົາ​ເຊື່ອວ່າ
ຈົນ​ມາ​ຮອດ​ດຽວ​ນີ້ ການ​ໂຈມ​ຕີ​ໃນຄ່ຳ​ຄືນ​ວານ​ນີ້ ​ແມ່ນ​ເຮັດໂດຍ​ຄົ​ນຜູ້​ດຽວກັນ,”

ນັ້ນຄືຄຳ​ເວົ້າຂອງ​ທ່ານ Ian Hopkins ຜູ້​ບັນຊາ​ການ​ຕຳຫຼວດ​ເມືອງ Manchester ​
ໄດ້​ກ່າວ​ໄວ້ໃນ​ວັນ​ອັງຄານ​ມື້​ນີ້.

ທ່ານ Hopkins ໄດ້​ກ່າວວ່າ ​ເຈົ້າໜ້າ​ທີ່ສືບສວນ​ເຊື່ອ​ວ່າ ການ​ໂຈມ​ຕີດ້ວຍ​ການວາງ
ລະ​ເບີດ​ຢ່າງ​ກະທັນຫັນ ຊຶ່ງ​ລາວຈະ​ໄດ້​ບີບ​ຄະ​ນວນ ​ແລະ​ລາວກໍ​ໄດ້​ຕາຍ​ໃນ​ສະຖານ​ທີ່
​ເກີດ​ເຫດ​ນຳ.

ຕຳຫຼວດ ໄດ້​ປະສານ​ງານ​ກັບ​ເຈົ້າ​ໜ້າ​ທີ່​ ຂອງໜ່ວຍ​ງານຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ແຫ່ງ​ຊາດ
​ເພື່ອ​ຈະໄດ້​ລາຍ​ລະອຽດ​ອື່ນໆ ກ່ຽວ​ກັບ​ຜູ້​ໂຈມ​ຕີ​ດັ່ງກ່າ​ວ ດ້ວຍ​ການ​ຖື​ເອົາ​ເປັນ​ບູລິມມະ​ສິດ
ທີ່​ຈະ​ພິຈາລະນາ​ວ່າ ລາວ​ໄດ້​ເຮັດ​ວຽກ​ຕາມ​ລຳພັງ ຫຼືເປັນ​ສ່ວນ​ນຶ່ງ​ຂອງ​ຕາງ​ໜ່າງ ​ນັ້ນຄື​
ຄວາມ ​ເຫັນ​ຂອງທ່ານ Hopkins ທີ່ໄດ້​ກ່າວ​ໄວ້.

​ເຫດລະ​ເບີດ​ດັ່ງກ່າວ ໄດ້​ແຕກ​ຂຶ້ນ ຢູ່​ບໍລິ​ເວນ​ທາງ​ນອກ​ຂອງ​ບ່ອນສະ​ແດງ ຊຶ່ງ​ມີ​ບ່ອນ​ນັ່ງ
21 ພັນ​ຄົນ ​ໃນ​ສະໜາມກິລາ​ເມືອງ Manchester ​ໃນ​ຕອນ​ທ້າຍ​ຂອງການສະ​ແດງຂອງ
​ນັກ​ຮ້ອງ​ປ໊ອປອາ​ເມຣິກັນ Ariana Grande.

ສະຖານທີ່ຂອງເຫດລະເບີດ Manchester, ອັງກິດ

“​ຫົວ​ໃຈ​ສະ​ຫລາຍ ຈາກ​ສ່ວນ​ເລິກ​ຂອງ​ຫົວ​ໃຈ​ຂອງ​ຂ້ອຍ. ຂ້ອຍ​ເສຍ​ໃຈ ຂ້ອຍ​ຂໍ​ໂທດນຳ​ຫຼາຍໆ,” ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງນັກ​ຮ້ອງ Grande ທີ່​ໄດ້​ຂຽນ​ລົງ​ໃນ Twitter ຫຼັງ​ຈາກ
ເກີດ​ເຫດລະ​ເບີດ​ແລ້ວ​ນັ້ນ.”
ນາງ​ຍັງ​ກ່າວ​ເພີ່ມ​ຕື່ມ​ວ່າ “ຂ້ອຍ​ບໍ່​ມີ​ຄຳເວົ້າ​ໃດໆ ​ອີກ​ແລ້ວ.”

“ນີ້​ແມ່ນ​ການໂຈມ​ຕີ​ທີ່​ປ່າ​ເຖື່ອນ ດ້ວຍ​ຄວາມ​ຕັ້ງ​ໃຈ ແນ​ໃສ່​ພວກ​ທີ່​ຫຼໍ່​ແຫຼມ​ທີ່​ສຸດ ​
ໃນ​ສັງຄົມຂອງ​ພວກ​ເຮົາ ທີ່​ມີ​ທັງ​ພວກ​ໜຸ່ມ​ນ້ອຍ ລູກ​ຫຼານ​ຂອງ​ພວກ​ເຮົາ ທີ່​ອອກ​ມາ​
ຊົມ​ການສະ​ແດງ​ດົນຕີ​ປ໊ອປ,”
ຊຶ່ງ​ທ່ານ Amber Rudd ລັດຖະມົນຕີ​ກະຊວງ​ພາຍ​ໃນ​
ຂອງອັງກິດ ​ໄດ້​ກ່າວ​ໄວ້.

ນາຍົກລັດຖະມົນຕີອັງກິດ ທ່ານ​ນາງ Theresa May ​ໄດ້​ກ່າວ​ວ່າ ຄວາມ​ເປັນ​ຫວ່ງ
ຄິດ​ຮອດ​ຄິດ​ເຖິງ ​ແມ່ນ​ຢູ່​ກັບ​ພວກ​ເຄາະຮ້າຍ​ທັງຫຼາຍ ທີ່​ທ່ານ​ນາງ​ເອີ້ນການ​ກະທຳ​ນີ້ວ່າ
“​ເປັນ​ການ​ໂຈມ​ຕີ​ຂອງ​ການ​ກໍ່​ການ​ຮ້າຍ.” ທ່ານ​ນາງ May ​ແລະທ່ານ Jeremy Corbyn
ຜູ້ນຳ​ຝ່າຍ​ຄ້ານຂອງພັກ​ແຮງ​ງານ ​ໄດ້​ຕົກລົງ​ທີ່​ຈະໂຈະ​ການ​ໂຄສະນາ​ຫາສຽງ ກ່ອນ​ການ
​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນວັນ​ທີ 8 ​ມິຖຸນາ ຈະ​ມາ​ເຖິງ​ນີ້.

ລົດຂອງຕຳຫຼວດ ແລະລົດໂຮງໝໍ ຈອດຢູ່ໃນສະຖານທີ່ເກີດເຫດ ຂ້າງນອກ ສະຖານທີ່ສະແດງ Manchester, ບ່ອນທີ່ນັກຮ້ອງອາເມຣິກັນ Ariana Grande ໄດ້ໄປເປີດງານຄອນເຊີດ, Manchester, ພາກເໜືອອັງກິດ, 22 ພຶດສະພາ 2017.

ກະຊວງ​ຮັກສາ​ຄວາມ​ສະ​ງົບ​ພາຍ​ໃນ​ຂອງ​ສະຫະລັດ​ໄດ້ກ່າວ​ວ່າ ຕົນໄດ້​ທຳ​ການ​ສິ້ງ​ຊອມ
​ເບິ່ງ​ສະຖານະ​ການ​ໃນ​ເມືອງ Manchester ​ແລະ​ວ່າ ຍັງ​ບໍ່​ທັນມີ​ຂໍ້​ມູນ​ໃດໆ ທີ່​ສະ​ແດງ
ໃຫ້​ເຫັນວ່າ ມີ “ການ​ຂົ່ມຂູ່ແບບ​ສະ​ເພາະ​ເຈາະ​ຈົງ” ຕໍ່​ການສະ​ແດງ​ດົນຕີ​ໃນ​ສະຫະລັດ.

ປະທານາທິບໍດີ​ດໍ​ໂນ​ລ ທຣຳ ກ່າວ​ວ່າ ພວກ​ເຄາະ​ຮ້າຍ​ໃນ​ການ​ໂຈມ​ຕີ​ໃນ​ວັນ​ພຸດ​ມື້ນີ້​ ມີ​ທ່າ
ທາງ​ວ່າ ​ໄດ້​ຖືກ​ຂ້າ​ຕາຍ​ໂດຍ “ພວກຜີ​ມານ​ທີ່ເສຍ​ໄຊ​ໃນ​ຊີວິດ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ຕຳຫຼວດຈັດສັນສະຖານທີ່ຂ້າງນອກ ສະໜາມ Manchester, ພາກເໜືອຂອງອັງກິດ, 22 ພຶດສະພາ, 2017.