ລັດຖະມົນຕີກະຊວງພາຍໃນອັງກິດ ທ່ານນາງແອມເບີ ຣູດ (Amber Rudd) ມີແຜນ
ການ ພ້ອມແລ້ວ ທີ່ຈະຮັບມື ຖ້າເຈົ້າໜ້າທີ່ສືບສວນຫາກລະບຸໂຕຜູ້ທີ່ຮັບຜິດຊອບ
ໃນການໂຈມຕີດ້ວຍສານເຄມີທຳລາຍລະບົບປະສາດຕໍ່ອະດີດສາຍລັບຣັດເຊຍ
ທີ່ເຮັດວຽກໃຫ້ທັງສອງຝ່າຍ.
ທ່ານນາງຣູດ ກ່າວຕໍ່ອົງການຂ່າວບີບີຊີວ່າ “ບໍ່ມີຫຍັງອ່ອນແອເລີຍ ໃນການຕອບ
ຮັບຂອງອັງກິດ ຕໍ່ກິດຈະກຳຂອງລັດຢູ່ໃນປະເທດນີ້. ທ່ານອາດຈະບໍ່ເຄີຍໄດ້ຍິນ
ເລື່ອງລາວທັງໝົດແຕ່ເມື່ອພວກເຮົາເຫັນວ່າ ຈຳເປັນຕ້ອງມີການເອົາບາດກ້າວ ພວກເຮົາກໍຈະເອົາ.”
ຕຳຫຼວດຕໍ່ຕ້ານການກໍ່ການຮ້າຍຂອງອັງກິດ ກ່າວວ່າ ທ່ານເຊີເກ ສກຣີປາລ (Ser-
gei Skripal) ແລະລູກສາວອາຍຸ 33 ປີຂອງທ່ານ ໄດ້ຖືກສານພິດທຳລາຍເສັ້ນປະ
ສາດ ໃນວັນອາທິດຜ່ານມາ ທີ່ເມືອງຊາລິສບູຣີ ຊຶ່ງເປັນເມືອງທີ່ຂ້ອນຂ້າງມີຄວາມ
ງຽບສະຫງົບດີ.
ທ່ານ ມາກຄ໌ ໂຣລລີ (Mark Rowley) ຜູ້ບັນຊາການຕຳຫຼວດເທດສະບານ ແລະເຈົ້່າໜ້າທີ່ ຫົວໜ້າການແພດ ທ່ານນາງ ແຊລລີ ດາວີສ (Sally Davies) ຖະແຫຼງກ່ຽວກັບ ສະຖານະການຂອງທ່ານທ່ານເຊີເກ ສກຣີປາລ (Sergei Skripal) ແລະລູກສາວ ນາງ ຢູເລຍ (Yulia), ທີ່ໄດ້ຖືກສານພິດ ທຳລາຍເສັ້ນປະສາດ ໃນເມືອງຊາລິສບູຣີ
ເຈົ້າໜ້າທີ່ຕຳຫຼວດ ຊຶ່ງເປັນສ່ວນນຶ່ງຂອງຄະນະປະຕິບັດງານຕອບຮັບໃນຂັ້ນຕົ້ນຕໍ່
ເຫດການດັ່ງກ່າວ ກໍໄດ້ຖືກສົ່ງເຂົ້າໂຮງໝໍ. ທ່ານນາງຣູດ ກ່າວໃນວັນພະຫັດມື້ນີ້ວ່າ ເຈົ້າໜ້າທີ່ທ່ານນີ້ຍັງຢູ່ໃນອາການສາເຫດ ແຕ່ກໍເວົ້າໄດ້ແລ້ວ.
“ເຫດການຄັ້ງນີ້ ຖືວ່າເປັນເຫດການທີ່ຮ້າຍແຮງທີ່ພົວພັນໃນຄວາມພະຍາຍາມ
ສັງຫານໂດຍສານພິດທຳລາຍເສັ້ນປະສາດ,” ນັ້ນຄືຄຳເວົ້າຂອງທ່ານ ມາກຄ໌ ໂຣລລີ
(Mark Rowley) ຜູ້ບັນຊາການຕຳຫຼວດເທດສະບານທີ່ໄດ້ກ່າວໄວ້. ທ່ານບໍ່ໄດ້ລະບຸ
ຢ່າງຈະແຈ້ງວ່າແມ່ນສານອັນໃດແທ້ ແລະວິທີທີ່ຖືກນຳມາໃຊ້.
ການວາງສານພິດນີ້ ກຳລັງຂົ່ມຂູ່ຕໍ່ຄວາມໝັ້ນຄົງຢ່າງເຕັມອັດຕາ ແລະເກີດວິກິດການ
ທາງດ້ານການທູດສຳລັບອັງກິດໂດຍທີ່ສະມາຊິກສະພາໄດ້ທວງໃຫ້ລັດຖະບານ
ທຳການສືບສວນຢ່າງຮີບດ່ວນ ກ່ຽວກັບການເສຍຊີວິດຂອງຫຼາຍກວ່າສິບຄົນ
ເມື່ອໄວໆມານີ້ຢູ່ໃນອັງກິດ ຊຶ່ງທັງໝົດອາດມີສ່ວນກ່ຽວຂ້ອງກັບສາຍລັບຣັດເຊຍ.
ທ່ານເຊີເກ ສກຣີປາລ (Sergei Skripal), ອະດີດພັນເອກ ຂອງໜ່ວຍສືບລັບທະຫານ ຂອງຣັດເຊຍ, ເບິ່ງເຂົ້າໄປໃນຄຸກ ຂອງຈຳເລີຍ ໃນການໃຫ້ປາກຄຳ ທີ່ສານທະຫານ, ຣັດເຊຍ, 9 ສິງຫາ 2006.
ທ່ານ ສກຣີປາລ ໄວ 66 ປີ ແລະລູກສາວ ນາງ ຢູເລຍ ແມ່ນກຳລັງຕໍ່ສູ້ກັບຄວາມເປັນ
ຄວາມຕາຍ ພໍໆກັນ ຫຼັງຈາກທີ່ໄດ້ຖືກພົບເຫັນວ່າ ບໍ່ຮູ້ເມື່ອຄີງ ຢູ່ທີ່ມ້ານັ່ງແຫ່ງນຶ່ງ
ຂ້າງນອກຮ້ານສັບພະສິນຄ້າ. ຕຳຫຼວດ ໄດ້ກວດເບິ່ງພາບຈາກກ້ອງວົງຈອນປິດ
ແລະມີລາຍງານວ່າ ພວກເຂົາເຈົ້າໄດ້ເພັ່ງເລັງຄວາມສົນໃຈໃສ່ຜູ້ຊາຍແລະແມ່ຍິງ
ທີ່ຢູ່ເຫັນຢູ່ໃກ້ໆນັ້ນ.
ໃນວັນອັງຄານຜ່ານມານີ້ ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ ບໍຣີສ ຈອນສັນ
(Boris Johnson) ທີ່ໄດ້ຕອບໂຕ້ຢ່າງແຮງຕໍ່ຣັດເຊຍ ເວລາທ່ານໃຫ້ການຄ້ຳປະກັນ
ຕໍ່ບັນດາສະມາຊິກລັດຖະສະພາວ່າ ລັດຖະບານຈະໄດ້ເຂົ້າເຖິງຜົນສະຫຼຸບທີ່ເປັນ
ປິດສະໜາ ແລະຂົ່ມຂູ່ທີ່ຈະລົງໂທດຄັ້ງໃໝ່ ຕໍ່ຣັດເຊຍ, ຖ້າຫາກວ່າ ວັງເຄຣມລິນ
ໄດ້ຖືກພົບເຫັນວ່າ ເປັນຜູ້ຮັບຜິດຊອບ. ທ່ານຈອນສັນ ໄດ້ກ່າວໃນຂະນະທີ່ທ່ານ
ບໍ່ໄດ້ຍົກມື້ຊີ້ໄປໃສ່ຜູ້ໃດ ໃນເວລານີ້, ທ່ານກ່າວເຖິງຣັດເຊຍ ວ່າເປັນ “ກຳລັງທີ່ມຸ່ງ
ຮ້າຍແລະລົບກວນ.”
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ ບໍຣີສ ຈອນສັນ (Boris Johnson) ໄປຮອດຖະໜົນ Downing ເພື່ອພົບປະກັບໜ່ວຍພິເສດ COBRA ຂອງຄະນະກຳມາທິການສືບລັບ ນະຄອນລອນດອນ, 7 ມີນາ 2018.