ໂຄສົກພັກແຮງງານອັງກິດຄົນນຶ່ງກ່າວວ່າ ຜູ້ນຳຂອງຕົນ ທ່ານເຈີຣາມີ ຄໍຣບິນ ຈະ “ຕຽມ
ການໂຕ້ວາທີໜ້າຕໍ່ໜ້າກັບ ທ່ານນາງເທີຣີຊາ ເມ ກ່ຽວກັບຂໍ້ຕົກລົງອອກໄປຂອງອັງກິດ
ແລະອະນາຄົດຂອງປະເທດເຮົາ.”
ນາຍົກລັດຖະມົນຕີອັງກິດ ທ່ານນາງເທິຣີຊາ ເມ ໄດ້ສະເໜີຢູ່ໃນການໃຫ້ສຳພາດກັບ
ໜັງສືພິມ ເດລີ ເຕເລກຣາຟ ວ່າ ທ່ານນາງໄດ້ມີທ່າທີຈະທ້າທາຍ ທ່ານຄໍຣບິນ ຢູ່ການ
ໂຕ້ວາທີທາງໂທລະພາບ ກ່ຽວກັບການອອກໄປຂອງອັງກິດ ໃນຂະນະທີ່ທ່ານນາງເລີ້ມ
ການໂຄສະນາຫາສຽງຂອງທ່ານນາງ ເພື່ອໃຫ້ຜ່ານຂໍ້ຕົກລົງຜ່ານທາງສະພາ.
ໄດ້ໃຊ້ເວລາແກ່ທ່ານນາງເມ ແລະບັນດາຜູ້ນຳຢູໂຣບ 27 ທ່ານ ພຽງແຕ່ 40 ນາທີ ເພື່ອ
ເຊັນຂໍ້ຕົກລົງອອກໄປຂອງອັງກິດ ຫຼັງຈາກສອງປີຂອງການເຈລະຈາທີ່ຍາກລຳບາກ
ແຕ່ວ່າການດຳເນີນເລື່ອງດັ່ງກ່າວ ແລະຄວາມຍາກລຳບາກ ການຖອນຂໍ້ຕົກລົງອອກ
ຂອງອັງກິດໄດ້ຮັບຮູ້ໃນວັນອາທິດທີ່ຜ່ານມາຢູ່ໃນນະຄອນບັສເຊີລສ໌ນັ້ນຍັງໃກຈາກ
ຄວາມຈິງ.
ທຸງປະເທດອັງກິດ ທີ່ເຫັນຢູ່ໃກ້ສະພາ ໃນນະຄອນຫຼວງລອນດອນ ວັນທີ 18 ເມສາ 2017.
ໃນຂະນະທີ່ເຂົາເຈົ້າເຫັນພ້ອມກັບ 585 ໜ້າຂອງຂໍ້ຕົກລົງ ແລະ26 ໜ້າທີ່ຕິດຕາມມາ
ດ້ວຍການປະກາດທາງການເມືອງທີ່ໄດ້ວາງໄວ້ເປັນໄລຍະຂອງການເຈລະຈາ ເພື່ອ
ໃຫ້ເປັນຂໍ້ຕົກລົງຄ້າເສລີ ລະຫວ່າງອັງກິດ ແລະສະຫະພາບຢູໂຣບ ທີ່ເປັນສັດຕູການ
ເມືອງທີ່ມີອຳນາດໃນລອນດອນ ທີ່ໄດ້ວາງແຜນຍຸດທະສາດເພື່ອແກ້ໄຂ.
ປະທານຄະນະກຳມາທິການຢູໂຣບ ທ່ານຈີນ ຄລອດ ຈັງເກີ (ຂວາ) ຕ້ອນຮັບນາຍົກລັດຖະມົນຕີອັງກິດ ທ່ານນາງເທິຣິສາ ເມ ທີ່ນະຄອນບຣັສເຊີລສ໌ ວັນທີ 24 ພະຈິກ 2018.
ມີຫລັກຖານຢູ່ໜ້ອຍນຶ່ງທີ່ນາຍົກລັດຖະມົນຕີອັງກິດໄດ້ຕໍ່ສູ້ ທີ່ຈະໄດ້ຮັບການສະໜັບ
ສະໜູນຢ່າງພຽງພໍເພື່ອເອົາຊະນະການເຫັນພ້ອມກົດໝາຍຂອງຂໍ້ຕົກລົງຢູ່ໃນການ
ລົງຄະແນນສຽງໃນສະພາເດືອນໜ້ານີ້. ນັ້ນໄດ້ເປັນທີ່ແຈ້ງຂາວໃນສະໝອງຂອງພວກ
ເຈົ້າໜ້າທີ່ຄະນະກຳມາທິການຢູໂຣບໃນວັນອາທິດທີ່ຜ່ານມາ ໃນຂະນະທີ່ບັນດາຜູ້ນຳ
ຢູໂຣບໄດ້ໃຫ້ການໜູນຫຼັງຕໍ່ຂໍ້ກຳນົດຂອງອັງກິດທີ່ແຍກອອກຈາກບຣັສເຊີລສ໌ ຫຼັງຈາກ
44 ປີຂອງການເປັນສະມາຊິກ.
ນາຍົກລັດຖະມົນຕີເນເທີແລນ ທ່ານມາຣກ໌ ຣັຕຕີ ເດີນທາງມາເຖິງກອງປະຊຸມຢູໂຣບ ທີນະຄອນບຣັສເຊີລສ໌ ວັນທີ 23 ກຸມພາ 2018.
ປະທານຄະນະກຳມາທິການຢູໂຣບ ທ່ານຈີນ ຄລອດ ຈັງເກີ ໄດ້ເຕືອນວ່າອັງກິດ ບໍ່ສາ
ມາດຄາດໝາຍທີ່ຈະໄດ້ຂໍ້ຕົກລົງໃຫ້ດີຂຶ້ນ ຖ້າຫາກສະພາປະຕິເສດຂໍ້ຕົກລົງ. ທ່ານກ່າວ
ວ່າ “ບັດນີ້ແມ່ນເວລາແກ່ທຸກໆຄົນທີ່ຈະຮັບເອົາຄວາມຮັບຜິດຊອບ ທຸກໆຄົນ.”
well.
ພວກສະໜັບສະໜູນ ແລະຕ້ານການອອກໄປຂອງອັງກິດ ພາກັນປະທ້ວງຢູ່ນອກສະພາອັງກິດ ໃນນະຄອນຫຼວງລອນດອນ ວັນທີ 5 ກັນຍາ 2018.