ທ່ານນາງ ເທຣີຊາ ເມ, ນາຍົກລັດຖະມົນຕີອັງກິດປະເຊີນກັບການລົງມະຕິບໍ່ໄວ້ວາງໃຈລັດຖະບານ ໃນວັນພຸດມື້ນີ້ ພາຍຫລັງທີ່ທ່ານນາງປະສົບກັບການເສຍໄຊຢ່າງເປັນປະຫວັດການ ຢູ່ໃນສະພາໃນວັນອັງຄານວານນີ້ ເມື່ອສະມາຊິກສະພາ ໄດ້ພາກັນປະຕິເສດຢ່າງໃຫຍ່ ຕໍ່ຂໍ້ຕົກລົງທີ່ທ່ານນາງໄດ້ເຊັນກັບ ບຣັສເຊີລສ໌ ກ່ຽວກັບການຖອນໂຕອອກຈາກສະຫະພາບຢູໂຣບໃນເວລາຫລັງໆ ຂອງປີນີ້. ຫລາຍຄົນຢູ່ໃນພັກຂອງທ່ານນາງ ໄດ້ລົງຄະແນນຄັດຄ້ານຕໍ່ຂໍ້ຕົກລົງດັ່ງກ່າວ ແຕ່ວ່ານາຍົກລັດຖະມົນຕີເມ ສັນຍາວ່າຈະເດີນໜ້າຕໍ່ໄປ. ດັ່ງທີ່ ເຮັນຣີ ຣີດແວລ (Henry Ridgwell) ນັກຂ່າວວີໂອເອ ລາຍງານມາ ຢູໂຣບໄດ້ເຕືອນວ່າ ຄວາມສ່ຽງທີ່ອັງກິດອາດຈະຖອນຕົວອອກຈາກອີຢູໄປໂດຍບໍ່ມີຂໍ້ຕົກລົງໃດໆໝົດ ມີທ່າອ່ຽງສູງຂຶ້ນ. ບົວສະຫວັນຈະນຳລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານການຖອນໂຕອອກຈາກ ອີຢູ ຂອງອັງກິດ
ຢູ່ຂ້າງນອກຂອງຕຶກສະພານັ້ນ ພວກປະທ້ວງທີ່ຂັດຄ້ານກັນກ່ຽວກັບເລື້ອງນີ້ ພາກັນດຳເນີນການປະທ້ວງໄປຈົນຮອດຕອນຄ່ຳຂອງວັນອັງຄານ ວານນີ້.
ສ່ວນຢູ່ຂ້າງໃນຂອງຕຶກດັ່ງກ່າວ ຄວາມສັບສົນທາງການເມືອງໄດ້ຖີບຕົວຂຶ້ນສູ່ຈຸດສູງສຸດ ຢູ່ໃນການເສຍໄຊ ທີ່ໜ້າເຈັບປວດ.
ທ່ານ ຈອນ ເບີຄາວ (John Bercow) ປະທານສະພາຕ່ຳຂອງອັງກິດ ກ່າວວ່າ
"ສຽງເຫັນດີແມ່ນຢູ່ເບື້ອງຂວາ ມີ: 202 ສຽງ. ສຽງຄັດຄ້ານຢູ່ຂ້າງຊ້າຍມີ: 432 ສຽງ."
ທ.ນ. ເທຣີຊາ ເມ, ນາຍົກລັດຖະມົນຕີອັງກິດ ນັ່ງຢູ່ໃນສະພາພາຍຫລັງມີການລົງຄະແນນສຽງໃນວັນທີ 15 ມັງກອນ, 2019
ໃນການໄດ້ຮັບສຽງສະໜັບສະໜຸນ 230 ສຽງ ເປັນການປະລາໄຊທີ່ໃຫຍ່ທີ່ສຸດ ຂອງຝ່າຍລັດຖະບານຢູ່ໃນປະຫວັດສາດຂອງອັງກິດໃນຊຸມປີມໍ່ໆມານີ້ ຕາມປົກກະຕິແລ້ວ ສະພາບເຊັ່ນນັ້ນ ມັກຈະບັງຄັບໃຫ້ນາຍົກລັດຖະມົນຕີລາອອກ ແຕ່ວ່າ ທ່ານນາງໃຫ້ສັນຍາວ່າ ຈະເດີນໜ້າຕໍ່ໄປ.
ທ່ານນາງ ເທຣີຊາ ເມ, ນາຍົກລັດຖະມົນຕີຂອງອັງກິດຖະແຫລງວ່າ
"ລັດຖະບານ ໄດ້ຍິນສິ່ງທີ່ສະພາຕ່ຳໄດ້ກ່າວໄປໃນຄ່ຳຄືນນີ້ ແຕ່ຂ້າພະເຈົ້າ ຂໍໃຫ້ສະມາຊິກສະພາຈາກທຸກຝ່າຍຟັງຫາງສຽງຂອງປະຊາຊົນອັງກິດ ທີ່ຢາກໃຫ້ບັນຫານີ້ຖືກແກ້ໄຂ."
ນາຍົກລັດຖະມົນຕີ ຈະປະເຊີນກັບການລົງມະຕິບໍ່ໄວ້ວາງໃຈລັດຖະບານຂອງທ່ານນາງໃນວັນພຸດມື້ນີ້ ທີ່ຍົກຂຶ້ນມາ ໃຫ້ລົງຄະແນນສຽງໂດຍ ທ່ານ ເຈເຣມີ ຄໍຣ໌ບິນ (Jeremy Corbyn) ຜູ້ນຳຂອງພັກແຮງງານ ທີ່ເປັນພັກຂອງຝ່າຍຄ້ານນັ້ນ.
ທ່ານ ຄໍຣ໌ບິນ ກ່າວດັ່ງນີ້
“ທ່ານນາງບໍ່ສາມາດທີ່ຈະເຊື່ອຢ່າງຕາຍໃຈໄດ້ ວ່າ ຫລັງຈາກສອງປີແຫ່ງຄວາມຫລົ້ມແຫລວ ທ່ານນາງຍັງຈະມີຄວາມສາມາດມີການເຈລະຈາ ທີ່ເປັນຜົນດີແກ່ ປະຊາຊົນໃນປະເທດນີ້ຕໍ່ໄປໄດ້ອີກ."
ເຖິງແມ່ນວ່າ ຈະມີການປະລາໄຊໃນວັນອັງຄານວານນີ້ກໍຕາມ, ແຕ່ທ່ານນາງ ເມ ກໍຍັງມີທ່າທີວ່າ ຈະລອດພົ້ນຈາກການລົງຄະແນນສຽງບໍ່ໄວ້ວາງໃຈໃນວັນພຸດມື້ນີ້. ຄວາມຫວັງທີ່ສູງທີ່ສຸດຂອງທ່ານນາງກໍຄື ຊັກຊວນໃຫ້ ອີຢູ ມີການຜ່ອນຜັນໃນສັນຍາຫລາຍກວ່ານີ້ ເພື່ອເຮັດໃຫ້ສະມາຊິກສະພາເພິ່ງພໍໃຈ.
ພວກປະທ້ວງທີ່ຄັດຄ້ານການຖອນໂຕອອກຈາກອີຢູ ພາກັນດີໃຈຍົກທຸງອີຢູ ແລະທຸງອັງກິດໃຫ້ສູງຂຶ້ນພາຍຫລັງໄດ້ຍິນຜົນການລົງຄະແນນກ່ຽວກັບ Brexit ທີ່ ທ.ນ. ເມ ສະເໜີໃນວັນທີ 15, 2019
ອາຈານ ອານັນ ເມນອນ (Anand Menon) ຈາກໂຄງການອັງກິດຢູ່ໃນຢູໂຣບທີ່ກຳລັງມີການປ່ຽນແປງໃຫ້ຄຳເຫັນວ່າ
"ສະພາບທີ່ໜ້າອັບອາຍ, ຄັນເຈົ້າຢາກຈະເວົ້າ, ປ່ອຍໃຫ້ເຂົາເຈົ້າເວົ້າ, ຂ້າພະເຈົ້າມີຄວາມເປັນຫ່ວງວ່າ ເຂົາເຈົ້າໄດ້ຮັບຄວາມພໍໃຈຫຼາຍຂຶ້ນ ໂດຍມີເອກະສານຂໍ້ຕົກລົງນີ້ຈາກສະຫະພາບຢູໂຣບ, ດຽວນີ້ ຂ້າພະເຈົ້າສາມາດປ່ຽນໃຈ ແລະລົງຄະແນນສຽງເຫັນດີນຳນາຍົກລັດຖະມົນຕີ ຫລື ຢ່າງໜ້ອຍກໍບໍ່ອອກສຽງຫຍັງ.”
ແຕ່ວ່າ ອີຢູ ບໍ່ຍອມເປີດໃຫ້ມີການເຈລະຈາຂໍ້ຕົກລົງຄືນອີກ. ປະທານກຳມາທິການຂອງອີຢູ, ທ່ານ ຊັງ-ຄລອດ ຈັງເກີ (Jean-Claude Juncker) ເວົ້າວ່າ ພາຍຫລັງທີ່ໄດ້ມີການລົງຄະແນນສຽງແລ້ວ ຄວາມສ່ຽງໃນການຖອນໂຕອອກແບບບໍ່ເປັນລະບຽບກໍຖີບຕົວສູງຂຶ້ນ."
ຢູ່ໃນນະຄອນລອນດອນ, ສະມາຊິກສະພາທີ່ມີຄວາມເຫັນຂັດແຍ້ງກັນ ໄດ້ວາງແຜນການຂອງຕົນໃນຂັ້ນຕໍ່ໄປ. ສະມາຊິກສະພາທີ່ສະໜັບສະໜຸນການຖອນໂຕອອກຈາກອີຢູ ຫລື ເບຣັກຊິດ (Brexit) ບາງຄົນຢາກອອກຈາກອີຢູ ໂດຍບໍ່ຕ້ອງມີຂໍ້ຕົກລົງໃດໆເລີຍ. ສ່ວນຄົນອື່ນໆ ແມ່ນພັກດັນໃຫ້ມີການອອກ ຈາກສະຫະພາບດັ່ງກ່າວຢ່າງນີ້ມນວນກວ່າ ຫລືບໍ່ ກໍໃຫ້ມີການລົງປະຊາມະຕິຄັ້ງທີສອງ.
ອາຈານ ເມນອນ ກ່າວເພີ້ມອີກວ່າ"ພວກເຮົາປະເຊີນກັບຜົນຈະອອກມາຫລາຍໆແບບ. ຜົນທັງໝົດເຫລົ່ານັ້ນ ລ້ວນແຕ່ເປັນເລື້ອງໜ້າເຫລືອເຊື່ອຫລາຍທີ່ສຸດ ຊຶ່ງມັນອາດຈະມີ ຂໍ້ຕົກລົງຖືກຮັບຮອງເອົາ, ມີການລົງປະຊາມະຕິອີກເທື່ອນຶ່ງ, ມີການເລືອກຕັ້ງທົ່ວປະເທດ, ບໍ່ມີຂໍ້ຕົກລົງໃດໆທັງສິ້ນ. ອັນໃດ ອັນນຶ່ງໃນນີ້ຈະເກີດຂຶ້ນ."
ໃນຂະນະດຽວກັນ, ພວກປະທ້ວງກັບມີການສູ້ຢັນຢ່າງດຸເດືອດຂຶ້ນ. ນາງ ກາບີ ໂຣບຟ໌, ທີ່ສະໜັບສະໜຸນການຢູ່ກັບອີຢູ ເວົ້າວ່າ
"ອາດມີ 80 ເປີເຊັນຂອງຄົນໃນເກນອາຍຸຊ່ຳໆຂ້ອຍນີ້ ຢາກຈະຢູ່ໃນອີຢູສືບຕໍ່ໄປ. ແລະ ແຕ່ວ່າສຽງຂອງພວກເຂົາຖືກສຽງຂອງຄົນລຸ້ນແກ່ກວ່າ ພວກທີ່ຢາກອອກຈາກອີຢູນັ້ນ ຖ້ວມໄວ້ ໃນຂະນະທີ່ພວກເຮົາຈະເປັນຜູ້ດຳລົງຊີວິດຢູ່ກັບຜົນຕາມມາຂອງສະພາບການນີ້ ດົນກວ່າໝູ່ໝົດ."
ພວກປະທ້ວງທີ່ສະໜັບສະໜຸນ Brexit ຍົກປ້າຍຂຶ້ນເພື່ອຄັດຄ້ານຜົນການລົງຄະແນນສຽງຂອງສະພາຕ່ຳອັງກິດ ໃນວັນທີ 15, 2019
ສ່ວນທ່ານ ໂອເວນ ຣີດ (Owen Reed) ທີ່ສະໜັບສະໜຸນ Brexit ກັບເວົ້າວ່າ
"ມີຜົນປະໂຫຍດຫລາຍຢ່າງ ຖ້າເຮົາຫາກພວກເຮົາອອກຈາກສະຫະພາບຢູໂຣບໄປ ແລະກ່ອນອື່ນໝົດ ພວກເຮົາກໍສາມາດກັບມາມີການຄວບຄຸມອຳນາດໃນຫລາຍໆອັນ ທີ່ພວກເຮົາເອົາໃຫ້ຄົນອື່ນນັ້ນ ຄືນມາອີກ.”
ທ່ານ ເຈເຣມີ ຄໍຣ໌ບິນ, ຜູ້ນຳຂອງພັກແຮງງານ ທີ່ເປັນພັກຂອງຝ່າຍຄ້ານ ລົມກັບພວກນັກຂ່າວ
ອັງກິດກຳລັງລອຍຢູ່ໃນກະແສນ້ຳທາງການເມືອງແບບບໍ່ມີຂອບເຂດເລີຍ. ແຕ່ວ່າ ມີສິ່ງດຽວທີ່ແນ່ນອນຄື ຈະມີຫຍັງເກີດຂຶ້ນຢູ່ໃນສະພາກໍຕາມ ຢູ່ໃນຫລາຍອາທິດຕໍ່ໜ້ານີ້ ຢູ່ຕາມຖະໜົນຫົນທາງຄວາມແຕກແຍກກັນໃນທົ່ວສັງຄົມ ຈະໃຊ້ເວລານານກວ່າຫລາຍ ທີ່ຈະປົວແປງໃຫ້ດີໄດ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ ຢູ່ລຸ່ມນີ້
Britain's Prime Minister Theresa May faces a confidence vote Wednesday after suffering a historic defeat in parliament Tuesday when British lawmakers resoundedly rejected the deal she struck with Brussels for leaving the European Union later this year. Many in her own party voted against the deal but Prime Minister May is vowing to carry on. As Henry Ridgwell reports, Europe has warned the risks of Britain crashing out with no deal have increased.
Outside parliament, rival protestors faced off into the night Tuesday.
Inside, the political drama culminated in a bruising defeat.
John Bercow, House of Commons Speaker said
"The ayes to the right: 202. The noes to the left: 432."
The biggest government defeat, by 230 votes, in recent British history. Normally that would force the prime minister's resignation, but she vowed to carry on.
Theresa May, British Prime Minister said
"The government has heard what the House has said tonight, but I ask members on all sides of the House to listen to the British people, who want this issue settled."
The Prime Minister will face a vote of confidence in her government Wednesday tabled by opposition Labour leader Jeremy Corbyn.
Jeremy Corbyn, Opposition Labour Leader said
"She cannot seriously believe that after two years of failure she is capable of negotiating a good deal for the people of this country."
Despite Tuesday's defeat May will likely survive Wednesday's vote of no confidence. She vowed to seek consensus on the way forward. Her best hope is persuading the EU to offer more concessions on the deal to satisfy MPs.
Prof. Anand Menon, UK In A Changing Europe Program said
"A fig leaf if you like, to allow them to say, I had my concerns, they've been assuaged by this document from the European Union, now I can change my mind and vote with the prime minister, or at least abstain.'"
But the EU has ruled out reopening the deal. EU Commission President Jean-Claude Juncker said after the vote the risk of a disorderly withdrawal has increased".
In London, rival lawmakers are plotting their next move. Some pro-Brexit MPs want to leave the EU without a deal. Others are pushing for a softer exit or a second referendum.
Prof. Anand Menon, UK In A Changing Europe Program said
"We are confronted with a range of outcomes. They all seem enormously implausible the deal passing, having another referendum, general election, no deal. One of them will happen."
Meanwhile, the protests are becoming more heated.
Gabi Rolfe, Pro-EU Protestor said
"Eighty-odd per cent of people my age are wanting to remain in the EU. And yet their voices are being shouted over by the older generations, those of them who want to leave, when we're the ones who are going have to live longest with the consequences of this."
Owen Reed, Pro-Brexit Protestor
"There's so many benefits of us leaving the European Union, and most of all we can take back control of so many powers which we've given away."
Britain is in unchartered political waters. But one thing is for certain whatever happens in parliament in the coming weeks, on the street the divides across society will take far longer to heal.