ອັງກິດ ຖືກກ່າວຫາວ່າ ເຫັນແກ່ ເລື້ອງການຄ້າ ຫຼາຍກວ່າ ສິດທິມະນຸດ ໃນຈີນ

Your browser doesn’t support HTML5

ປະທານປະເທດຈີນ ທ່ານ Xi Jinping ໄດ້ມ້ວນທ້າຍການຢ້ຽມ
ຢາມປະເທດອັງກິດ ເປັນເວລາສີ່ມື້​ ບ່ອນທີ່ທ່ານໄດ້ລົງນາມໃນ
ຂໍ້ຕົກລົງຕ່າງໆມູນຄ່າຫຼາຍພັນລ້ານໂດລາ ຮວມທັງການລົງທຶນ
ເປັນເງິນມະຫາສານ ໃນພາກສ່ວນໂຮງໄຟຟ້າຂອງອັງກິດ.​ ໃນ
ລະຫວ່າງການພົບປະເຫຼົ່ານີ້ ໄດ້ມີການກ່າວເຖິງເລື້ອງສິດທິມະ
ນຸດກັນຢູ່ແຕ່ພວກຕິຕຽນໄດ້ກ່າວຫາລັດຖະບານອັງກິດວ່າສ່ວນ
ໃຫຍ່ແລ້ວແມ່ນບໍ່ເອົາຫົວຊາກັບປະຫວັດການເຄົາລົບນັບຖືສິດ
ທິມະນຸດທີ່ຂີ້ຮ້າຍຂອງຈີນເພື່ອເຫັນແກ່ການຂະຫຍາຍການຄ້າ.
Luis Ramirez ນັກຂ່າວວີໂອເອປະຈຳຢູໂຣບມີລາຍງານກ່ຽວ
ກັບເລື້ອງນີ້ ດັ່ງໄພສານ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານ ອັງກິດ ຖືກກ່າວຫາ ເຫັນແກ່ ເລື້ອງການຄ້າ ຫຼາຍກວ່າ ສິດທິມະນຸດ ໃນຈີນ

ທ່ານ Xi Jinping ໄດ້ອຳລາພະລາຊີນີ Elizabeth ຫຼັງຈາກໄດ້ຖືກຕ້ອນຮັບຢ່າງສົມກຽດ ໃນການຢ້ຽມຢາມ ທີ່ເຕັມໄປດ້ວຍການຕົກລົງຕ່າງໆດ້ານການຄ້າ ແລະງານລ້ຽງຮັບຮອງ ກັບພວກຊົນຊັ້ນສູງ ແລະພວກນັກທຸລະກິດ ທີ່ທ່ານ Xi Jinping ກ່າວວ່າ ນີ້ແມ່ນຍຸກໃໝ່ ໃນຄວາມສຳພັນຂອງຈີນ ກັບປະເທດຕາເວັນຕົກ.

ທ່ານ​ Xi Jinping ກ່າວວ່າ “ດ້ວຍການຫລັ່ງໄຫລຢ່າງວ່ອງໄວຂອງສິນຄ້າ ແລະແຮງງານ ໃນໂລກປັດຈຸບັນນີ້​ ບໍ່ວ່າທ່ານຈະເປັນເພື່ອນບ້ານທີ່ໃກ້ຊິດຫຼືບໍ່ກໍຕາມ ບໍ່ວ່າທ່ານເປັນປະ ເທດໃຫຍ່ຫລືປະເທດນ້ອຍ ບໍ່ວ່າທ່ານຈະເປັນປະເທດທີ່ຈະເລີນແລ້ວ ຫຼືດ້ອຍພັດທະນາ ພວກເຮົາ ຕ່າງກໍມີຜົນປະໂຫຍດ ແລະຊາຕາກຳ ຮ່ວມກັນ. ຄວາມຄິດໃນສະໄໝສົງຄາມ ເຢັນແລະການປະເຊີນໜ້າກັນ ແມ່ນບໍ່ມີຄວາມເໝາະອີກຕໍ່ໄປແລ້ວ ໃນທຸກມື້ນີ້.”

ການປະເຊີນໜ້າແມ່ນສິ່ງທີ່ພວກຜູ້ນຳອັງກິດຢາກຫຼີກລ່ຽງ ໃນຂະນະທີ່ພວກທ່ານລົງນາມ
ໃນຂໍ້ຕົກລົງຕ່າງໆ ຫລາຍກວ່າ 40 ພັນລ້ານໂດລາ ຮວມທັງການລົງທຶນໃນມູນຄ່າມະຫາ ສານຂອງຈີນຢູ່ໃນໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງອັງກິດໃນຮອບຫຼາຍໆທົດສະວັດ.

ໃນຄ່ຳຄືນສຸດທ້າຍ ຂອງທ່ານ Xi Jinping ຢູຸ່ທີ່ອັງກິດນັ້ນ ທ່ານ ແລະນາຍົກລັດຖະມົນຕີ David Cameron ໄດ້ພາກັນໄປທ່ຽວຮ້ານຂາຍເຫລົ້ານ້ອຍໆແຫ່ງນຶ່ງແລະດື່ມສະຫລອງ ການເປັນພາຄີໃໝ່ ຂອງພວກທ່ານ.

ແຕ່ຢູ່ຕາມຖະໜົນຫົນທາງສາຍຕ່າງໆ ໃນຄຸ້ມການເງິນແລະແຫ່ງອື່ນໆຂອງນະຄອນລອນ ດອນນັ້ນ ແມ່ນໄດ້ມີການປະທ້ວງ ແລະ ການສະແດງຄວາມວິຕົກກັງວົນ ທີ່ວ່າ ບູລິມະສິດ ຂອງອັງກິດໄດ້ຫັນປ່ຽນໄປຈາກເລື້ອງສິດທິມະນຸດແລ້ວ.

ນັກສິນລະປິນແລະນັກຄັດຄ້ານລັດຖະບານ Ai Weiwei ກ່າວວ່າ “ຂ້າພະເຈົ້າຄິດວ່າ ນາ
ຍົກລັດຖະມົນຕີອັງກິດໄດ້ເອົາເລື້ອງສິດທິມະນຸດປະໄວ້ທາງຂ້າງ ຊຶ່ງເປັນຍຸດທະສາດທີ່ຂີ້
ຮ້າຍຫຼາຍແລະນອກນັ້ນມັນຍັງເປັນກົນລະຍຸດບໍ່ດີຂອງທ່ານ ຍ້ອນວ່າສິ່ງເຫຼົ່ານີ້ແມ່ນບໍ່ໄດ້ ຕາງໜ້າໃຫ້ແກ່ປະຊາຊົນອັງກິດເລີຍ.”

ພວກຜູ້ນຳຂອງອັງກິດ ໄດ້ພະຍາຍາມບໍ່ເວົ້າເຖິງເລື້ອງສິດທິມະນຸດ ໃນການຫາລືກັນໂດຍ
ເພັ່ງເລັງເປັນພິເສດໃສ່ເລື້ອງວຽກເຮັດງານທຳທີ່ຂໍ້ຕົກລົງໃໝ່ກັບຈີນຈະນຳເອົາມານັ້ນ.

ປະທານປະເທດຈີນເດີນທາງໄປອັງກິດເພື່ອຫາລືກ່ຽວກັບເລື້ອງທຸລະກິດບໍ່ແມ່ນເລື້ອງສິດ ທິມະນຸດ. ຫລັງຈາກໄດ້ເຄື່ອນໄຫວຢ້ຽມຢາມ ເປັນເວລາສີ່ມື້ແລ້ວ ທ່ານກໍໄດ້ເດີນທາງກັບ ຄືນປະເທດໂດຍທີ່ຄວາມປາຖະໜາຂອງທ່ານໄດ້ບັນລຸຜົນສຳເລັດ.