ອັງກິດໄດ້ທຳການຕັດສິນໃຈຄັ້ງປະຫວັດສາດ ເພື່ອຖອນໂຕອອກຈາກສະຫະພາບຢູໂຣບ ໃນການລົງປະຊາມະຕິຊຶ່ງໄດ້ສະແດງອອກເຖິງຄວາມຮູ້ສຶກກ່ຽວ ກັບບັນຫາຄົນເຂົ້າເມືອງ ແລະອະທິປະໄຕ ແລະກໍພາໃຫ້ ນາຍົກລັດຖະມົນຕີ David Cameron ລາອອກໃນທັນທີ.
"ປະຊາຊົນຊາວອັງກິດ ໄດ້ພາກັນຕັດສິນໃຈຢ່າງຈະແຈ້ງເພື່ອໃຫ້ເອົາເສັ້ນທາງ ທີ່ແຕກຕ່າງ ແລະດ້ວຍການກະທຳດັ່ງກ່າວຂ້າພະເຈົ້າຄິດວ່າ ປະເທດຊາດຈຳ ເປັນ ຈະຕ້ອງໄດ້ມີຄະນະນຳພາຊຸດໃໝ່ ເພື່ອນຳພາໄປສູ່ທິດທາງນີ້" ນັ້ນຄືຄຳ ຖະແຫຼງຂອງທ່ານ Cameron ຕໍ່ພວກນັກຂ່າວຢູ່ນອກທຳນຽບເລກທີ 10 ຂອງ ຖະໜົນ Downing ໃນວັນສຸກມື້ນີ້.
ທ່ານ Cameron ກ່າວວ່າ ການປ່ຽນແຫງດັ່ງກ່າວນີ້ຄວນມີຂຶ້ນໃນເດືອນຕຸລາ ຈະມາ.
ພວກນັກວິເຄາະ ກ່າວວ່າ ການຕັດສິນໃຈຢ່າງບໍ່ໜ້າເຊື່ອ ເພື່ອຖອນໂຕອອກ ຈາກ ສະຫະພາບຢູໂຣບນີ້ ໝາຍຄວາມວ່າ ທ່ານ Cameron ໄດ້ສູນເສຍສິດ ອຳນາດ ຂອງທ່ານ. ສ່ວນຜູ້ນຳພາໃນການປຸກລະດົມໃຫ້ຖອນໂຕອະດີດເຈົ້າ ຄອງນະຄອນຫຼວງລອນດອນທ່ານ Boris Johnson ທີ່ສັງກັດຢູ່ໃນພັກນິຍົມ ແນວທາງເດີມຂອງ ທ່ານ Cameron ເຊັ່ນດຽວກັນນັ້ນ ເປັນທີ່ຄາດກັນ ຢ່າງ ກວ້າງຂວາງຈະເຂົ້າຮັບໜ້າທີ່ເປັນນາຍົກລັດຖະມົນຕີແທນທ່ານ Cameron.
ນາຍົກລັດຖະມົນຕີ David Cameron ປະກາດລາອອກ
Your browser doesn’t support HTML5
Britain PM Cameron to Resign by Autumn
ດ້ວຍຄະແນນສຽງຈາກເຂດຕ່າງໆທີ່ນັບໄປແລ້ວ ໃນຕອນເຊົ້າວັນສຸກມື້ນີ້ ການຖອນໂຕແມ່ນໄດ້ຮັບ 51.89 ເປີເຊັນຂອງຄະແນນສຽງທັງໝົດ. ຂ່າວ ດັ່ງກ່າວນີ້ ພາໃຫ້ເກີດມີປະຕິກິລິຍາໃນທາງລົບຈາກຕະຫລາດຮຸ້ນໃນເຂດ ເອເຊຍແລະເງິນປອນຂອງອັງກິດໄດ້ຕົກລາຄາເປັນຢ່າງໃຫຍ່ສູ່ລະດັບຕ່ຳ ສຸດໃນຮອບສາມທົດສະວັດ.
ຜູ້ຄົນໄດ້ພາກັນໄປປ່ອນບັດເປັນຈຳນວນຫຼວງຫຼາຍໃນລະດັບ 72 ເປີເຊັນ ຊຶ່ງເປັນລະດັບສູງສຸດໃນການປ່ອນບັດແຫ່ງຊາດໃນຮອບສອງທົດສະວັດ ກວ່າໆທັງໆທີ່ໄດ້ເກີດພາຍຸຝົນໃນມື້ມີການລົງປະຊາມະຕິ ຊຶ່ງໄດ້ສະທ້ອນ ໃຫ້ເຫັນເຖິງຄວາມ ຮູ້ສຶກຢ່າງແຮງທີ່ການອະພິປາຍພາໃຫ້ເກີດຂຶ້ນໃນທົ່ວ ປະເທດ ຊຶ່ງອັດຕາຄົນເຂົ້າເມືອງໄດ້ເພີ້ມຂຶ້ນເປັນສອງເທົ່າໃນຮອບ 16 ປີ ທີ່ຜ່ານມາ.
ຜູູ້ນຳ ທີ່ປຸກລະດົມ ໃຫ້ຖອນໂຕ ຈາກອີຢູ ທ່ານ Nigel Farage ສະແດງຄວາມຮູ້ສຶກ
Your browser doesn’t support HTML5
Nigel Farage Reacts to the Brexit Result
ການປ່ອນບັດນີ້ປາກົດວ່າໄດ້ຮັບແຮງຂັບດັນຈາກຄວາມຮູ້ສຶກຕໍ່ຕ້ານການຈັດຕັ້ງ ແລະ ຄວາມຮູ້ສຶກຕໍ່ຕ້ານໂຄງສ້າງການປົກຄອງຂອງສະຫະພາບຢູ ໂຣບທີ່ໄດ້ເຂົ້າຄວບຄຸມ ຫຼາຍເກີນໄປຈາກປະຊາຊົນທຳມະດາສາມັນຊາວ ອັງກິດ.