ນາຍົກ ອັງກິດ ຍົກເລີກທຸກມາດຕະການຫ້າມ COVID-19 ທີ່ຍັງເຫຼືອຢູ່

ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ໌ ຈອນສັນ ເດີນທາງອອກຈາກຫ້ອງການນາຍົກລັດຖະມົນຕີ 10 Downing Street, ໃນນະຄອນຫຼວງ ລອນດອນ. 21 ກຸມພາ, 2022.

ດັ່ງທີ່ໄດ້ຄາດໄວ້, ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ ໃນວັນຈັນວານນີ້ໄດ້ປະກາດການສິ້ນສຸດມາດຕະການຫ້າມ COVID-19 ພາຍໃນປະເທດທັງໝົດຈາກວັນທີ 24 ພະຈິກທີ່ຜ່ານມາ, ແມ່ນກະທັ້ງການແຍກຕົວປ່ຽວສຳລັບຜູ້ທີ່ຖືກກວດເປັນຜົນບວກ.

ໃນການກ່າວຄຳປາໄສຕໍ່ສະພາແຫ່ງຊາດນັ້ນ, ທ່ານ ຈອນສັນ ໄດ້ກ່າວວ່າປະເທດຍັງຈະສະໜັບ ສະໜູນ ຜູ້ທີ່ຖືກກວດເປັນຜົນບວກ ຫຼື ມີອາກາດໃຫ້ຢູ່ບ້ານ, ຢ່າງໜ້ອຍຈົນຣອດວັນທີ 1 ເມສາ, ໃນຂະນະທີ່ລັດຖະບານຈະສະໜັບສະໜູນໃຫ້ປະຊາຊົນທີ່ກວດເປັນຜົນບວກ ຫຼື ມີອາການ “ໃຫ້ປະຕິ ບັດຄວາມຮັບຜິດຊອບສ່ວນຕົວ.” ໃນວັນນັ້ນ, ລັດຖະບານກໍຈະຢຸດຈ່າຍຄ່າກວດສຳລັບ COVID-19 ເຊັ່ນກັນ.

ທ່ານ ຈອນສັນ ໄດ້ປະກາດຍົກເລີກມາດຕະການຫ້າມຕ່າງໆແມ່ນກະທັ້ງທີ່ທ່ານໄດ້ອວຍພອນພະລາຊິນີ ເອລິຊາເບັດ ທີສອງ ໃຫ້ຫາຍດີໄວໆ ຫຼັງຈາກເພິ່ນໄດ້ກວດເປັນຜົນບວກສຳລັບ COVID-19 ໃນວັນອາທິດທີ່ຜ່ານມາ. ທ່ານນາຍົກ ລັດຖະມົນຕີໄດ້ກ່າວວ່າການກວດເປັນຜົນບວກຂອງພະລາຊິນີ ແມ່ນການເຕືອນໃຫ້ຮູ້ວ່າໂຣກລະບາດແມ່ນຍັງບໍ່ຈົບເທື່ອ.

ບັນດານັກວິທະຍາສາດ, ພ້ອມກັບນັກການເມືອງຝ່າຍຄ້ານບາງຄົນ, ໄດ້ເຕືອນວ່າ ການສິ້ນສຸດການກວດໂຣກ ແລະ ການຕິດຕາມທັງໝົດຈະເຮັດໃຫ້ຄວາມສາມາດທີ່ຈະຕິດຕາມໂຣກດັ່ງກ່າວ ແລະ ການຮັບ​ມືຕໍ່ການຕິດເຊື້ອເພີ່ມຂຶ້ນຄັ້ງ ໃໝ່ອ່ອນແອລົງ.

ຂ່າວທີ່ວ່ານັ້ນ ໄດ້ມີຂຶ້ນໃນຂະນະທີ່ໂຄສົກ ລັດຖະບານ ຈໍແດັນ ໄດ້ກ່າວວ່ານາຍົກລັດຖະມົນຕີ ບາເຊຍ ອາລ-ຄາຊໍເນ (Bashir al-Khasawneh) ໄດ້ກວດເປັນຜົນບວກສຳລັບ COVID-19 ໃນວັນຈັນວານນີ້ໃນຂະນະທີ່ຢ້ຽມຢາມປະເທດ ອີຈິບ. ເຂົາເຈົ້າເວົ້າວ່າທ່ານບໍ່ມີອາການ. ນາຍົກລັດຖະ ມົນຕີດັ່ງກ່າວໄດ້ເດີນທາງໄປນະຄອນຫຼວງ ໄຄໂຣ ນຳພາຄະນະຜູ້ແທນປະເທດຂອງທ່ານໃນການເຈລະຈາການຮ່ວມມືກັບບັນດາເຈົ້າໜ້າທີ່ ອີຈິບ. ທ່ານໄດ້ເດີນທາງຮອດວັນພະຫັດທີ່ຜ່ານມາ.

ໂຄສົກລັດຖະບານ ຈໍແດັນ ໄດ້ກ່າວວ່າ ການພົບປະຂອງທ່ານ ອາລ-ຄາຊໍເນ ກັບປະທານາທິບໍດີ ອັບແດລ ຟັດທາ ແອລ-ຊິສຊີ (Abdel Fattah el-Sissi) ໄດ້ຖືກຍົກເລີກ ແລະ ວ່າທ່ານນາຍົກລັດຖະມົນຕີຈະຖືກແຍກປ່ຽວກ່ອນເດີນທາງກັບນະຄອນຫຼວງ ອຳມານ.

ຢູ່ບ່ອນອື່ນ, ໃນ ອອສເຕຣເລຍ ວັນຈັນວານນີ້, ຜູ້ປົກຄອງລັດ ນິວ ຊາວເວລສ໌ ທ່ານ ດໍມີນິກ ເພີຣັອດເທັດ (Dominic Perrottet) ໄດ້ກ່າວວ່າ, ມື້ນີ້ພວກເຮົາໄດ້ເຂົ້າຮ່ວມກັບໂລກຄືນ,” ໃນຂະນະທີ່ປະເທດໄດ້ເປີດຕໍ່ບັນດານັກທ່ອງທ່ຽວສາກົນທີ່ບໍ່ຈຳເປັນ ເປັນຄັ້ງທຳອິດໃນຮອບເກືອບ 2​ ປີ ຫຼັງຈາກໄດ້ຍົກເລີກມາດຕະການຫ້າມ COVID-19.

ອ່ານຂ່າວນີ້ເປັນພາສາອັງກິດ