ອັງກິດ ປະຕິເສດຕໍ່ການຮຽກຮ້ອງ ໃຫ້ລະບຸວ່າ ຈີນ ເປັນ 'ໄພຂົ່ມຂູ່' ລຸນຫຼັງສົງໄສກ່ຽວກັບການສອດແນມ

ທຸງຊາດຂອງອັງກິດ ປິວສະບັດຢູ່ໃນຈະຕຸລັດສະພາ ໃນນະຄອນຫຼວງລອນດອນ, ວັນທີ 29 ມີນາ 2019. ນັກຄົ້ນຄວ້າ ໃນຫໍສະພາອັງກິດ ຖືກຈັບກຸມໃນເດືອນມີນາ 2023 ທີ່ສົງໄສວ່າ ເປັນສອດແນມໃຫ້ປັກກິ່ງ.

ລັດຖະບານອັງກິດ ໄດ້ປະຕິເສດຕໍ່ການຮຽກຮ້ອງໃຫ້​ລະ​ບຸ​ຈີນ ເປັນ​ໄພ​ຂົ່ມ​ຂູ່​ຢ່າງ​ເປັນ​ທາງ​ການຕໍ່ຜົນປະໂຫຍດຂອງຕົນ. ສະມາຊິກສະພາສ່ວນນຶ່ງ ໄດ້ຮຽກຮ້ອງໃຫ້ມີການເຂັ້ມງວດຈາກລັດຖະບານຫຼາຍຂຶ້ນ ລຸນຫຼັງທີ່ໄດ້ຮັບການເປີດເຜີຍວ່າ ນັກຄົ້ນຄວ້າໃນສະພາອັງກິດ ຖືກຈັບກ່ຽວກັບຂໍ້ສົງໄສທີ່ວ່າ ເປັນຜູ້ສອດແນມໃຫ້ປັກກິ່ງ.

ເຈົ້າໜ້າທີ່ຕໍາຫຼວດຂອງອັງກິດ ໄດ້ກັກຂັງຜູ້ຊາຍສອງຄົນໃນເດືອນມີນາແລ້ວນີ້ ທີ່ສົງໄສວ່າ ​ລະ​ເມີດ​ກົດ​ໝາຍຄວາມລັບຂອງອັງກິດ. ການຈັບກຸມດັ່ງກ່າວ ໄດ້ເປີດເຜີຍໃນອາທິດນີ້, ເມື່ອໜັງສືພິມ Sunday Times ລາຍງານວ່າ ນຶ່ງໃນຜູ້ຕ້ອງສົງໄສ ແມ່ນນັກຄົ້ນຄວ້າຢູ່ໃນສະພາອັງກິດ ທີ່ເຊື່ອມໂຍງກັບສະມາຊິກພັກລັດຖະບານຫົວອະນຸລັກນິຍົມທີ່​ສຳ​ຄັນຫຼາຍຄົນ, ລວມທັງບັນດາລັດຖະມົນຕີໃນຄະນະລັດຖະບານນໍາອີກດ້ວຍ.

ຢູ່ໃນຖະແຫຼງການທີ່ພິມ​ເຜີຍ​ແຜ່​ທາງອອນລາຍໃນວັນຈັນແລ້ວນີ້ໂດຍທະນາຍ ຄວາມຂອງລາວ, ນັກຄົ້ນຄວ້າ, ຜູ້ທີ່ VOA ບໍ່​ປະ​ສົງທີ່ຈະບໍ່ບອກຊື່ເນື່ອງຈາກລາວຍັງບໍ່ທັນຖືກ​ກ່າວ, ໂດຍກ່າວວ່າ ລາວບໍ່ມີຄວາມຜິດ.

ແຟ້ມຮູບ-ທ່ານຝິນ ຫຼົວ, ນັກເຄື່ອນໄຫວທາງການເມືອງຈາກຮົງກົງ ພົບເຫັນຢູ່ໃນນະຄອນຫຼວງລອນດອນ ໃນຮູບພາບອັບເດດຫຼ້າສຸດ. (Kris Cheng/VOA Cantonese Service)

ໃນຖະແຫຼງການກ່າວວ່າ “ຂ້າພະເຈົ້າໃຊ້ເວລາໃນອາຊີບຂອງຂ້າພະເຈົ້າຈົນເຖິງປັດຈຸບັນ ໂດຍພະຍາຍາມຖ່າຍທອດການສຶກສາໃຫ້ຄົນອື່ນໆກ່ຽວກັບຄວາມທ້າທາຍ ແລະໄພ​ຂົ່ມ​ຂູ່ຈາກພັກຄອມມູນີສຈີນ. ການປະຕິບັດໃນສິ່ງທີ່ຂ້າພະເຈົ້າຖືກກ່າວຫາ ໃນການລາຍງານຂ່າວເກີນຂອບເຂດ ຈະຕ້ອງຕໍ່ຕ້ານຕໍ່ທຸກໆສິ່ງທີ່ຂ້າພະເຈົ້າຢືນຢັດ.”

ນາຍົກລັດຖະມົນຕີອັງກິດ ທ່ານຣີຊີ ຊູນາກ ຍົກ​ເອົາເຫດການດັ່ງກ່າວນີ້ຂຶ້ນມາ​ໂອ້​ລົມກັບນາຍົກລັດຖະມົນຕີຂອງຈີນ ທ່ານລີ ຈຽງ ຢູ່ທີ່ກອງປະຊຸມສຸດຍອດກຸ່ມ G20 ທີ່ຈັດຂຶ້ນໃນອິນເດຍ ອາທິດແລ້ວນີ້. ໂດຍການສົນທະນາກັບສະມາ ຊິກສະພາໃນວັນຈັນແລ້ວ, ທ່ານຊູນາກກ່າວວ່າ ທ່ານຈະປົກປ້ອງປະຊາທິປະໄຕຂອງອັງກິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ