ປ. ທຣໍາວ່າ ທ່ານເສຍໃຈຫຼາຍ ຕໍ່ການ​ຮົ່ວ​ໄຫລ ຂອງ​ຂໍ້​ມູນການສືບສວນ ​​ເຫດ​ລະ​ເບີດ​ຢູ່​ອັງກິດ

ແມ່ຂອງນາງ Olivia Campbell, ຂອງ Charlotte Campbell (ທາງກາງ) ໄວ້ອາໄລແກ່ຜູ້ໄດ້ຮັບເຄາະຮ້າຍ ຈາກເຫດລະເບີດແຕກ ຢູ່ນອກສະໜາມກິລາ Manchester ທີ່ຈະຕຸລັດ St Ann's Square.

ປະທານາທິບໍດີ​ດໍໂນ​ລທຣໍາ ກ່າວ​ວ່າ ທ່ານ​ມີ​ຄວາມ​ບໍ່ດີ​ໃຈ​ທີ່​ສຸດ ​ຕໍ່ການ​ຮົ່ວ​ໄຫລ​ຂອງ​ຂໍ້​ມູນ​ກ່ຽວກັບການ​ສືບສວນ​ເຫດ​ລະ​ເບີດ​ແຕກ​ຢູ່​ໃນ​ອັງກິດ ​ໃຫ້​ແກ່​ສື່​ມວນ​ຊົນ​ແລະ​ສັນຍາ​ວ່າ​ຈະ​ທໍາ​ການ​ສອບ​ສວນ​ເລື່ອງນີ້.

ລາຍ​ລະອຽດກ່ຽວກັບການ​ສືບສວນ ທີ່​ໄດ້​ຮົ່ວ​ໄຫລ​ອອກ​ໄປ​ນັ້ນ ລວມມີ ຊື່​ຂອງ​ຜູ້​ວາງລະ​ເບີດ, ​ແລະ​ຮູບ​ທີ່​ຕໍາຫລວດຖ່າຍ​ເອົາ​ຫລັກ​ຖານ ​ໄດ້​ເຮັດ​ໃຫ້​ພວກ​ສືບສວນ​ຂອງ​ອັງກິດ ​ໃຈ​ຮ້າຍ. ພວກ​ເຂົາ​ເຈົ້າ​ໄດ້​ງົດ​ສົ່ງ​ຂໍ້​ມູນ​ໃຫ້​ສະຫະລັດ​ຮູ້​ນໍາ ​ໃນ​ຊ່ວງ​ເວ​ລາສັ້ນໆ ​ໃນວັນ​ພະຫັດ​ວານ​ນີ້.

ທ່ານ​ທຣໍາ ​ໄດ້​ກ່າວ​ທີ່​ນະຄອນ Brussels ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ "ຂ້າພະ​ເຈົ້າ ຂໍ​ໃຫ້​ກະຊວງ​ຍຸຕິ​ທໍາ​ແລະ​ອົງການ​ ທີ່​ກ່ຽວຂ້ອງອື່ນໆ ​ເລີ້ມທໍາ​ການ​ກວດກາ​ບັນຫາ​ນີ້ຄືນ ​ຢ່າງ​ເຕັມ​ທີ່. "ຖ້າ​ເປັນ​ການ​ເໝາະສົມ ຜູ້​ກະທໍາ​ຜິດ ຄວນ​ຖືກ​ນໍາ​ໄປ​ດໍາ​ເນີນຄະດີຕາມ​ກົດໝາຍ ໃຫ້ເຖິງ​ທີ່​ສຸດ​ເລີຍ."

ນາ​ຍົກ​ລັດຖະມົນຕີ​ອັງກິດ ທ່ານນາງ Theresa May ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສູງ​ສຸດ​ຂອງ​ກຸ່ມ​ເນ​ໂຕ ​ໃນ​ນະຄອນ Brussels ​ເຊັ່ນ​ກັນ ​ໄດ້​ກ່າວວ່າ ການເອົາ​ຂໍ້​ມູນ​ດ້ານ​ການ​ທະຫານ ​ແລະ​ການສືບ​ລັບໃຫ້​ກັນ​ແລະ​ກັນ​ຮູ້ ​ແມ່ນ​ສ້າງຂຶ້ນບົນ​ພື້ນຖານທີ່​ມີ​ຄວາມ​ເຊື່ອໃຈກັນ. ທ່ານ​ນາງ​ກ່າວ​ວ່າ “ສ່ວນ​ນຶ່ງ​ຂອງ​ການ​ເຊື່ອ​ໃຈ​ກັນ​ກໍ​ຄື​ການ​ຮູ້​ວ່າ​ຂໍ້​ມູນ​ສາມາດເອົາ​ແບ່ງປັນ​ໃຫ້ອີກ​ຝ່າຍ​ນຶ່ງ​ຮູ້​ນໍາ​ຢ່າງ​ລັບໆ.
"ຍັງ​ບໍ່ມີ​ໃຜ​ຮູ້​ເທື່ອ​ວ່າ ​ໃຜ​ເປັນ​ແຫລ່ງ ທີ່​ເຮັດ​ໃຫ້​ຂໍ້​ມູນ​ນັ້ນຮົ່ວ​ໄຫລ. ໃນ​ວັນ​ພະຫັດ​ວານ​ນີ້ ໜັງສື​ພິມ New York Times ​ໄດ້​ກ່າວ​ປ້ອງ​ກັນ​ການ​ພິມ​ຮູ​ບ ທີ່​ເປັນ​ຫລັກ​ຖານ​ນັ້ນ ​ໂດຍ​ເວົ້າວ່າ ຮູບ​ພາບ​ນັ້ນບໍ່​ໄດ້​ເປັນສະ​ແດງ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ ​ແລະ​ກໍ​ບໍ່​ໄດ້​ເປັນ​ການ​ເຮັດ​ໃຫ້​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ ຮູ້ສຶກຖືກຢຽດຢາມ​ແຕ່​ຢ່າງ​ໃດ.”

ຮູບ​ເຫ​ລົ່ານັ້ນລວມມີ ຖົງ​ເປ້​ທີ່​ຂາດ​ມຸ່ນ ທີ່​ຜູ້​ວາງ​ລະ​ເບີດ​ໃຊ້ ​ແລະ ​ຄະ​ນວນ​ລະ​ເບີດ​ທີ່​ເຕັມ​ໄປ​ດ້ວຍ​ເລືອດ.

ທ້າວ Salman Abedi ທີ່​ເກີດ​ໃນ​ອັງກິດ ເປັນ​ຜູ້​ບີບ​ຄະ​ນວນ​ລະ​ເບີດ​ ​ໃຫ້​ແຕກ​ຂຶ້ນ​ຢູ່​ໃນສະໜາມກິລາ ບ່ອນສະແດງຄອນເສີດ ໃນເມືອງ Manchester ​ໃນ​ຄືນ​ວັນ​ຈັນ​ຜ່ານ​ມາ, ບໍ່ພໍ​ເທົ່າ​ໃດ​ນາທີ​ທີ່ການ​ສະ​ແດງ​ຂອງ​ Ariana Grande ດາລາ​ຊື່​ດັງຊາວອາເມຣິກັນ​ໄດ້​ສິ້ນສຸດ​ລົງ.

22 ຄົນເສຍ​ຊີວິດ ​ແລະ 116 ຄົນ​ໄດ້​ຮັດ​ບາດ​ເຈັບ. ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ສ່ວນ​ໃຫຍ່ ​ເປັນ​ແຟນ​ເພງ​ຂອງ Grande. ຜູ້​ທີ່ໜຸ່ມນ້ອຍ​ກວ່າໝູ່ທີ່​ສຸດ​ແມ່ນອາຍຸ 8 ປີ.

8 ຄົນ ​ໄດ້ຖືກຈັກຈັບກຸມ​ໄປ​ຂັງ​ໄວ້ ຢູ່​ໃນ​ອັງກິດ​ພາຍຫລັງ​ທີ່ ມີ​ການ​ກວດຄົ້ນຢູ່ໃນ​ເມືອງ Manchester ​ແລະ​ຢູ່​ໃນ​ເມືອງ​ນຶ່ງ​ໃນ​ພາກ​ກາງຂອງ​ອັງກິດ. ບໍ່​ມີ​ການ​ເປີດ​ເຜີຍ​ໃຫ້ຮູ້ລາຍ​ລະອຽດ​ວ່າ ພວກ​ນີ້ມີ​ສ່ວນ​ພົວພັນ​ແນວ​ໃດ​ກັບ​ເຫດ​ລະ​ເບີດ​ແຕກນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດີໂອກ່ຽວກັບຂ່າວນີ້ ເປັນພາສາອັງກິດ

Your browser doesn’t support HTML5

On The Scene: Manchester Suicide Bombing