ຜູ້ປົກຄອງຮົງກົງຄົນສຸດທ້າຍ ມີຄວາມເສຍໃຈ ນໍາການສູນເສຍ ສິດປົກຄອງຕົນເອງ ຂອງຮົງກົງ

ທ່ານ Chris Patten, ອະດີດຜູ້ປົກຄອງຮົງກົງຂອງອັງກິດ ນັ່ງຢູ່ຮ້ານອາຫານ ໃນໂຮງແຮມແຫ່ງນຶ່ງຫລຽວເບິ່ງເຂດສູນກາງການເງິນຂອງຮົງກົງໃນຕອນທີ່ໃຫ້ສໍາພາດກັບອົງການຂ່າວຣອຍເຕີສ໌ ໃນຮົງກົງ ໃນວັນທີ 15 ມີນາ, 2012

ໃນຖານະທີ່ເປັນຜູ້ປົກຄອງປະເທດຮົງກົງຄົນສຸດທ້າຍຂອງອັງກິດ, ທ່ານຄຣິສ ແພດທັນ (Chris Patten) ໄດ້ນຳສະເໜີການປະຕິຮູບປະຊາທິປະໄຕຫຼາຍໆຊຸດໃນການກະກຽມສຳລັບສິ່ງທີ່ຄາດວ່າຈະຂ້ອນຂ້າງເປັນການປົກຄອງຕົນເອງຢູ່ 50 ປີ ຫຼັງຈາກດິນແດນດັ່ງກ່າວໂອນກັບຄືນໄປຢູ່ພາຍໃຕ້ອະທິປະໄຕຂອງຈີນໃນປີ 1997 ນັ້ນ. ນັບແຕ່ນັ້ນມາທ່ານກໍເຫັນວ່າ ການປົກຄອງຕົນເອງໄດ້ເສື່ອມຫາຍໄປຢ່າງຊ້າໆ.

ສິ່ງທີ່ປັກກິ່ງໄດ້ເຮັດກັບຮົງກົງແມ່ນ “ການໂຈມຕີທີ່ໃຫຍ່ທີ່ສຸດຕໍ່ເສລີພາບ ແລະອິດສະຫລະພາບກວ່າໃນເມືອງໃດໝົດ ໃນສະຕະວັດທີ 21, ແນ່ນອນ ແມ່ນໃຫຍ່ກວ່າຢູ່ບ່ອນອື່ນໃດໆ ທັງໝົດ,” ນັ້ນຄືຄໍາເວົ້າຂອງທ່ານແພດທັນ ກ່າວຢູ່ກອງປະຊຸມສົນທະນາທາງອອນລາຍໃນອາທິດແລ້ວນີ້.

ສິ່ງທີ່ພວກເຂົາກຳລັງເຮັດຢູ່ຮົງກົງ ແມ່ນການທຳລາຍສິ່ງທີ່ໄດ້ສັນຍາໄວ້ໃນຮົງກົງຊຶ່ງກໍຄື: ລະດັບການມີສິດປົກຄອງຕົນເອງສູງສຸດ - ປະເທດດຽວ, ສອງລະບົບ. ພວກເຂົາເຈົ້າເຮັດແບບນັ້ນເປັນແບບທີ່ຂ້າພະເຈົ້າຕ້ອງເວົ້າວ່າ ມັນຈະເຮັດໃຫ້ໄຕ້ຫວັນມີຄວາມຄິດຫລາຍຂຶ້ນກວ່າເກົ່າ ເພາະຂ້າພະເຈົ້າແນ່ໃຈວ່າ ສິ່ງໃດທີ່ພວກເຂົາເຈົ້າເຮັດຢູ່ຮົງກົງໄດ້ ມື້ນຶ່ງພວກເຂົາເຈົ້າກໍຢາກຈະເຮັດແນວນັ້ນຢູ່ໄຕ້ຫວັນຄືກັນ. "

ທ່ານແພດທັນ (Patten) ໄດ້ກ່າວຢູ່ໃນການສົນທະນາ ກ່ຽວກັບອະນາຄົດຂອງຮົງກົງ ທີ່ຈັດຂຶ້ນໂດຍສະຖາບັນ Macdonald-Laurier ທີ່ຕັ້ງຢູ່ປະເທດການາດາ ໂດຍຮ່ວມມືກັບອົງການສິ້ງຊອມດ້ານສິດທິມະນຸດໃນຮົງກົງທີ່ມີສຳນັກງານຕັ້ງຢູ່ໃນນະຄອນລອນດອນ, ສູນນະໂຍບາຍດ້ານຄວາມໝັ້ນຄົງ ຕາມຄ່ານິຍົມຂອງຢູໂຣບ ທີ່ຕັ້ງຢູ່ໃນສະຫະພາບຢູໂຣບ ແລະພັນທະມິດລະຫວ່າງລັດຖະສະ ພາຂອງຫລາຍປະເທດ ກ່ຽວກັບຈີນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ