ລັດຖະມົນຕີກະຊວງພາຍໃນອັງກິດ ທ່ານນາງແອມເບີ ຣູດ (Amber Rudd) ໄດ້ຈັດປະຊຸມຄະນະກຳມະການຮັບມືກັບເຫດການສຸກເສີນຂອງລັດຖະບານໃນ
ວັນພຸດມື້ນີ້ ເພື່ອຊອກຫາຂ່າວຄາວເພີ້ມຕື່ມ ໃນການລົ້ມປ່ວຍຢ່າງລຶກລັບຂອງ
ອະດີດສາຍລັບຂອງຣັດເຊຍ ທີ່ເຮັດວຽກໃຫ້ແກ່ທັງສອງຝ່າຍ.
Your browser doesn’t support HTML5
Britain Threatens ‘Robust’ Response If Russia Behind Spy Poisoning
ຕຳຫຼວດຕໍ່ຕ້ານພວກກໍ່ການຮ້າຍຂອງອັງກິດ ແມ່ນເປັນຜູ້ນຳພາໃນການສືບສວນ
ດັ່ງກ່າວ ແລະຫ້ອງວິໄຈຂອງກອງທັບອັງກິດກຳລັງເຮັດວຽກເພື່ອລົງຄວາມເຫັນ
ກ່ຽວກັບສານເຄມີທີ່ພົວພັນໃນເຫດການດັ່ງກ່າວ.
ທ່ານເຊີເກ ສກຣີປາລ (Sergei Skripal) ແລະລູກສາວຂອງທ່ານໄດ້ຖືກພົບເຫັນ
ວ່າ ສະຫລົບຢູ່ທີ່ເມືອງບ່ອນພວກເຂົາເຈົ້າຢູ່ ໃນພາກໃຕ້ຂອງປະເທດອັງກິດ
ເມື່ອວັນອາທິດຜ່ານມາ ໂດຍມີອາການທີ່ສະແດງໃຫ້ເຫັນວ່າຖືກຢາພິດ.
ທ່ານສກຣີປາລ ອະດີດສາຍລັບ ແລະພັນເອກຂອງກອງທັບຣັດເຊຍ ໄດ້ສາລະ
ພາບວ່າ ທ່ານໄດ້ແບ່ງປັນຂໍ້ມູນກ່ຽວກັບສາຍລັບຣັດເຊຍ ຢູ່ໃນຢູໂຣບ ໃຫ້ແກ່
ໜ່ວຍສືບລັບຕ່າງໆຂອງອັງກິດ ໂດຍໄດ້ຮັບເງິນ 100,000 ໂດລາເປັນຄ່ຕອບ
ແທນ. ສານແຫ່ງນຶ່ງໃນນະຄອນຫຼວງມົສກູ ໄດ້ຕັດສິນໂທດຈຳຄຸກທ່ານເປັນເວ
ລາ 13 ປີ ໃນປີ 2006. ທ່ານໄດ້ຖືກປ່ອຍໃນຖານະທີ່ເປັນສ່ວນນຶ່ງຂອງການແລກປ່ຽນສອດແນມ ລະຫວ່າງສະຫະລັດ ກັບຣັດເຊຍ ໃນປີ 2010.
ທ່ານ ອາແລັກແຊນເດີ ລິດວີເນັນໂກ (Alexander Litvinenko) ໃນເວລານັ້ນ ເປັນເຈົ້າໜ້າທີ່ ໜ່ວຍງານ FSB ຮັບຜິດຊອບດ້ານຄວາມໝັ້ນຄົງຂອງຣັດເຊຍ, ກຳລັງເຂົ້າຮ່ວມ ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງ ມົສກູ ຢູ່ໃນພາບນີ້ ທີ່ຖ່າຍ ເມື່ອວັນທີ 17 ພະຈິກ 1998.
ໃນວັນອາທິດແລ້ວນີ້ ທ່ານແລະລູກສາວຂອງທ່ານ ນາງຢູເລຍ ໄດ້ຖືກພົບເຫັນ
ວ່າສະຫລົບຢູ່ແປ້ນມ້ານັ່ງໃນສວນສາທາລະນະແຫ່ງນຶ່ງ ທີ່ເມືອງຊາລິສບູຣີ ໃນ
ພາກໃຕ້ຂອງປະເທດອັງກິດ. ທ່ານເຈມີ ເພນ ທີ່ໂທລະສັບຂໍຄວາມຊ່ອຍເຫຼືອ
ສຸກເສີນ ກ່າວຕໍ່ພວກນັກຂ່າວວ່າ ບຸກຄົນທັງສອງປາກົດວ່າມີການລົ້ມປ່ວຍທີ່
ຮ້າຍແຮງ.
ທ່ານເພນເວົ້າວ່າ “ຕາຂອງນາງແມ່ນຂາວໄປໝົດ ມັນເປີດກວ້າງ ແຕ່ເຫັນແຕ່
ຕາຂາວ ແລະປາກກໍມີຟອງອອກມາ. ສ່ວນຜູ້ຊາຍນັ້ນ ຮ່າງກາຍແຂງກະດ້າງ
ແຂນຂາບໍ່ເໜັງຕີງ ແຕ່ລາວກໍໄດ້ເບິ່ງກົງໄປຂ້າງໜ້າ.”