ອັງກິດ ເຕືອນສຣີລັງກາ ໃຫ້ປັບປຸງ ການນັບຖື ສິດທິມະນຸດ (ວີດີໂອ)

ຕໍາຫລວດ ສຣິລັງກາ ຄວບຄຸມການໂຮມຊຸມນຸມ ຂອງເຜົ່າທະມິນ ປະທ້ວງການຫາຍສາບສູນ ຂອງຍາດຕິພີ່ນ້ອງ ລະຫວ່າງການຢ້ຽມຢາມ ຂອງນາຍົກລັດຖມົນຕີອັງກິດ

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ​ໄດ້​ເຕືອນ
ສຣີລັງກາ ​ໃຫ້ເລັ່ງລັດ ຂັ້ນຕອນ​ໃນ​ການ​ປັບປຸງ​ ດ້ານ​ສິດທິມະ
ນຸດ​ແລະການ​ສ້າງ​ຄວາມ​ປອງ​ດອງຊາດຈາກສົງຄາມກາງ​ເມືອງ
ຫລື​ບໍ່​ດັ່ງນັ້ນກໍ​ຈະປະ​ເຊີນ​ໜ້າ​ກັບການ​ສືບສວນ​ຂອງນາໆ​ຊາດ.

​ໃນ​ການ​ຖະ​ແຫຼງ ທີ່​ກອງ​ປະຊຸມ​ສຸດ​ຍອດ​ເຄືອ​ຈັກກະ​ພົບ​ອັງກິດ
ທີ່ນະ​ຄອນ​ຫຼວງ ໂຄ​ລົມ​ໂບ ​ໃນ​ວັນ​ເສົາ​ມື້ນີ້ ທ່ານ Cameron
ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ບັນຫາ ການ​ກໍ່​ອາ​ຊະ​ຍາ​ກຳສົງຄາມ
​ແລະ​ການ​ລະ​ເມີດສິດທິ​ມະນຸດ ​ໃນ​ລະຫວ່າງ ແລະ​ຫລັງທີ່​ໄດ້​
ເກີດ​ບັນຫາຂັດ​ແຍ້​ງ ​ມາ​ເປັນ​ເວລາ 27 ປີ ​ໃນສຣີລັງການັ້ນຈະ
ບໍ່​ໜີ​ໄປໃສ. ທ່ານກ່າວ​ວ່າ ຖ້າ​ຫາກ​ສຣີລັງກາບໍ່ແກ້​ໄຂ​ບັນຫາ​
ຄວາມ​ວິຕົກ​ກັງວົນ​ຂອງ ນາໆ​ຊາດ ກ່ຽວກັບການ​ເຄົາລົບ​ນັບຖື​ສິດທິ​ມະນຸດ​ແລ້ວ ປະ​ເທດ​ຂອງ​ທ່ານ ຈະເປັນ​ຜູ້ຊຸກ​ຍູ້ໃຫ້ມີ​ການ​ສືບສວນ ​ທີ່​ນຳພາ​ໂດຍອົງການສະຫະ​ປະຊາ​ຊາດ.

ນອກ​ນັ້ນ ທ່ານຍັງ​ກ່າວ​ວ່າ ທ່ານ​ໄດ້​ສົນທະນາ​ຢ່າງກົງ​ໄປ​ກົງ​ມາກັບປະທາ​ນິບໍດີ ສຣີລັງ​ກາ ທ່ານມາ​ຮິນ​ດາ ຣາຊາ​ພັກ ຫລັງ​ຈາກນາ​ຍົກ​ລັດຖະມົນຕີ ​Cameron ໄດ້​ກັບ​ຄືນ​ມາ​ຈາກການ​ເດີນທາງ​ໄປ​ຊອກ​ຄົ້ນຫາ​ຄວາມ​ຈິງ​ ຈາກເຂດ Jaffna ທີ່ ​ໄດ້​ປະສົບ​ກັບ​ໄພ​ສົງຄາມ ​ໃນ​ວັນ​ສຸກ​ວານ​ນີ້ ​ແລະ​ມີ​ຄວາມ​ຮູ້ສຶກ​ວ່າ ລັດຖະບານ ​ສຣີລັງກາ ບໍ່​ຕ້ອງການ​ຢາກ​ສ້າງ​ຄວາມ​ກ້າວໜ້າ​ ກ່ຽວກັບບັນຫາ​ດັ່ງ​ກ່າວ.

​ເຖິງ​ຢ່າງ​ໃດ​ກໍ​ດີ ລັດຖະມົນຕີກະຊວງ​ນໍ້າ ທ່ານ Siripalade Silva ​ໄດ້​ປະຕິ​ເສດຕໍ່ການ​
ໃຫ້​ຄວາມ​ເຫັນຂອງ​ທ່ານ Cameron ​ໂດຍ​ກ່າວ​ວ່າ ສຣີລັງກາຈະ​ຕ້ານຢັນ ບໍ່​ໃຫ້​ມີ​ການ​ສືບສວນ​ຂອງ​ນາໆ​ຊາດ.

Your browser doesn’t support HTML5

Sri Lanka