ໃນວັນອັງຄານມື້ນີ້ ຝູງຊົນຜູ້ທີ່ປາດຖະໜາດີ ຈໍານວນຫຼວງຫຼາຍ
ໄດ້ໄປເຕົ້າໂຮມກັນຢູ່ທາງນອກໂຮງພະຍາບານຂອງກຸງລອນດອນ
ບ່ອນທີ່ເຈົ້າຍິງ Kate ໄດ້ຊົງປະສູດພະໂອລົດນັ້ນ ໂດຍ ຫວັງທີ່ຈະ
ໄດ້ເຫັນເຈົ້າຊາຍນ້ອຍ ຜູ້ມີສິດຈະສືບທອດບັນລັງຂອງອັງກິດ ຄົນຫຼ້າສຸດ.
ຄາດກັນວ່າ ເຈົ້າຊາຍ William ແລະພະຊາຍາ ເຈົ້າຍິງ Kate
ຈະຊົງອອກຈາກໂຮງພະຍາ ບານດັ່ງກ່າວ ໃນມື້ນີ້ ຊຶ່ງຈະອໍານວຍ
ໃຫ້ປະຊາຊົນໄດ້ເຫັນໜ້າຫຼືພະພັກຂອງອົງຊາຍນ້ອຍເປັນຄັ້ງທໍາອິດ
ຊຶ່ງຍັງບໍ່ທັນມີການປະກາດຊື່ຫຼືພະນາມ ໃຫ້ຊາບເທື່ອນັ້ນ.
Britain Welcomes Royal Baby
ປະຊາຊົນອັງກິດພາກັນສະເຫຼີມສະຫຼອງ ແບບບໍ່ໄດ້ມີການຫ້າງຫາຫຼືກຽມພ້ອມໃດໆ ໃນວັນຈັນວານນີ້ ຫຼັງຈາກທີ່ໄດ້ຊາບຂ່າວການປະສູດຂອງອົງຊາຍນ້ອຍ. ທາງພະລາດຊະວັງ Kensington ກ່າວວ່າ ທັງສອງພະອົງ ພະມານດາແລະພະໂອລົດນ້ອຍນັ້ນ ຊົງແຂງແຮງດີ. ເຈົ້າຊາຍ William ພະບິດາຂອງເຈົ້າຊາຍເກີດໃໝ່ ຊົງກ່າວສັ້ນໆວ່າ “ພວກເຮົາບໍ່ສາມາດຈະ ມີຄວາມສຸກ ໄດ້ຫຼາຍໄປກ່ວານີ້ອີກແລ້ວ.”
Your browser doesn’t support HTML5
BRITAIN ROYALS CNPK.mov
ການສະ ເຫຼີມສະຫຼອງຍັງດໍາເນີນສືບຕໍ່ໄປຈົນເຖິງວັນອັງຄານມື້ນີ້ ຊຶ່ງຈະມີການຍິງປືນຖວາຍກຽດ
ແລະຄໍານັບຕາມພິທີ ດັງກ້ອງໄປທົ່ວກຸງລອນດອນ ເພື່ອຕ້ອນຮັບໂອລົດອົງໃໝ່ນີ້.
ຫຼັງຈາກທີ່ໄດ້ຂ່າວການປະສູດແລ້ວນັ້ນ ນາຍົກລັດຖະມົນຕີອັງກິດ ທ່ານ David Cameron
ໄດ້ເອີ່ຍເຖິງເຫດການດັ່ງກ່າວວ່າ ເປັນວາລະອັນສໍາຄັນສໍາລັບອັງກິດ ແລະວ່າ “ປະເທດຊາດນຶ່ງ
ທີ່ມີຄວາມຊົມຊື່ນຍິນດີແລະພູມໃຈ ກໍາລັງສະເຫຼີມສະຫຼອງເຫດການນີ້.”