ອັງກິດໄດ້ປະກາດໃນວັນພະຫັດວານນີ້ວ່າ ຕົນຈະເພີ້ມການໃຫ້ຄວາມສະໜັບ ສະໜູນ
ແກ່ກອງທັບເລບານອນໂດຍໃຫ້ທຶນເພື່ອປ້ອງກັນການຖືກໃຊ້ເປັນບ່ອນຫລົບລີ້ ຢູ່ຕາມ
ເຂດຊາຍແດນເລບານອນ ຕິດກັບຊີເຣຍ.
ຮູບພາບທີ່ເຜີຍແຜ່ ໂດຍສື່່ມວນຊົນກອງທັບຊີເຣຍ ທີ່ຄວບຄຸມໂດຍລັດຖະບານ ສະແດງໃຫ້ເຫັນ ພວກຫົວຮຸນແຮງ ທີ່ເປັນເຄືອຂ່າຍ al-Qaida ຢູ່ເມືອງ Arsal ໃກ້ກັບຊາຍແດນຊີເຣຍ.
ການເຄື່ອນໄຫວນີ້ແມ່ນຖືກເບິ່ງກັນວ່າ ເປັນການລົງຄວາມເຫັນສະແດງຄວາມເຊື່ອໝັ້ນ
ໂດຍລອນດອນ ແກ່ກອງທັບເລບານອນ ແລະເປັນການຊຸກຍູ້ທີ່ທະເຍີທະຍານຕໍ່ພວກຜູ້
ບັນຊາການ ເພື່ອໃຫ້ກາຍເປັນກຳລັງທະຫານທີ່ມີອິດທິພົນໃນ ເຂດຊາຍແດນທີ່ຕິດກັບ
ຊີເຣຍ ຊຶ່ງເປັນເປົ້າໝາຍທີ່ອາດສ້າງຄວາມສັບສົນ ໃຫ້ ແກ່ຄວາມພະຍາຍາມຂອງຣ່ານ
ທີ່ຈະສ້າງ ໃນອັນທີ່ຮ້ອງວ່າ ຂົວດິນຜ່ານອີຣັກ ແລະຊີເຣຍ ແລະໃຫ້ການຊ່ວຍເຫລືອ
ແກ່ພັນທະມິດຂອງຕົນ ໃນເລບານອນ ນັ້ນກໍຄືກຸ່ມ Hezbollah.
ລັດຖະມົນຕີຕ່າງປະເທດອັງກິດ ທ່ານ Boris Johnson ກ່າວໃນວັນພະຫັດວານນີ້ວ່າ
“ຄວາມກະຕືລືລົ້ນຂອງພວກເຮົາແມ່ນເພື່ອໃຫ້ເລບານອນ ມີສິດອຳ ນາດຢ່າງເຕັມທີ່
ໃນຊາຍແດນຂອງຕົນທີ່ກັບຊີເຣຍ.”
ຮູບພາບເຜີຍແຜ່ຢູ່ໜ້າແວັບໄຊ ທະຫານເລບານອນ ສະແດງໃຫ້ເຫັນ ນາຍົກລັດຖະມົນຕີ ເລບານອນ ທ່ານ Saad Hariri (ກາງຂວາ) ຍ່າງກັບຜູ້ບັນຊາການທະຫານ ນາຍພົນ Joseph Aoun.
ໃນການເພີ້ມການຊ່ວຍເຫລືອແກ່ກອງທັບເລບານອນນັ້ນ ອັງກິດໄດ້ເຫັນພ້ອມແລ້ວ
ໃນການໃຫ້ເງິນຊ່ວຍເຫລືອເປັນເວລາຫຼາຍໆປີ ເພື່ອກໍ່ສ້າງຫໍຄອຍຊາຍແດນ 30 ແຫ່ງ
ແລະຄ້າຍປະຕິບັດງານ 20 ແຫ່ງ ຊຶ່ງມີຂຶ້ນພຽງບໍ່ເທົ່າໃດມື້ຫລັງຈາກກອງທັບເລບານອນແລະກຸ່ມ Hezbollah ຊຶ່ງເປັນກຸ່ມຫົວຮຸນແຮງຊີໄອທ໌ ໄດ້ປະສົບຄວາມສຳເລັດໃນການ
ກວດລ້າງພວກນັກລົບລັດອິສລາມອອກ ຈາກເຂດພູຜາ ໃນບໍລິເວນຊາຍແດນຂອງຊີ
ເຣຍຕິດກັບເລບານອນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ