ສະຫະພາບ ຢູໂຣບ ໄດ້ຕົກລົງທີ່ຈະເລື່ອນ Brexit ໄປຈົນຮອດວັນທີ 31 ມັງກອນຂອງປີໜ້າ, ອີງຕາມການກ່າວຂອງປະທານສະຫະພາບ ຢູໂຣບ ໃນວັນຈັນມື້ນີ້.
ທ່ານ ດໍໂນລ ທັສ ໄດ້ກ່າວໃນຂໍ້ຄວາມທີ່ຂຽນຢູ່ທວິດເຕີວ່າ “27 ປະເທດສະຫະພາບຢູໂຣບ ໄດ້ຕົກລົງວ່າ ເຂົາເຈົ້າຈະຮັບເອົາການຂໍຮ້ອງຂອງ ອັງກິດ ສຳລັບການຕໍ່ເວລາທີ່ປ່ຽນແປງໄດ້ຂອງ Brexit” ເຊິ່ງໝາຍຄວາມວ່າ ອັງກິດ ສາມາດອອກກ່ອນໄດ້ຖ້າສະພາແຫ່ງຊາດຂອງເຂົາເຈົ້າ ໃຫ້ສັດຕະຍາບັນຕໍ່ຮ່າງກົດໝາຍການແຍກຕົວກັບສະຫະພາບ ຢູໂຣບ.
ການຕັດສິນໃຈ ກ່ຽວກັບ “ການຕໍ່ເວລາທີ່ປ່ຽນແປງໄດ້” ໄດ້ມີຂຶ້ນລຸນຫຼັງການປະຊຸມ 30 ນາທີຂອງບັນດາເອກອັກຄະລັດຖະທູດຂອງສະມາຊິກ 27 ປະເທດໃນກຸ່ມຢູ່ນະຄອນຫຼວງ ບຣັສໂຊລສ໌ ປະເທດ ແບລຈຽມ ຫຼັງຈາກ ຝຣັ່ງ ໄດ້ຖອນການຄັດຄ້ານຂອງເຂົາເຈົ້າທີ່ໄດ້ກີດກັ້ນການຕັດສິນໃຈໃນອາທິດແລ້ວນີ້.
ການເລື່ອນເວລາ Brexit ທຸກຄັ້ງຈະຕ້ອງໄດ້ຮັບອະນຸຍາດຢ່າງເປັນເອກະສັນໂດຍບັນດາປະເທດ ສະຫະພາບ ຢູໂຣບ ເທົ່ານັ້ນ.
ການເລື່ອນເວລາຄັ້ງທີສາມ ແລະ ອາດເປັນຄັ້ງສຸດທ້າຍຂອງ Brexit ນັ້ນ, ແນວໃດກໍຕາມ, ຈະມີຂຶ້ນດ້ວຍເງື່ອນໄຂຕ່າງໆ, ລວມມີ ການປະຕິເສດທີ່ຈະເຈລະຈາຂໍ້ຕົກລົງຂອງເຂົາເຈົ້າຄືນ ແລະ ອະນຸຍາດໃຫ້ບັນດາສະມາຊິກ ສະຫະພາບຢູໂຣບ ປະຊຸມກັນໂດຍປາສະຈາກ ອັງກິດ ເພື່ອປຶກສາຫາລືອະນາຄົດຂອງກຸ່ມ.