ປະຊາຊົນ ບຣາຊິລ ຈັດການ ປະທ້ວງຄັ້ງໃຫຍ່ ເພື່ອຕໍ່ຕ້ານ ປະທານາທິບໍດີ Rousseff

ແມ່ຍິງຄົນໜຶ່ງຮ້ອງຄຳຂວັນພ້ອມທັງຕີໝໍ້ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານ ຮຽກຮ້ອງໃຫ້ປົດຕ່ຳແໜ່ງປະທານາທິບໍດີ ບຣາຊິລ Dilma Rousseff ໃນນະຄອນຫຼວງ Rio de Janeiro. 16 ສິງຫາ, 2015.

ພວກປະ​ທ້ວງ​ຫຼາຍ​ສິບພັນ​ຄົນ​ໄດ້​ຍຶດ​ເອົາ​ຖະໜົນ​ຫຼາຍ​ເສັ້ນ​ທົ່ວ​ປະ​ເທດ Brazil ​ໃນ​ວັນ​ອາທິ​ດວານ​ນີ້, ຮຽກຮ້ອງໃຫ້​ຟ້ອງ​ຮ້ອງ​ ປະທານາທິບໍດີ Dilma Roussef ຍ້ອນ​ຂ່າວ​ການ​ສໍ້​ລາດ​ບັງ​ຫຼວງ ພ້ອມ​ກັບ​ເສດຖະກິດ​ອັນ​ຝືດ​ເຄືອງ ​ແລະ ອັດຕາ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ຂອງ​ປະ​ເທດ.

ຄວາມ​ຄຽດ​ແຄ້ນ​ຂອງ​ສາ​ທາ​ລະນະ​ຕໍ່​ກັບ ທ່ານ​ນາງ Rousseff ​ແມ່ນອອກມາຈາກການເປີດ ເຜີຍການຕິດສິນບົນ ຢູ່ບໍລິສັດນ້ຳມັນລັດ Petrobras, ເຊິ່ງ​ໄອ​ຍະ​ການເອີ້ນວ່າເປັນແຜນການ ສໍ້ລາດບັງຫຼວງທີ່ໃຫຍ່ທີ່ສຸດທີ່ເຜີຍອອກໃນ Brazil. ມີ​ຢ່າງ​ໜ້ອຍ 800 ລ້ານ​ໂດ​ລາ​ໄດ້ຖືກ ຈ່າຍເປັນ​ສິນ​ບົນ ​ແລະ ທຶນ​ອື່ນໆໂດຍ​ບໍລິສັດ​ກໍ່ສ້າງ ​ແລະ ວິສະວະກໍາ​ ທີ່ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ ​ໃນ​ການ​ແລ​ກປ່ຽນ​ກັບ​ສັນຍາບໍລິສັດ Petrobras ທີ່​ຂະຫຍາຍຕົວອອກນັ້ນ.

ນັກ​ການ​ເມືອງ​ຈຳນວນ​ຫຼາຍ​ສິບ​ຄົນ, ລວມທັງ​ພັນ​ທະ​ມິດ​ທີ່​ໃກ້ຊິດ​ກັບ​ປະທານາທິບໍດີ, ​ແລະ ອະດີດ​ຜູ້ບໍລິຫານ​ບໍລິສັດ Petrobras ​ແມ່ນ​ກຳລັງ​ຖື​ກສືບສວນ​ສອບ​ສວນ. ການ​ກ່າວ​ຫາ​ການ​ກະທຳ​ຜິດບາງ​ຢ່າງ​ຂອງ​ທ່ານ​ນາງ Rousseff ​ໄດ້ເກີດ​ໃນ​ເວລາ​ທີ່​ທ່ານໄດ້​ເປັນ​ປະທານ​ຂອງ​ຜູ້ບໍລິຫານ​ບໍ​ລິ​ສັດ Petrobras. ​ແຕ່​ວ່າ​ທ່ານ​ບໍ່​ໄດ້​ຖືກ​ສື​ບສວນ.

ປະກອບກັບ​ຄວາມທຸກ​ຮ້ອນ​ຂອງ​ທ່ານ​ນາງ Rouseff ກໍ​ແມ່ນ​ເສດຖະກິດ​ທີ່​ມີ​ບັນຫາຂອງ​ປະ​ເທດ. Brazil ຄັ້ງ​ໜຶ່ງ​ເຄີຍ​ສຸກ​ຊໍາລານເປັນ​ປະ​ເທດ​ໜຶ່ງ​ທີ່​ມີ​ເສດຖະກິດ​ທີ່​ເຂັ້ມແຂງ​ທີ່​ສຸດໃນ​ທະວີບ ອາ​ເມຣິກາ​ໃຕ້ ​ແຕ່​ວ່າ​ຕອນ​ນີ້ແມ່ນ​ກຳລັງ​ໄຫຼ​ຕົກ​ຕ່ຳລົງ.

ການ​ປະ​ທ້ວງ​ໃນ​ວັນ​ອາ​ທິດ​ວາ​ນນີ້ ​ແມ່ນ​ການ​ປະ​ທ້ວງ​ຕໍ່ຕ້ານ ທ່ານ​ນາງ Rousseff ທົ່ວ ປະເທດ​ເປັນ​ຄັ້ງ​ທີ 3.

ໂຄສົກຂອງປະທານາທິບໍດີ ທ່ານ Edinho Silva ໄດ້ກ່າວວ່າ “ລັດຖະບານ ເຫັນການ ເດີນຂະບວນຄັ້ງນີ້ ດັ່ງກັບສ່ວນໜຶ່ງຂອງ ປະຊາທິປະໄຕປົກກະຕິ.”

ວິກິດການດ້ານການເມືອງທີ່ຂະຫຍາຍອອກຂອງປະທານາທິບໍດີ ເກີດຂຶ້ນໃນຂະນະທີ່ Brazil ກຳລັງກຽມພ້ອມສຳລັບມະຫາກຳກິລາ ໂອລິມປິກ ລະດູຮ້ອນເຊິ່ງຈະຈັດຂຶ້ນໃນປີ ໜ້ານີ້.

ໜ້ອຍກວ່າໜຶ່ງປີເຂົ້າໃນການດຳລົງຕຳແໜ່ງສະໄໝທີສອງຂອງທ່ານ, ປະທານາທິບໍດີທີ່ ຄັ້ງໜຶ່ງເຄີຍເປັນທີ່ນິຍົມຊົມຊອບ, ໄດ້ຮັບການສະໜັບ ສະໜູນພຽງແຕ່ຈຳນວນຕົວເລກ ດຽວໃນການສຳຫຼວດຄວາມຄິດເຫັນສາທາລະນະເມື່ອບໍ່ດົນມານີ້.

Your browser doesn’t support HTML5

Brazil Protests