​ເບຣຊິນຄຸມສະຖານະ​ການ ​ໃນ​​ເຂດສະ​ລໍາ Vila Cruzerio ໄດ້​ແລ້ວ

  • ທອງປານ ເທບວົງສາ

Seorang Katolik Sri Lanka menyentuh kaca dekat patung selama misa di sebuah gereja di Kolombo.

ຕໍາຫລວດ​ເບຣຊິນ ຢູ່​ນະ​ຄອນ ຣິ​ໂອ ​ເດີ ເຈ​ແນ​ໂຣ ​ເວົ້າວ່າ ພວກ​ເຂົາ​ເຈົ້າສາມາດ​ຄວບ​ຄຸມສະຖານະ​ການ​ໃນເຂດສະ​ລໍາ Vila Cruzerio ທີ່​ເປັນ​ຄຸ້ມບ່ອນຢູ່​ຂອງ​ພວກ​ທຸກ​ຈົນ​ໄດ້​ແລ້ວ ​ພາຍຫລັງທີ່​ມີ​ການກໍ່​ຄວາມ​ວຸ້ນວາຍ​ ​ຂຶ້ນເປັນ​ເວລາ 5 ມື້ ຊຶ່ງ​ເຮັດ​ໃຫ້ 23 ຄົນ​ເສຍ​ຊີວິດ.

ພວກ​ເຈົ້າໜ້າທີ່​ເວົ້າວ່າ ລົດກັນ​ກະ​ສູນ​ປືນ​ຂອງ​ທະ​ຫານ​ໄດ້ ບັນທຸກ​ເອົາ​ຕໍາຫລວດ​ໄປ​ຍັງ​ເຂດ​ຄຸ້ມ​ຄົນທຸກ​ນັ້ນ ໃນ​ຂະນະ​ທີ່​ພວກ​ຄົນ​ຮ້າຍ ​ພາກັນລົບໜີ​ເຂົ້າ​ໄປຢູ່​ໃນ​ໃກ້​ເຂດຄຸ້ມ​ຄົນຈົນ​ແຫ່ງອື່ນໆທີ່ຢູ່​ໄກ້ໆ​ກັນ​ນັ້ນ. ຄາດ​ວ່າກຳລັງ​ປ້ອງ​ກັນ​ຄວາມ​ສະ​ງົບ​ຂອງ​ລັດຖະບານ​ກາງ ​ຈະ​ຍ້າຍ​ເຂົ້າ​ໄປ​ປະຈຳຢູ່​ໃນເຂດຄຸ້ມ​ດັ່ງກ່າວ​ໃນ​ວັນ​ສຸກ​ ຊຶ່ງ​ກໍ​ຄືຕອນແລງຂອງມື້ນີ້ຕາມ​ເວລາ​ໃນ​ເມືອງ​ລາວ.

ພວກ​ເຈົ້າໜ້າທີ່​ເວົ້າວ່າ ລົດ​ລາ 30 ຄັນ​ຖືກຈູ​ດເຜົາ​ໃນລະຫວ່າງ​ການກໍ່ຄວາມຮຸນ​ແຮງ ຈົນ​ເຖິງ​ເວລາ​ຕຳຫລວດເຂົ້າ​ໄປ​ຄວບ​ຄຸມ​ຄວາມ​ສະ​ງົບ​ໃນ​ເຂດດັ່ງກ່າວ.