ນັກວິທະຍາສາດ ຄົ້ນພົບ ໄວຣັສ Zika ເຊື່ອມຕໍ່ກັບ ຄວາມຜິດປົກກະຕິ ໃນລະບົບເສັ້ນປະສາດ ຢູ່ໃນລຳໄສ້

ເຈົ້າໜ້າທີ່ ສາທາລະນະສຸກ ຕັກເອົານຳ້ອອກຈາກເຮືອ ທີ່ຫາດຊາຍ Jurujuba beach ໃນລະຫວ່າງການປະຕິບັດການ ກວດລ້າງຍຸງສາຍພັນ Aedes aegypti ໃນເມືອງ Niteroi, ປະເທດ ບຣາຊິລ. 8 ມີນາ, 2016.

ບັນດານັກວິທະຍາສາດໃນປະເທດ ບຣາຊິລ ໄດ້ຄົ້ນພົບຫຼັກຖານກ່ຽວກັບຄວາມຜິດປົກ ກະຕິ ໃນລະບົບເສັ້ນປະສາດຢູ່ໃນລຳໄສ້ ທີ່ໄດ້ເຊື່ອມຕໍ່ກັບເຊື້ອໄວຣັສ Zika, ເປັນອາ ການໜຶ່ງທີ່ມີຄວາມຄ້າຍຄຽງກັບການແຂງຕົວຂອງເນື້ອເຫຍື່ອຂອງຮ່າງກາຍ ທີ່ເຈົ້າໜ້າທີ່ ການແພດບາງຄົນໄດ້ພົບຄວາມຫຍຸ້ງຍາກ ໃນການລະບຸຄວາມແຕກຕ່າງຂອງມັນກ່ອນ ໜ້ານີ້.

ຄວາມຜິດປົກກະຕິສະນິດໃໝ່ນີ້ເອີ້ນວ່າ ການອັກເສບຂອງສະໝອງ ແລະ ໄຂສັນຫຼັງທີ່ແຜ່ ອອກຢ່າງຮຸນແຮງ ຫຼື ADEM ມັນຖືກລະບຸໄດ້ໃນການສະຫຼຸບຫຍໍ້ ທີ່ຂຽນໂດຍນັກວິທະຍາ ສາດຄົນ ບຣາຊິລ ທ່ານນາງ Maria Brito Ferreira. ທ່ານນາງມີກຳນົດທີ່ຈະນຳສະເໜີ ການຄົນພົບຂອງທ່ານນາງທີ່ກອງປະຊຸມສາກົນຂອງນັກວິທະຍາສາດທາງປະສາດວິທະ ຍາ ໃນວັນທີ 15 ຫາ 21 ເມສານີ້, ໃນເມືອງ Vancouver ລັດ British Columbia ປະ ເທດ ການາດາ.

ອາການ ADEM ຖືກບັນຍາຍວ່າ ເປັນອາການທີ່ເກີດຂຶ້ນໃນໄລຍະ ສັ້ນ, ເປັນການໂຈມຕີ ພູມຕ້ານທານທີ່ຮຸນແຮງ ໃນສູນກາງລະບົບປະສາດ, ເຊິ່ງແນເປົ້າໝາຍໃສ່ສະໝອງ ແລະ ໄຂສັນຫຼັງຂອງຄົນໄຂ້ຜູ້ທີ່ໄດ້ຫາຍດີຈາກການຕິດເຊື້ອໄວຣັສ ແລະ ແບັກທີເຣຍ.

ເວັບໄຊຂ່າວ G1 ຂອງ ບຣາຊິລ ໄດ້ລາຍງານວ່າ ທ່ານນາງ Ferreira, ແພດລະບົບເສັ້ນ ປະສາດທີ່ໂຮງໝໍການຟື້ນຟູສຸຂະພາບທີ່ເມືອງ Recife ປະເທດ ບຣາຊິລ, ໄດ້ອ້າງຫຼັກ ຖານການຄົ້ນພົບຂອງລາວ ໃນການຄົ້ນຄວ້າຄົນໄຂ້ 151 ຄົນຜູ້ທີ່ໄດ້ເຂົ້າໄປປິ່ນປົວຢູ່ໃນ ໂຮງໝໍ ໃນລະຫວ່າງເດືອນທັນວາ 2014 ແລະ ເດືອນມິຖຸນາ 2015.

ທ່ານນາງ Ferreira ໄດ້ສັງເກດອາການຂອງຄົນໄຂ້ຫຼາຍຄົນຜູ້ທີ່ໄດ້ຕິດເຊື້ອກັບແມງໄມ້ທີ່ ນຳພາເຊື້ອໄວຣັສ, ເຊິ່ງລວມມີໄວຣັສ Zika, ໄຂ້ເລືອດອອກ ແລະ ໄຂ້ Chikungunya ທີ່ ເປັນໄວຣັສຕິດຕໍ່ຈາກຍຸງ. ຄົນໄຂ້ພວກນີ້, ມີ 6 ຄົນໄດ້ຖືກພົບເຫັນວ່າຕິດເຊື້ອໄວຣັສ Zika. ຄົນໄຂ້ 5 ຄົນໄດ້ຖືກລາຍງານວ່າມີລະບົບເໜັງຕີງຜິດປົກກະຕິ, ມີບັນຫາທາງສາຍ ຕາ ແລະ ຄົນໜຶ່ງມີລະບົບການຮັບຮູ້ເສື່ອມ.

ໄວຣັສ Zika ໄດ້ຖືກເຊື່ອມໂຍງໄປໃສ່ກັບອາການອ່ອນເພຍຂອງກ້າມເນື້ອ ທີ່ເປັນສາເຫດ ເຮັດໃຫ້ສະໝອງບວມ ແລະ ໄຂສັນຫຼັງທີ່ທຳລາຍສານໄຂມັນ, ເຊິ່ງເປັນເຫຍື່ອຫຸ້ມກັນສີ ຂາວທີ່ຫຸ້ມອ້ອມເສັ້ນປະສາດ ອັນສົ່ງຜົນເຮັດໃຫ້ສູນເສຍການຊົງຕົວ ແລະ ສາຍຕາ, ການ ບໍ່ມີຄວາມຮູ້ສຶກ ແລະ ອ່ອນເພຍ.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

Your browser doesn’t support HTML5

US Zika