ສະພາສູງ ບຣາຊີລ ມີກຳນົດ ຈະລົງຄະແນນ ໃນການຟ້ອງ ປ. Rousseff

ຕຳຫຼວດຍິງລະເບີດນ້ຳຕາ ຂັບໄລ່ພວກສະໜັບສະໜຸນ ປະທານາທິບໍດີບຣາຊີລ ທ່ານ Dilma Rousseff ທີ່ໂຮມຊຸມນຸມກັນ ຢູ່ເມືອງ Sao Paulo. (30 ສິງຫາ 2016)

ພວກ​ທະນາຍຄວາມ ​ທີ່​ເຂົ້າຮ່ວມ​ການ​ດຳ​ເນີນ​ຄະດີປະທານາທິບໍດີ ​ທີ່ຖືກ​ສັ່ງ​ໃຫ້​ພັກ​ການ​ເປັນ​ການ​ຊົ່ວຄາວຂອງ​ບຣາຊີ​ລທ່ານ​ນາງ Dilma Rousseff ​ໄດ້​ມ້ວນທ້າຍການ​ໂຕ້​ຖຽງ​ຂອງ​ພວກ​ທ່ານ ​ໃນ​ຕອນ​ເຊົ້າວັນ​ພຸດ​ມື້ນີ້ແລະ​ຄາດ​ວ່າຈະ​ຢຸດ​ພັກ​ເປັນ​ເວລາສັ້ນໆກ່ອນທີ່​ສະພາ​ສູງ​ຈະ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ວ່າ ຈະ​ປົດ​ທ່ານ​ນາງ​ອອກ​ຈາກຕຳ​ແໜ່​ງຫຼືບໍ່.

ທ່ານ​ນາງ Rousseff ຖືກ​ກ່າວ​ຫາ​ວ່າ ​ໄດ້​ໃຊ້​ເງິນ​ຈາກ​ທະນາຄານ ​ຂອງ​ລັດ​ ຢ່າງຜິດ​ກົດ ໝາຍ ​ເພື່ອ​ຖົມ​ຂຸມ​ງົບປະມານຂອງ​ລັດຖະບານ​ກາງ ​ໃນ​ຄວາມ​ພະຍາຍ​າມ ​ເພື່ອ​ສ້າງ​ຄະ​ແນນ​ນິຍົມ​ໃຫ້​ແກ່​ທ່ານ​ນາງ ກ່ອນ​ການ​ເລືອກ​ຕັ້ງປະທານາທິບໍດີ​ໃນ​ປີ​ 2014.

ທ່ານ​ນາງ Rousseff ຊຶ່ງ​ເປັນ​ປະທານາທິບໍດີ​ແມ່ຍິງ​ຄົນ​ທຳ​ອິດ​ຂອງບຣາຊີ​ລໄດ້ປະຕິ​ເສດ​ວ່າ ທ່ານ​ນາງ​ບໍ່​ໄດ້​ເຮັດ​ຫຍັງ​ຜິດກ່ຽວ​ກັບ​ເລື້ອງນີ້ ​ແລະ​ກ່າວ​ຫາ​ ພວກ​ຝ່າຍ​ຄ້ານ​ທາງ​ການ​ເມືອງ​ຂອງ​ທ່ານ​ນາງ​ວ່າ ​ໃຊ້​ການ​ດຳ​ເນີນ​ຄະດີ ​ເພື່ອ​ໂຄ່ນ​ລົ້ມທ່ານ​ນາງ​ແລະ​ບ່ອນ​ທຳລາຍ​ປະຊາທິປະ​ໄຕ​ຂອງ​ບຣາຊີ​ລ.

ທ່ານ​ນາງ Rousseff ​ໄດ້​ກ່າວ​ໃນ​ການ​ໃຫ້​ຄວາມ​ເຫັນ ​ຕໍ່​ສະມາຊິກ​ສະພາ​ສູງ ​ໃນ​ວັນ​ຈັນ​ຜ່ານ​ມານີ້ວ່າ “ຂ້າ​ພະ​ເຈົ້າຮູ້​ດີ​ວ່າ ຂ້າພະ​ເຈົ້າຈະ​ຖືກ​ຕັດສິນ ​ແຕ່​ຈິດ​ສຳນຶກຂອງ​ຂ້າພະ​ເຈົ້າ​ແມ່ນ​ຈະ​ແຈ້ງ. ຂ້າ​ພະ​ເຈົ້າບໍ່​ໄດ້​ກະທຳ​ຄວາມ​ຜິດ​ໃດໆ.”

​ແຕ່​ພວກ​ທະນາຍຄວາມ​ຂອງ​ຝ່າຍ​ທີ່ເຫັນ​ດີ​ໃຫ້​ຟ້ອງປະທານາທິບໍດີຖົກ​ຖຽງ​ວ່າ ການ​ກ່າວ​ຫາ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ ຕໍ່ທ່ານ​ນາງ Rousseff ​ແມ່ນມີ​ຜົນ​ກະທົບໂດຍກົງ​ຕໍ່​ບັນ ຫາເສດຖະກິດຂອງ​ບຣາຊີ​ລ ທີ່​ໄດ້​ປະສົບ​ໃນ​ຮອບ​ຫຼາຍໆ​ປີ​ທີ່​ຜ່ານ​ມານີ້.

ທ່ານ Janaina Paschoal ຜູ້ນຳ​ສະ​ເໜີ​ຮ່າງ​ຍັດຕິ​ທີ່​ຂໍ​ໃຫ້​ຟ້ອງ​ຮ້ອງ​ທ່ານ​ນາງ Rousseff ກ່າວ​ວ່າ “​ໂລກ​ຕ້ອງການ ​ທີ່​ຈະ​ຮູ້​ວ່າ ພວກ​ເຮົາ​ບໍ່​ພຽງ​ແຕ່ລົງ​ຄະ​ແນນສຽງ ​ກ່ຽວ​ກັບ​ບັນຫາ​ຄວາມ​ຮັບຜິດຊອບ​ເທົ່າ​ນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Brazil Impeachment