ມີພວກປະທ້ວງຢ່າງໜ້ອຍ 1 ລ້ານຄົນໂຮມຊຸມນຸມກັນຢູ່ໃນຫຼາຍ ສິບຫົວເມືອງທົ່ວປະເທດໃນວັນພະຫັດວານນີ້ຮວມທັງຢ່າງໜ້ອຍ
3 ແສນຄົນທີ່ນະຄອນ Rio de Janeiro ບ່ອນທີ່ຕຳຫຼວດໄດ້ຍິງ
ລະເບີດນໍ້າຕາເຂົ້າໃສ່ ເພື່ອຄວບຄຸມພວກປະທ້ວງ.
ພວກປະທ້ວງບໍ່ໄດ້ເອົາຫົວຊາຕໍ່ຂ່າວທີ່ວ່າ ນະຄອນ Sao Paulo ແລະ Rio de Janero ໄດ້ຍົກເລີກໄປແລ້ວແຜນການທີ່ຈະຂຶ້ນຄ່າໂດຍສານໄປມາສຳລັບລະບົບຂົນສົ່ງຂອງລັດ ຖະບານ.
ນອກນັ້ນພວກປະທ້ວງຍັງໄດ້ແນເປົ້າໝາຍໃສ່ການໃຊ້ຈ່າຍຫຼາຍພັນລ້ານໂດລາຂອງລັດ ຖະບານ ໃນການເປັນເຈົ້າພາບ ຈັດການແຂ່ງຂັນກິລາໂອລິມປິກ ລະດູຮ້ອນ ປີ 2016 ການເປັນເຈົ້າພາບຈັດການແຂ່ງຂັນເຕະບານໂລກຊິງຂັນ World Cup ໃນປີໜ້າ ແລະ ການເປັນເຈົ້າພາບຈັດການແຂ່ງຂັນເຕະບານຊິງຂັນ Confede ration ຂອງອົງການຟີຟາ ໃນປີນີ້.
ຕຳຫຼວດທີ່ນະຄອນ Rio de Janeiro ໄດ້ປິດລ້ອມບໍລິເວນອ້ອມແອ້ມສະໜາມກິລາ Ma- racana ໃນວັນພະຫັດວານນີ້ ຍ້ອນເປັນຫ່ວງວ່າພວກປະທ້ວງອາດຫາທາງລົບກວນການ ແຂ່ງຂັນເຕະບານຊິງຂັນ Confederation ທີ່ພວມດຳເນີນໄປ ຢູ່ຂ້າງໃນສະໜາມກິລາດັ່ງ ກ່າວ.
ເບິ່ງວີດິໂອ ກອງປະຊຸມສຸກເສີນ ຂອງລັດຖະບານບຣາຊິລ:
Your browser doesn’t support HTML5
Rousseff Convenes Brazilian Ministers Over Protests