ດ້ວຍການນັບຄະແນນສຽງແລ້ວ ຫຼາຍກວ່າ 99 ເປີເຊັນເຫັນວ່າ ຜູ້ລົງສະໝັກຫົວຂວາຈັດ
ທ່ານ ຈາຍເອ ໂບລໂຊນາໂຣ ໄດ້ຊະນະການເລືອກຕັ້ງຮອບທໍາອິດ ຂອງການເລືອກຕັ້ງ
ປະທານາທິບໍດີ ໂດຍໄດ້ຮັບ 46 ເປີເຊັນ. ແຕ່ເຖິງຢ່າງນັ້ນ ກໍຕາມ ການຊະນະແບບ
ແປກໃຈນັ້ນ ແມ່ນຍັງບໍ່ພຽງພໍ ທີ່ຈະປ້ອງກັນບໍ່ໃຫ້ຜູ້ກ່ຽວ ຈຳເປັນຈະຕ້ອງໄດ້ໃຫ້ມີການລົງຄະແນນສຽງຮອບສຸດທ້າຍໃນວັນທີ 28 ຕຸລາ ນີ້.
ທ່ານ ໂບລໂຊນາໂຣ ໄວ 63 ປີ ແມ່ນບໍ່ໄດ້ຄາດຄິດມາກ່ອນວ່າ ຈະໄດ້ເປັນຜູ້ນຳໜ້າ ໃນການເລືອກຕັ້ງໃນວັນອາທິດວານນີ້ ຊຶ່ງຂາດໄປພຽງບໍ່ເທົ່າໃດຄະແນນທີ່ຈະໄດ້ຮັບ
50 ເປີເຊັນທີ່ຈຳເປັນເພື່ອໃຫ້ໄດ້ຊະນະການເລືອກຕັ້ງປະທານາທິບໍດີຢ່າງຂາດລອຍ.
ທ່ານເປັນຄົນຫົວຂວາຈັດ ເຄີຍເປັນອະດີດຮ້ອຍເອກທະຫານບົກ ຜູ້ຊຶ່ງໄດ້ເຄີຍຍົກ
ຍ້ອງອະດີດຜະເດັດການທີ່ບັນຊາການທະຫານໃນອະດີດ ທັງໄດ້ດູຖູກພວກແມ່ຍິງ
ແລະພວກກະເທີຍ, ພ້ອມທັງພວກຊາວຜີວດຳແລະປະຊາກອນພວກຊົນເຜົ່າພື້ນເມືອງ.
ຄັ້ງນຶ່ງ ທ່ານເຄີຍໄດ້ເວົ້າໃຫ້ນັກການເມືອງແມ່ຍິງຄົນນຶ່ງວ່າ ລາວເປັນຕາຂີ້ດຽດໂພດ ຂ້ອຍຈຶ່ງບໍ່ຢາກຂົ່ມຂືນ ລາວ ແລະເວົ້າວ່າຜູ້ກ່ຽວຈະບໍ່ສາມາດຮັກລູກຊາຍທີ່ເປັນ
ກະເທີຍໄດ້.
ມຸມມອງຂອງທ່ານ ໂບລໂຊນາໂຣ ໄດ້ເຮັດໃຫ້ທ່ານໄດ້ຮັບຊື່ຫຼິ້ນວ່າ “Tropical Trump
ຫຼື ທຣຳເຂດຮ້ອນ” ຊຶ່ງອ້າງເຖິງປະທານາທິບໍດີສະຫະລັດຜູ້ທີ່ມີບັນຫາຂັດແຍ້ງນັ້ນ.
ນອກນັ້ນ ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະທັບມ້າງອາຊະຍາກຳນຳ ໂດຍການໃຫ້
ການໂຍະຍານແກ່ການຄວບຄຸມກອງກຳລັງຕຳຫຼວດຂອງບຣາຊຽລທີ່ສ່ຽງໄພຢູ່ແລ້ວ.
ຜູ້ສະໜັບສະໜຸນຜູ້ລົງສະໝັກ ທ່ານ ຈາຍເອ ໂບລໂຊນາໂຣ ເຂົ້າຮ່ວມການປະທ້ວງແຮມມິລຕັນ ມູຣາໂອ ໃນແຂວງແມນນາອັສ, ບຣາຊີລ, 15 ກັນຍາ 2018.
“ບາດກ້າວທີ່ຖອຍຫຼັງອັນນຶ່ງ” ກໍຄືອັນທີ່ນາງບາຣ໌ບາຣາ ແຣັສ ແມ່ຍິງຂ້າມເພດ
ຄົນນຶ່ງໄດ້ອະທິບາຍເຖິງໄຊຊະນະຂອງທ່ານໂບລໂຊນາໂຣ. ລາວກ່າວວ່າ ການໄດ້
ຮັບໄຊຊະນະຄັ້ງນີ້ ສາມາດນຳໄປສູ່ ການ “ຍາດເອົາຄືນ ແລະສ້າງຄວາມຮຸນແຮງ
ເພີ້ມຂຶ້ນຕໍ່ພວກປະຊາຄົມກພະເທີຍ ແລະພວກຂ້າມເພດທີ່ເອີ້ນວ່າ LGBT” ນັ້ນ.
ການເລືອກຕັ້ງໃນປະເທດທີ່ມີການເສດຖະກິດທີ່ໃຫຍ່ທີ່ສຸດໃນບັນດາປະເທດອາເມ
ຣິກາລາຕິນ ມີຂຶ້ນຕາມຫຼັງການສໍ້ລາດບັງຫຼວງທາງການເມືອງຂອງບຣາຊິລ ຊຶ່ງເປັນ
ນຶ່ງ ໃນການສໍ້ລາດບັງຫຼວງ ທີ່ໃຫຍ່ສຸດໃນປະຫວັດສາດຂອງອາເມຣິກາ ລາຕິນ.
ຄູ່ແຂ່ງຄົນສຳຄັນຂອງທ່ານໂບລໂຊນາໂຣ ແມ່ນຜູ້ລົງສະໝັກຫົວອຽງຊ້າຍ ທ່ານເຟີຣ໌
ນານໂດ ແຮດແດດ ທີ່ໄດ້ຮັບຄະແນນສຽງ 28 ເປີເຊັນ. ທ່ານ ແຮດແດດ ໄດ້ເຂົ້າມາ
ແທນອະດີດປະທນາທິບໍດີ ລູຍຊ໌ ອີນາຊີໂອ ດາ ຊີລວາ ຜູ້ທີ່ຖືກຕິດຄຸກ ແລະບໍ່ໃຫ້ລົງ
ແຂ່ງຂັນໃນການເລືອກຕັ້ງ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ຜູ້ປະທ້ວງ ຄົນນຶ່ງ ສະແດງໃຫ້ເຫັນ ສະຕິກເກີ ທີ່ອ່ານວ່າ "ບໍ່ແມ່ນລາວ" ໃນການປະທ້ວງຕໍ່ຕ້ານລົງສະໝັກຫົວຂວາຈັດ ທ່ານ ຈາຍເອ ໂບລໂຊນາໂຣ ໃນຖະໜົນໂປລິສຕາ ໃນຊາວ ປາວໂລ, ບຣາຊິີລ, 6, ຕຸລາ 2018.