ຜູ້ສະໝັກ ປະທານາທິບໍດີ ຂອງບຣາຊິນ ທີ່ອຽງຂວາສຸດ ຖືກແທງ ໃນຂະນະທີ່ ໂຄສະນາ ຫາສຽງຢູ່

ທ່ານ ແຈຣ໌ ໂບລຊອນນາໂຣ (Jair Bolsonaro) ຜູ້ສະໝັກເລືອກຕັ້ງ ປະທານາທິບໍດີຂອງບຣາຊິນ ທີ່ອຽງຂວາສຸດ ກໍາລັງຢູ່ເທິງບ່າ ຂອງຜູ້ສະໜັບສະໜຸນທ່ານ ຄົນນຶ່ງທີ່ແບກ ທ່ານຢູ່ ໃນການໂຮມຊຸມນຸມ ເພື່ອໂຄສະນາຫາສຽງ ໃນວັນທີ 6 ກັນຍາ 2018.

ທ່ານ ແຈຣ໌ ໂບລຊອນນາໂຣ (Jair Bolsonaro) ຜູ້ສະໝັກເລືອກຕັ້ງ ປະທານາທິບໍດີ
ຂອງບຣາຊິນທີ່ອຽງຂວາສຸດ ຖືກແທງໃນຂະນະທີ່ຢູ່ໃນການໂຮມຊຸມນຸມເພື່ອໂຄສະນາ
ຫາສຽງ ຢູ່ໃນເມືອງມີນາສ ເຈີຣາອິສ (Minas Gerais) ໃນວັນພະຫັດວານນີ້.

"ທ່ານ ແຈຣ໌ ໂບລຊອນນາໂຣ (Jair Bolsonaro) ຖືກແທງຢູ່ໃນງານທີ່ຈັດຂຶ້ນໃນເມືອງ
ເອັມຈີ (MG) ຊຶ່ງຫຍໍ້ມາຈາກມີນາສ ເຈີຣາອິສ (Minas Gerais) ແຕ່ກໍພົ້ນຂີດອັນຕະ
ລາຍແລ້ວ" ອີງຕາມລູກຊາຍຂອງທ່ານ, ທ້າວເອີດວາດໂດ ໂບລຊອນນາໂຣ (Eduardo
Bolsonaro) ທີ່ຂຽນຢູ່ໃນທວີດເຕີ ໃນວັນພະຫັດວານນີ້. ລາວຂຽນອີກວ່າ "ຂ້າພະເຈົ້າ
ຂໍໃຫ້ພວກທ່ານຊ່ວຍພາວະນາ ໃຫ້ທ່ານຫາຍໄວໆດ້ວຍ."

ແຕ່ວ່າ ໃນຕອນແລງຂອງວັນພະຫັດວານນີ້, ອົງການຂ່າວຣອຍເຕີລາຍງານວ່າ ທ່ານ
ໂບລຊອນນາໂຣ (Bolsonaro) ຢູ່ໃນຫ້ອງມໍລະສຸມຂອງໂຮງໝໍແຫ່ງນຶ່ງໃນທ້ອງຖິ່ນ
ແລະກໍາລັງຖືກຜ່າຕັດຢູ່.

ລູກຊາຍອີກຄົນນຶ່ງຂອງຜູ້ສະໝັກເລືອກຕັ້ງປະທານາທິບໍດີຄົນນັ້ນ ຄືທ້າວຟລາວິໂອກໍໄດ້
ຂຽນລົງໃນທວີດເຕີເຊັ່ນກັນ ກ່ຽວກັບອາການຂອງພໍ່ຂອງຜູ້ກ່ຽວ ໂດຍເວົ້າວ່າ "ທ່ານ
ໂບລຊອນນາໂຣ ເສຍເລືອດຫລາຍແລະເກືອບວ່າຈະເສຍຊີວິດໄປແລ້ວເມື່ອໄປເຖິງ
ໂຮງໝໍ. ປາກົດວ່າ ອາການຂອງທ່ານບໍ່ໄດ້ຮ້າຍແຮງຂຶ້ນ ຢູ່ໃນເວລານີ້. ຈົ່ງຊ່ວຍກັນ
ພາວະນາໄຫວ້ວອນໃຫ້ທ່ານຫາຍໄວໆເຖີດ."

ມີການເອົາວີດິໂອຫລາຍໆອັນ ທີ່ນຳອອກເຜີຍແຜ່ໃນສື່ສັງຄົມສະແດງໃຫ້ເຫັນວ່າ ທ່ານ
ໂບລຊອນນາໂຣ (Bolsonaro) ກໍາລັງຢູ່ເທິງບ່າ ຂອງຜູ້ສະໜັບສະໜຸນຂອງທ່ານ ຄົນນຶ່ງ
ທີ່ແບກທ່ານຢູ່ໃນການໂຮມຊຸມນຸມ ໃນຕອນທີ່ທ່ານຖືກແທງຢູ່ທ້ອງນັ້ນ.

ວີດິໂອອື່ນໆ ກໍສະແດງໃຫ້ເຫັນວ່າ ທ່ານຖືກຫາມໄປຫາລົດ ແລະພວກສະໜັບສະໜຸນທ່ານ
ກໍາລັງທຸບຕີຄົນຜູ້ນຶ່ງທີ່ປາກົດວ່າແມ່ນຜູ້ທໍາການໂຈມຕີ ທີ່ໄດ້ຖືກຈັບກຸມຢູ່ຄາທີ່ນັ້ນເລີຍ.

ຢູ່ໃນການສໍາຫລວດຢ່ັງຫາງສຽງນັ້ນ ທ່ານໂບລຊອນນາໂຣ (Bolsonaro) ມີຄະແນນສຽງ
ລາກຫລັງອະດີດປະທານາທິບໍດີ ລູອິສ ອິນາຊຽວ ດະ ຊີລວາ (Luiz Inacio Lula da
Silva) ທີ່ຖືກຕິດຄຸກ ທີ່ບໍ່ໄດ້ຮັບອະນຸຍາດໃຫ້ລົງແຂ່ງຂັນໃນການເລືອກຕັ້ງຄັ້ງນີ້ ແຕ່ວ່າ
ຍັງສືບຕໍ່ທໍາການຂໍອຸທອນຕໍ່ການຕັດສິນຢູ່ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ