ຂີ້ຕົມເຈື່ອນຢູ່ບຣາຊີລ ເຮັດໃຫ້ຄົນຕາຍຢ່າງໜ້ອຍ 10 ຄົນ ແລະບາດເຈັບ 11 ຄົນ

ພວກນັກມອດໄຟ ຫາມຄົນອອກໄປຈາກບ່ອນດິນເຈື່ອນໃນ Boa Esperanca ຫຼື "Good Hope" ປະເທດ ບຣາຊີລ ວັນເສົາ ທີ 10 ພະຈິກ 2018.

ຝົນ​ຕົກ​ໜັກ ​ໄດ້​ເປັນ​ສາ​ເຫດ​ຂອງຂີ້​ຕົມ​ເຈື່ອນ​ ໃນ​ຕອນ​ເຊົ້າ​ຂອງວັນ​ເສົາ​ວານນີ້ ໃກ້​ກັບ​
ນະ​ຄອນ ຣີ​ໂອ ເດ ແຈ​ເນ​ໂຣ, ມີ​ຜູ້​ເສຍ​ຊີ​ວິດ 10 ຄົນ, ບາດ​ເຈັບ 11 ຄົນ ແລະ ຢ່າງ​
ໜ້ອຍ 4 ຄົນ​ໄດ້​ຫາຍ​ສາບ​ສູນ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ບ​ຣາ​ຊິ​ລ.

ຕົມ​ເຈື່ອນ​ໃນ​ເມືອງ ນິ​ເຕ​ຣອຍ, ເປັນ​ຂົງ​ເຂດ​ຢູ່ນອກ​ຕົວ​ເມືອງ ຣີ​ໂອ ນັ້ນ, ໄດ້​ມີ​ສາ​ເຫດ
​ມາ​ຈາກ​ຝົນຕົກໜັກ, ອີງ​ຕາມ​ການ​ກ່າວ​ຂອງ ທ່ານ ໂຣ​ເບີ​ໂຕ ໂຣ​ບາ​ເດ, ຫົວ​ໜ້າ​ກົມ
​ປ້ອງ​ກັນ​ພົນ​ລະ​ເມືອງ​ຂອງ​ນະ​ຄອນ ຣີ​ໂອ ຕໍ່​ເຄືອ​ຂ່າຍ​ໂທ​ລະ​ພາບ Globo.

ທ່ານ ໂຣ​ບາ​ເດ ກ່າວ​ວ່າ ຫຼັງ​ຈາກ​ຝົນ​ຕົກ​ໜັກ​ສອງວັນ, “​ກໍໄດ້​ມີ​ການ​ປະ​ກາດ​ແຈ້ງ​ເຕືອນ
​ສຳ​ລັບ​ເມືອງ ນິ​ເຕ​ຣອຍ.” ທ່ານ​ໄດ້​ກ່າວ​ເພີ່ມ​ເຕີມ​ວ່າ ປະ​ຊາ​ຊົນ​ໄດ້​ຖືກ​ຂໍ​ຮ້ອງ​ໃຫ້ “ຍ້າຍ​
ໄປ​ສະ​ຖານ​ທີ່ໆ​ປອດ​ໄພ.”

ບັນ​ດາ​ນັກ​ກູ້​ໄພກ່າວ​ວ່າ ຝົນ ໄດ້​ເຮັດ​ໃຫ້​ກ້ອ​ນ​ຫີນ​ໃຫຍ່​ເຈື່ອນ, ເຊິ່ງ​ໄດ້​ຕຳ​ເຂົາ​ເຈົ້າ​ໃສ່​
ເຮືອນ ແລະ ທຸ​ລະ​ກິດຫຼາຍ​ບ່ອນ. ພວກ​ນັກ​ກູ້​ໄພ​ ໄດ້​ສືບ​ຕໍ່​ຊອກ​ຫາ​ຜູ້​ລອດ​ຊີ​ວິດ ແລະ
ຜູ້​ເຄາະ​ຮ້າຍ​ທີ່​ຖື​ກ​ຝັງ ​ຢູ່ໃນ​ຊາກ​ຫັກ​ພັງ ແລະ ຂີ້​ຕົມ.

ບາດຫຼວງ ດັອ​ສ ຊານ​ຕົ​ສ (Pedro Paulo Dos Santos) ຜູ້​ທີ່​ໄດ້​ເດີນ​ທາງ​ໄປ​ຊ່ວຍ
ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AP ວ່າ “ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສະ​ພາບ​ຂອງ​ຄວາມ​ໝົດ​ຫວັງ,
ການ​ຮ້ອງ​ໄຫ້. ໃນ​ກໍ​ລະ​ນີ​ຂອງ​ຂ້າ​ພະ​ເຈົ້າ, ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ປະ​ສົບ
​ສິ່ງ​ທີ່​ເປັນ​ແນວນີ້. ຂ້າ​ພະ​ເຈົ້າ​ໄດ້​ເຫັນຫຼາຍ​ຄົນ​ພະ​ຍາ​ຍາມ​ທີ່​ຈະ​ຊ່ວຍ​ເອົາ​ຄົນ​ຜູ້​ທີ່​ຍັງ​
ມີ​ຊີ​ວິດ​ຢູ່ ອອກ​ມາ​ຈາກ​ຊາກ​ດິນ​ຕົມ.”

ດິນ​ເຈື່ອນ ແລະ ນ້ຳ​ຖ້ວມ​ແມ່ນ​ເຫ​ດ​ການ​ທີ່​ມັກ​ເກີດ​ຂຶ້ນ​ໃນ​ປະ​ເທດ ບ​ຣາ​ຊິ​ລ, ເຊິ່ງ​ສ່ວນ
ຫຼາຍ​ມັກ​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ຊຸມ​ຊົນ ​ທີ່​ທຸກ​ຍາກ ບ່ອນ​ທີ່​ຕູບ​ໄດ້​ຖືກ​ສ້າງ​ຢູ່​ແຄມ​ພູ​ທີ່​ຊັນ
ແລະ ບໍ່​ໝັ້ນ​ຄົງ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ