ປ. Brazil ບໍ່​ສາມາດ ຢັບຢັ້ງ ພວກປະ​ທ້ວງ ໄດ້ (ວີດິໂອ/ສະໄລດ໌)

ພວກປະທ້ວງພາກັນຮ້ອງຄໍາຂວັນ ຂໍບໍ່ໃຫ້ໃຊ້ຄວາມຮຸນແຮງ ໃນຂະນະທີ່ຕໍາຫລວດລຽນແຖວກັນເປັນສາຍ ຢືນຢູ່ທາງຫລັງ ໃນຂະນະທີ່ເຂົາເຈົ້າພາກັນປະທ້ວງ ຢູ່ນອກສະໜາມກິລາ Minerao ບ່ອນທີ່ມີການແຂ່ງຂັນເຕະບານຍາດ​ເອົາ​ຂັນ​ສະມາ​ພັນ ຫລື Conferations Cup ລະຫວ່າງຍີ່ປຸ່ນ ແລະແມັກຊິກໂກ, ໃນເມືອງ Belo Horizonte ຂອງ Brazil, ໃນວັນເສົາ ທີ 22 ມິຖຸນາ 2013.

ການຮ້ອງຂໍໃຫ້ຢູ່ໃນຄວາມສະຫງົບຂອງທ່ານນາງ Dilma
Rousseff ປະທານາທິບໍດີ Brazil ບໍ່​ໄດ້ຢັບຢັ້ງພວກປະ​
ທ້ວງທີ່ພາກັນລົງສູ່ຖະໜົນຫົນທາງອີກຄັ້ງນຶ່ງ ໃນວັນເສົາ​
ວານ​ນີ້.

ພວກປະ​ທ້ວງຫຼາຍ​ພັນ​ຄົນພາກັນຮ້ອງໂຮ ແລະໂບກປ້າຍ
ປະທ້ວງ ຢູ່ໃນ​ເມືອງ Belo Horizonte. ການໂຮມຊຸມນຸມ
ໃນລະດັບທີ່ນ້ອຍກວ່າກໍມີຂຶ້ນ ເຊັ່ນກັນ ໃນ​ວັນເສົາ​ວານ​ນີ້
ຢູ່ໃນເມືອງອື່ນໆ.

ຢູ່ຫາດ Copacabana ຂອງນະຄອນ Rio de Janeiro
ພວກເດີນ​ຂະ​ບວນໄດ້ພາກັນເອົາໝາກບານເຕະຫລາຍຮ້ອຍໜ່ວຍ ໄປວາງໄວ້ຢູ່ຕາມ​
ຫາດຊາຍ. ພວກປະທ້ວງຈໍານວນ​ນຶ່ງ​ໄດ້ແນເປົ້າໝາຍການ​ປະ​ທ້ວງ ໃສ່ຄ່າ​ໃຊ້​ຈ່າຍຂອງ Brazil ໃນ​ການ​ເປັ​ນ​ເຈົ້າພາບ​ຈັດງານມະຫະກໍາກິລາ​ເຕະບານ World Cup ໃນປີໜ້າ, ງານແຂ່ງຂັນເຕະບານຍາດ​ເອົາ​ຂັນ​ສະມາ​ພັນ ຫລື Conferations Cup ໃນເດືອນນີ້ ພ້ອມທັງ Olympic Games ລະດູຮ້ອນ ປີ 2016.

ການເດີນຂະບວນ​ປະ​ທ້ວງໃນວັນເສົາວານນີ້ ເກີດຂຶ້ນເຖິງແມ່ນວ່າ ມີການຮຽກຮ້ອງ
ຈາກປະທານາທິບໍດີ Rousseff ວ່າໃຫ້ຍຸດຕິການກໍ່ຄວາມວຸ້ນວາຍ ໃນຕອນ​ແລງວັນ
ສຸກ ນຶ່ງມື້ກ່ອນໜ້ານັ້ນກໍຕາມ.

ຢູ່ໃນຄໍາຖະແຫລງຜ່ານທາງໂທລະພາບແຫ່ງຊາດນັ້ນ ທ່ານນາງເວົ້າວ່າ ການເດີນຂະ
ບວນປະທ້ວງແບບສັນຕິ ແມ່ນສິ່ງທີ່ເຮັດໃຫ້ປະຊາທິ ປະໄຕມີຄວາມເຂັ້ມແຂງ ແຕ່ກໍ
ໃຫ້ຄໍາໝັ້ນສັນຍາວ່າ ການກໍ່ຄວາມຮຸນແຮງທີ່ກ່ຽວພັນ ກັບການປະທ້ວງ ຈະບໍ່ໄດ້ຮັບ
ການໂຍະຍານຜ່ອນຜັນໃຫ້.

ເບິ່ງວີດິໂອການຮຽກປະຊຸມສຸກເສີນຂອງປະທານາທິບໍດີ Brazil

Your browser doesn’t support HTML5

Rousseff Convenes Brazilian Ministers Over Protests


ໃນເຊົ້າວັນສຸກທີ່ຜ່ານມາ ທ່ານນາງໄດ້ຮຽກປະຊຸມຄະນະລັດຖະບານແບບຮີບດ່ວນ ເພື່ອ
ສົນທະນາຫາລືກັນກ່ຽວກັບການປະທ້ວງ.

ກອງປະຊຸມດ່ວນໄດ້ມີຂຶ້ນໃນນຶ່ງມື້ ຫລັງຈາກມີຢ່າງໜ້ອຍນຶ່ງລ້ານຄົນເດີນຂະບວນ
ປະທ້ວງ ​ແລະໂຮມຊຸມນຸມກັນຢູ່ໃນຫລາຍສິບຫົວເມືອງຢູ່ທົ່ວ Brazil ລວມທັງຢູ່ Rio
ບ່ອນທີ່ຕໍາຫລວດ ໄດ້ຍິງລະເບີດນໍ້າຕາເຂົ້າໃສ່ ພວກປະທ້ວງ.

ກະແສຟອງຂອງການເດີນຂະບວນ​ປະ​ທ້ວງ​ໄດ້​ເລີ່​ມມາຈາກ​ການ​ຂຶ້ນຄ່າ​ລົດເມ ແລະ
ຄ່າລົດໄຟໃຕ້ດິນ ແຕ່ນັບຈາກນັ້ນມາ ການປະທ້ວງໄດ້ຫັນ​ໄປແນໃສ່ສິ່ງທີ່ພວກເຂົາ
ເຈົ້າເວົ້າວ່າ ຄວາມເມີນເສີຍຂອງລັດຖະບານ ຕໍ່ການບໍລິການແກ່ສາທາລະນະຊົນ, ການເກັບພາສີສູງ ແລະ ການສໍ້​ລາດ​ບັງ​ຫຼວງຢ່າງໜັກ.

ເບິ່ງວີດິໂອກ່ຽວກັບການປະທ້ວງໃນ Brazil:

Your browser doesn’t support HTML5

ການປະທ້ວງ ໃນບຣາຊິນ ຍັງສືບຕໍ່ ມີຕໍ່ໄປ



ປະທານາທິບໍດີ Rousseff ໄດ້ຍົກເລີກການເດີນທາງໄປຍັງຍີ່ປຸ່ນທີ່ໄດ້ກໍານົດໄວ້ວ່າ
ຈະມີຂຶ້ນໃນອາທິດໜ້ານີ້ ເພື່ອຢູ່​ຮັບ​ມືກັບການປະທ້ວງ ຊຶ່ງເປັນການປະທ້ວງທີ່ໃຫຍ່
ທີ່ສຸດຂອງປະເທດໃນຮອບສອງທົດສະວັດຜ່ານມາ.

​ແລະ​ເຖິງ​ແມ່ນ​ມີຂ່າວວ່າ ນະຄອນ Sao Paulo ແລະ Rio de Janerio ໄດ້ປະຖິ້ມ
ແຜນການທີ່ຈະຂຶ້ນຄ່າ​ໂດຍສານຂອງ​ລະບົບ​ຂົນ​ສົ່ງ​ສາທາລະນະ​ແລ້ວກໍຕາມ ພວກ​
ປະ​ທ້ວງ​ກໍ​ຍັງ​ບໍ່​ຍອມ​ຢຸດ​ເຊົາ​ເດີນ​ຂະ​ບວນ.

ເບິ່ງປະມວນພາບການປະທ້ວງໃນ Brazil:

ການປະທ້ວງ ຢູ່ບຣາຊີລ ຍັງດໍາເນີນ ສືບຕໍ່ມາ