ປະທານາທິບໍດີອາລຈີເຣຍ ທ່ານອັບເດີລາຊິສ ບູເຕີຟລິກາ ໄດ້ມາເຖິງອາລ ຈີເຣຍ ໃນ
ວັນອາທິດ ທ່າມກາງການປະທ້ວງຕ້ານການສະໝັກແຂ່ງຂັນສະໄໝທີ່ຫ້າຂອງການ
ເປັນປະທານາທິບໍດີ.
ທ່ານ ບູເຕີຟລິກາ ອາຍຸ 82 ປີ ໄດ້ຢູ່ໃນນະຄອນເຈນີວາເປັນເວລາສອງອາທິດ ໄດ້ຮັບ
ອັນທີ່ຫ້ອງການຂອງທ່ານຮ້ອງວ່າ ການກວດສຸຂະພາບປະຈຳ. ແຕ່ຫຼາຍຄົນໄດ້ຊ່າລື
ວ່າ ສຸຂະພາບຂອງປະທານາທິບໍດີທີ່ຍາວນານ ຜູ້ທີ່ບໍ່ປາກົດຢູ່ໃນສາທາລະນະຊົນ ນັບ
ແຕ່ເປັນອຳມະພາດໃນປີ 2013 ເຫັນວ່າຮ້າຍແຮງໄປກວ່າເກົ່າ.
ເຮືອບິນລັດຖະບານອາລຈີເຣຍລຳນຶ່ງ ທີ່ລີ້ຢູ່ໃນບ່ອນຈອດ ທີ່ແນມບໍ່ເຫັນນັ້ນ ໄດ້ຖືກ
ລາຍງານວ່າ ບິນອອກຈາກນະຄອນເຈນີວາປະມານ 1500 GMT ຫຼື 11 ໂມງຕອນ
ເຊົ້າສາກົນ. ລັດຖະບານອາລຈີເຣຍ ບໍ່ໄດ້ປະກາດໂດຍທັນ ທີ່ເຖິງຈຸດປະສົງຂອງການ
ບິນ ທີ່ໄດ້ລົງເດີ່ນເຈນີວາໃນຕອນເຊົ້າວັນອາທິດວານນີ້.
ການປະທ້ວງຕ້ານການແຂ່ງສະໝັກສະໄໝທີ່ຫ້າຂອງ ທ່ານບູເຕີຟລິກາ ໄດ້ເຂົ້າເປັນ
ອາທິດທີສາມໃນວັນສຸກຈະມາເຖິງນີ້ ພ້ອມດ້ວຍຫຼາຍພັນຄົນພາກັນຫຼັ່ງໄຫຼເຂົ້າສູ່ຖະ
ໜົນຫົນທາງໃນອາລຈີເຣຍ ພ້ອມດ້ວຍນະຄອນຫຼວງປາຣີ ຊຶ່ງເປັນບ້ານເຮືອນຂອງ
ປະຊາຊົນອາລຈີເຣຍຢ່າງຫຼວງຫຼາຍ.
ທ່ານບູເຕີຟລິກາ ຜູ້ທີ່ໄດ້ປົກຄອງປະເທດອາຟຣິກາເໜືອແຫ່ງນັ້ນມາ ນັບແຕ່ປີ 1999
ໄດ້ຍື່ນໃບສະໝັກເຂົ້າແຂ່ງຂັນສະໄໝທີ່ຫ້າອາທິດແລ້ວນີ້ ແຕ່ໄດ້ປະກາດວ່າ ຖ້າຫາກ
ຊະນະ ທ່ານຈະຮັບໃຊ້ພຽງແຕ່ນຶ່ງປີ ກ່ອນຈັດການເລືອກຕັ້ງໃໝ່.
ທ່ານບູເຕີຟລິກາ ໄດ້ເຕືອນໃນວັນພະຫັດທີ່ຜ່ານມາວ່າ ພວກຍຸຍົງອາດພະຍາຍາມ
ແຊກຊືມເຂົ້າໄປໃນການປະທ້ວງ ເພື່ອກໍ່ກວນຄວາມບໍ່ສະຫງົບຢູ່ຕໍ່ໜ້າການເລືອກຕັ້ງ
ໃນວັນທີ 18 ເມສາ. “ພວກເຮົາຕ້ອງຮຽກຮ້ອງໃຫ້ເປັນຫູເປັນຕາ ແລະລະມັດລະວັງ
ໃນກໍລະນີທີ່ການສະແດງອອກມາຢ່າງສັນຕິ ຖືກແຊກຊືມໂດຍພັກທີ່ລັກລອບຈຳນວນ
ນຶ່ງ ທີ່ອາດສ້າງຄວາມວຸ້ນວາຍ” ດັ່ງທີ່ທ່າ