ການວາງສະແດງ ທີ່ສວນພຶກສາຊາດ ສ້າງຄວາມຊື່ນຊອບ ໃຫ້ແກ່ຜູ້ຊົມ
Your browser doesn’t support HTML5
ໃນແຕ່ລະປີ ສວນພຶກສາຊາດສະຫະລັດ ຢູ່ໃນນະຄອນຫຼວງ
ວໍຊິງຕັນ ໄດ້ຖ່າຍທອດນໍ້າໃຈ ຂອງເທດສະການບຸນທ້າຍປີ
ດ້ວຍການວາງສະແດງຕ່າງໆກ່ຽວກັບລະດູໜາວ ທີ່ເອີ້ນກັນ
ວ່າ ການຕ້ອນຮັບລະດູການ ຊຶ່ງເປັນສິ່ງທີ່ສ້າງຄວາມຕື່ນເຕ້ນ
ແລະປິຕິຍິນດີໃຫ້ແກ່ ຜູ້ເຂົ້າຊົມທຸກເພດທຸກໄວ.