ນັກແລ່ນເອທິໂອເປຍ ທ້າວ Lelisa Desisa ບັດນີ້ ໄດ້ຄວ້າ
ເອົາຕຳແໜ່ງຊະນະເລີດ ການແລ່ນມາຣາທອນນະຄອນ
ບອສຕັນເຖິງສອງຄັ້ງມາຄອງ ຫລັງຈາກ ໄດ້ຊະນະການແຂ່ງ
ຂັນແລ່ນມາຣາທອນຄັ້ງທີ 119 ໃນວັນຈັນວານນີ້ ພາຍໃຕ້
ສະພາບດິນຟ້າອາກາດທີ່ມີທັງລົມແລະຝົນຕົກ ຢູ່ລັດ
Massachusetts ທາງພາກຕາເວັນອອກສຽງເໝືອ ຂອງ
ສະຫະລັດອາເມຣິກາ.
ຈາກຊ້າຍ ນັກແລ່ນ Yemane Adhane Tsegay of Ethiopia, Tadese Tola of Ethiopia, Meb Keflezighi ຈາກ San Diego, Lelisa Desisa ຈາກ Ethiopia, Danthan Ritzenhein, ຈາກເມືອງ Rockford, Mich.ແລະ Matt Tegenkamp ຈາກ ເມືອງ Portland, Ore.
ໃນການແລ່ນໄລຍະ 42 ກິໂລແມດນັ້ນທ້າວ Desisa ໄດ້
ໃຊ້ເວລາ 2 ຊົ່ວໂມງ 9 ນາທີ ແລະ 17 ວິນາທີ ນັ້ນແມ່ນ 31
ວິນາທີ ໄວກ່ອນເພື່ອນຈາກປະເທດດຽວກັນຂອງຜູ້ກ່ຽວ ທີ່
ໄດ້ຊະນະທີ່ສອງ ຄືທ້າວ Yemane Adhane ທີ່ໃຊ້ ເວລາ
2 ຊົ່ວໂມງ 09 ນາທີກັບ 48 ວິນາທີ. ສ່ວນຜູ້ຊະນະທີ 3 ກໍ
ໄດ້ແກ່ ທ້າວ Wilson Chebet ຈາກປະເທດ Kenya ທີ່
ໃຊ້ເວລາ 1 ນາທີ ກັບ 5 ວິນາທີ ນຳຫລັງທ້າວ Desisa.
ໄຊຊະນະ ຂອງທ້າວ Desisa ໃນການແລ່ນມາຣາທອນ ອີກ
ຄັ້ງນຶ່ງ ທີ່ນະຄອນ Boston ແມ່ນເມື່ອສອງປີກ່ອນ ເວລາລະ
ເບີດສອງລູກແຕກໄດ້ແຕກຂຶ້ນ ຢູ່ບໍລິ ເວນເສັ້ນໄຊ ປະ ມານ
ສອງຊົ່ວໂມງຫລັງຈາກທີ່ລາວໄດ້ຊະນະ ແຕ່ຍັງມີນັກແລ່ນ
ຫລາຍກວ່າ 5,700 ຄົນທີ່ຍັງບໍ່ທັນໄດ້ເສັດສີ້ນການແຂ່ງຂັນ
ເທື່ອ.ການໂຈມຕີ ກໍ່ການຮ້າຍດັ່ງກ່າວໄດ້ເຮັດໃຫ້ມີຜູ້ໄປ
ເບິ່ງເສຍຊີວິດສາມຄົນ ແລະໄດ້ຮັບບາດເຈັບ 250 ຄົນ.
119th Boston Marathon
ທ້າວ Desisa ໄດ້ມອບຫລຽນຊະນະເລີດໃນການແຂ່ງຂັນຂອງລາວປີນັ້ນ ໃຫ້ແກ່ນະຄອນ Boston ເພື່ອໄວ້ອາໄລແກ່ບັນດາຜູ້ເຄາະຮ້າຍ. ໃນວັນຈັນວານນີ້ ລາວໄດ້ຮັບພວງມະໄລໃບໝາກ olive ຕາມເປັນປະເພນີ ພ້ອມດ້ວຍເງິນລາງ ວັນ 150,000 ໂດລາ ແລະຫລຽນຊະນະເລີດ. ຫລັງຈາກຮັບໄຊຊະນະແລ້ວ ນັກແລ່ນເອທິໂອເປຍຄົນນີ້ ກ່າວວ່າ “ຫລຽນນີ້ ຂ້າພະເຈົ້າຄິດວ່າ ເປັນຂອງຂ້າພະເຈົ້າ.”
Your browser doesn’t support HTML5
Boston Marathon Wheelchair Race